ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ສ. ສິງກະໂປ

 

SLX visit singapore 1 SLX visit singapore 2

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນັນ (Dr. Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-13 ກຸມພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ແລະ ເພື່ອເປັນການຜັນຂະຫຍາຍຜົນຂອງການຢ້ຽມຢາມ ສປປ ລາວ ທາງລັດຖະກິດຂອງ ພະນະທ່ານ ໂທນີ ທັນ ເກັງ ຢຳ, ປະທານາທິບໍດີ ແຫ່ງ ສ. ສິງກະໂປ ໃນເດືອນມັງກອນ 2017 ທີ່ຜ່ານມາ.

ໃນວັນທີ 13 ກຸມພາ 2017, ​ໃນ​ການ​ພົບ​ປະ ທີ່ ກະຊວງການຕ່າງປະເທດ ແຫ່ງ ສ. ສິງກະໂປ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ນັບມືຶ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຫັນໄດ້ຈາກການນຳຂອງສອງປະເທດ ທີ່ມີການແລກປ່ຽນການຢ້ຽມຢາມຮ່ວມກັນຢ່າງເປັນປົກກະຕິ​ໃນ​ໄລຍະ​ຜ່ານ​ມາ.

ພ້ອມກັນນັ້ນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານສິງກະໂປ ຕໍ່ ສປປ ລາວ ໃນຂະແໜງການຕ່າງໆ, ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2016 ແລະ ຝ່າຍສິງກະໂປ ກໍໄດ້ສະແດງຄວາມຂອບໃຈ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແກ່ການນຳຂັ້ນສູງ ຂອງສິງກະໂປ ທີ່ມາຢ້ຽມຢາມລາວ ແລະ ໃຫ້ການສະໜັບສະໜູນສິງກະໂປ ໃນການສະໝັກເປັນສະມາຊິກຂອງ​ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ ໃນຂອບຂອງ ສປຊ. ນອກຈາກນັ້ນ ກໍ່​ໄດ້​ປຶກສາ​ຫາລື​ກັນ​ເຖິງແຜນການ ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ, ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ​ໃນ​ຕໍ່ໜ້າ ​ແລະ ​ໄດ້ແລກປ່ຽນຄໍາຄິດຄໍາເຫັນນຳກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ລີ ຊຽນ ຫລົງ, ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ນຳ​ເອົາຄວາມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ເຖິງ​ນາຍົກລັດຖະມົນຕີ ລີ ຊຽນ ຫລົງ.

ໃນໂອກາດເດີນທາງຢ້ຽມຢາມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມສະຖານທີ່ສຳຄັນ ຕ່າງໆເຊັ່ນ: ຫໍພິພິດທະພັນ ແລະ ວິທະຍາໄລ ການບໍລິຫານລັດ ອີກດ້ວຍ.

ສປປ ລາວ ແລະ ສິງກະໂປ ໄດ້ມີຜົນສຳເລັດຫຼາຍດ້ານທີ່ເປັນຮູບປະທຳໃນການພົວພັນສອງຝ່າຍ ໃນດ້ານຕ່າງໆເຊັ່ນ: ການເປີດຖ້ຽວບິນຄືນໃໝ່ ຈາກ ສິງກະໂປ-ວຽງຈັນ-ຫຼວງພະບາງ ອາທິດລະສາມຄັ້ງ ຂອງ ບໍລິສັດ ຊິວແອ (SilkAir) ຂອງສິງກະໂປ ແລະ ການລົງນາມໃນສັນຍາຮ່ວມເສັ້ນທາງບິນນຳກັນລະຫວ່າງ ບໍລິສັດ ຊິວແອ ແລະ ບໍລິສັດ ການບິນລາວ; ແລະຜົນສຳເລັດໃນການບັງຄັບໃຊ້ ສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກ ການເສຍອາກອນລາຍໄດ້ ລະຫວ່າງສອງລັດຖະບານ; ການໃຫ້ທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົມໄລຍະສັ້ນ ໃຫ້ແກ່ພະນັກງານ ແລະ ນັກສຶກສາຂອງລາວ; ການສົ່ງອາສາສະໝັກຊາວໜຸ່ມຈາກສິງກະໂປ ຈຳນວນຫຼາຍກວ່າ 1.500 ຄົນເຂົ້າມາຊ່ວຍເຫຼືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ; ແລະ ການຮ່ວມກັນສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໄດ້ມີການຂະຫຍາຍຕົວໃນລະດັບດີພໍສົມຄວນ, ເຫັນໄດ້ຈາກມູນຄ່າການຄ້າລວມ ລະຫວ່າງສອງປະເທດ, ໃນປີ 2015 ສາມາດບັນລຸໄດ້ເຖິງ 72.5 ລ້ານ ໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກຂອງ ສປປ ລາວ ໄປ ສິງກະໂປ ມີ 13 ລ້ານ ໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າຈາກສິງກະໂປ ມີ 59 ລ້ານໂດລາ ສະຫະລັດ. ມາເຖິງປີ 2016, ມູນຄ່າການລົງທຶນຂອງສິງກະໂປ ຢູ່ ລາວ ມີປະມານ 187 ລ້ານ ໂດລາສະຫະລັດ, ຊຶ່ງນອນຢູ່ໃນ 79 ໂຄງການ, ເຮັດໃຫ້ສິງກະໂປ ຢູ່ໃນອັນດັບທີ 11 ໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ ທີ່ມາລົງທຶນ ຢູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485491
ມື້ນີ້192
ມື້ວານ227
ອາທິດນີ້527
ເດືອນນີ້4796