ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ມັງກອນ 2017.
ໃນວັນທີ 24 ມັງກອນ 2017, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ເຈົ້າຊີວິດ ໂນໂຣດົມສີຫາໂມນີ ແລະ ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແລະ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາຍັງ ພະມະຫາກະສັດ ແລະ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ຕາມລໍາດັບ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກຳປູເຈຍ, ເຊິ່ງໃນການພົບປະຄັ້ງນີ້ ສອງຝ່າຍກໍໄດ້ແຈ້ງສະພາບການພັດທະນາພາຍໃນປະເທດຂອງຕົນໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ; ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແລະການຮ່ວມມືສອງລັດຖະບານ ກໍຄື 2 ກະຊວງການຕ່າງປະເທດ ລາວ - ກໍາປູເຈຍ ໃນໄລຍະຜ່ານມາ;ໄດ້ເປັນເອກະພາບກັນໃນທິດທາງການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ແໜ້ນແຟ້ນຂຶ້ນກ່ວາເກົ່າ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ພ້ອມກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະ ກໍໄດ້ຢ້ຽມຊົມຫໍພິພິຕະພັນແຫ່ງຊາດ ແລະ ເຂົ້າຮ່ວມງານລຽ້ງຕ້ອນຮັບ, ຈັດເປັນກຽດໂດຍທ່ານລັດຖະມົນຕີກະຊວງການຕ່າງປະເທດກໍາປູເຈຍ.
ໃນວັນທີ25ມັງກອນ2017, ທ່ານ ສະເຫລີມໄຊ ກົມມະສິດ ຈະໄດ້ນຳພາຄະນະຝ່າຍລາວເຂົ້າຮ່ວມກອງປະຊຸມວິສາມັນ ຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ ທີ່ສຳນັກງານນາຍົກລັດຖະມົນຕີ, ເພື່ອປຶກສາຫາລືວຽກງານການປັກຫຼັກໝາຍຊາຍແດນຮ່ວມກັນ.ການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຄັ້ງນີ້, ເປັນຄັ້ງທໍາອິດພາຍຫຼັງທີ່ທ່ານໄດ້ຮັບຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດທີ່ມີໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.