ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫຼຽນ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ

 

Saleumxaychinesemedal0web Saleumxaychinesemedal1web

 

ໃນວັນທີ 26 ມັງກອນ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ກວນ ຫົວປິງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ຜົນສໍາເລັດຂອງການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ກວນ ຫົວປິງ, ເຊິ່ງຕະຫຼອດການປະຕິບັດໜ້າທີ່ການທູດ, ທ່ານ ກວນ ຫົວປິງ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານຕາມທິດ 4 ດີ, ໂດຍສະເພາະແມ່ນການສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງຜູ້ນໍາສອງປະເທດ ສປປ ລາວ ແລະ ສປ ຈີນ.

ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ປະກອບສ່ວນເຂົ້າໃນວຽກງານການຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ຈີນ ຄົບຮອບ 55 ປີ; ຊຸກຍູ້ ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ; ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າຂອງສອງປະເທດ ກໍຄືການຊຸກຍູ້ໃຫ້ວິສາຫະກິດຈີນມາລົງທຶນຢູ່ລາວ ດ້ານເຂື່ອນໄຟຟ້ານໍ້າຕົກ, ກະສິກໍາ ແລະ ພື້ນຖານໂຄງລ່າງ, ເຮັດໃຫ້ ສປ ຈີນ ກາຍເປັນປະເທດຢູ່ໃນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ເປັນປະເທດອັນດັບ 1 ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ, ເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ ແລະ ສ້າງປະຫວັດສາດໃນການສົ່ງອອກເຂົ້າສານໄປຈີນເປັນຄັ້ງທໍາອິດຂອງ ສປປ ລາວ. ພ້ອມດຽວກັນ, ກໍໄດ້ຊຸກຍູ້ໃຫ້ໂຄງການລະດັບຊາດມີຄວາມຄືບໜ້າແບບບຸກທະລຸ ກໍຄື ສໍາເລັດໂຄງການປ່ອຍດາວທຽມເລກ 1 ຂຶ້ນສູ່ວົງໂຄຈອນ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ. ນອກນັ້ນ, ທ່ານຍັງໄດ້ປະກອບສ່ວນຢ່າງຫ້າວຫັນໃນການຂົນຂວາຍການຊ່ວຍເຫຼືອຈາກລັດຖະບານຈີນ ໃຫ້ແກ່ລັດຖະບານລາວ, ເຊິ່ງອັນທີ່ພົ້ນເດັ່ນແມ່ນ ໂຄງການກໍ່ສ້າງຕຶກອາຄານສໍານັກງານສູນກາງພັກ, ອາຄານເຝິກອົບຮົມສູນກາງແນວລາວສ້າງຊາດ ແລະ ອື່ນໆ, ລວມເຖິງການສ້າງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໃນປີ 2014 ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວ ຈໍານວນ 6.900 ທຶນ ໃນປີ 2015.

ຍ້ອນເຫັນໄດ້ເຖິງຄຸນງາມຄວາມດີ ແລະ ຜົນງານອັນດີເລີດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ ທ່ານ ກວນ ຫົວປິງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເພື່ອເປັນການສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນ ແລະ ຊົມເຊີຍຜົນສໍາເລັດຈາກລັດຖະບານ ແລະ ປະຊາຊົນລາວ ຕໍ່ການມາປະຕິບັດໜ້າທີ່ວຽກງານອັນມີກຽດ ແລະ ສູງສົ່ງຂອງທ່ານ ແລະ ຫວັງວ່າ ພາຍຫຼັງກັບຄືນປະເທດແລ້ວ, ທ່ານຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງພັກສອງລັດໃຫ້ພັດທະນາຂຶ້ນເລື້ອຍໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480208
ມື້ນີ້38
ມື້ວານ157
ອາທິດນີ້606
ເດືອນນີ້6439