ກອງປະຊຸມວິສາມັນຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ; ກຳປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2017 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຣາຊະອານາຈັກກຳປູເຈຍ. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ຄະນະຜູ້ແທນຝ່າຍກຳປູເຈຍ ນຳໂດຍ ທ່ານ ວາ ກິມ ຮົງ, ລັດຖະມົນຕີອາວຸໂສ, ຮັບຜິດຊອບວຽກງານຊາຍແດນ ແຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ-ລາວ.
ກອງປະຊຸມໄດ້ດໍາເນີນໄປ ພາຍໃຕ້ບັນຍາກາດສະໜິດສະໜົມ ກົງໄປກົງມາ ບົນຈິດໃຈ ແຫ່ງສາຍພົວພັນແບບບ້ານໃກ້ເຮືອນຄຽງທີ່ດີ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ແບບຍືນຍົງ ແລະ ຄວາມມຸ້ງມາດປາດຖະໜາ ທີ່ ຈະສ້າງເສັ້ນຊາຍແດນລາວ-ກໍາປູເຈຍ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ມິດຕະພາບ ສະຖຽນລະພາບ ການຮ່ວມມື ແລະ ການພັດທະນາ ຊົ່ວນິລັນດອນ.
ກອງປະຊຸມສອງຝ່າຍເຫັນດີເປັນເອກະພາບກັນດັ່ງລຸ່ມນີ້:
I. ສືບຕໍ່ປຶກສາຫາລື ກ່ຽວກັບ 4 ບໍລິເວນ ທີ່ຍັງຄົງຄ້າງດັ່ງລຸ່ມນີ້:
1) ຫຼັກໝາຍຊາຍແດນເລກທີ 033 ຢູ່ດ່ານສາກົນໜອງນົກຂຽນ-ຕຣາປຽງກຽນ
2) ເສັ້ນຊາຍແດນຕາມເສັ້ນທາງເລກທີ 13 (ລາວ)/7(ກຳປູເຈຍ)
3) ເສັ້ນຊາຍແດນຢູ່ບໍລິເວນເວີນຄາມ/ໂອສະໄວ
4) ເສັ້ນຊາຍແດນຢູ່ບໍລິເວນຫຼັກໝາຍຊາຍແດນເລກທີ 032/1-032/5
II. ລົງກວດກາພື້ນທີ່ຕົວຈິງຢູ່ 2 ບໍລິເວນໃນເວລາທີ່ເໝາະສົມພາຍໃນປີ 2017 ດັ່ງລຸ່ມນີ້:
1) ບໍລິເວນຫຼັກໝາຍຊາຍແດນເລກທີ 002 ແລະ 003
2) ບໍລິເວນຫຼັກໝາຍຊາຍແດນຄູ່ເລກທີ 029 ແລະ 030
III. ຈັດຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສຶກສາຄວາມເປັນໄປໄດ້ຮ່ວມກັນ ກ່ຽວກັບ ການປັກຫຼັກໝາຍຊາຍແດນຖີ່, ຮູບແບບ ແລະ ຈຳນວນຫຼັກໝາຍຊາຍແດນຖີ່ ນັບທັງຮ່າງຂໍ້ກຳນົດທາງດ້ານເຕັກນິກ ຈຳນວນໜຶ່ງອີກ. ໜ່ວຍງານດັ່ງກ່າວນີ້ ຈະປຶກສາຫາລືກັນໃນເວລາເໝາະສົມອັນໃກ້ນີ້.
ພ້ອມກັນນີ້ສອງຝ່າຍຈະພະຍາມຊອກວິທີທາງໃນການແກ້ໄຂຈຸດຄົງຄ້າງໃຫ້ສຳເລັດໂດຍໄວຕາມການຕົກລົງຂອງຜູ້ນຳຂອງສອງປະເທດ.