ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ ທີ່ ຟີລິບປິນ

 

SLXattendAMMRetreat21022017

 

  ທ່ານ ສະເຫຼີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ການເປັນເຈົ້າພາບ ແລະ ປະທານ ຂອງ ຟີລິປີນ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2017 ທີ່ ໂບຣາຄາຍ, ຟີລິບປີນ.

         ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນຄັ້ງນີ້ ເປັນກອງປະຊຸມເປີດສາກການເປັນປະທານ ອາຊຽນ ຂອງ ຟີລິບປີນ ໃນປີ 2017 ພາຍໃຕ້ຄຳຂວັນ: “ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນຊຶ່ງໃນໂອກາດນີ້, ຟີລິບປີນ ໄດ້ແຈ້ງ 6 ບູລິມະສິດ ສໍາລັບການເປັນປະທານອາຊຽນຂອງຕົນ ໃນປີ 2017 ຊຶ່ງປະກອບມີ: 1) ປະຊາຄົມອາຊຽນຕາມທິດປະຊາຊົນ, ປະຊາຊົນເປັນແກນກາງ, 2) ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, 3) ຄວາມໝັ້ນຄົງ ແລະ ການຮ່ວມມືທາງທະເລ, 4) ການພັດທະນາແບບກວມລວມ ແລະ ນຳໃຊ້ນະວັດຕະກຳ, 5) ອາຊຽນທີ່ເພິ່ງພາຕົນເອງ, ແລະ 6) ອາຊຽນເປັນຕົວແບບຂອງການຮ່ວມມືພາກພື້ນ ແລະ ບົດບາດຂອງອາຊຽນ ໃນເວທີສາກົນ. ປີ 2017 ເປັນປີຄົບຮອບ 50 ປີຂອງການສ້າງຕັ້ງອາຊຽນ, ກອງປະຊຸມຈຶ່ງໄດ້ປຶກສາຫາລື ກ່ຽວກັບ ການຈັດກິດຈະກໍາສະເຫຼີມສະຫລອງວັນທີ່ສຳຄັນດັ່ງກ່າວ ໃນລະດັບພາກພື້ນ ແລະ ໃນປະເທດສະມາຊິກອາຊຽນ. ນອກນັ້ນ, ບັນດາລັດຖະມົນຕີຕ່າງປະເທດອາຊຽນໄດ້ປຶກສາຫາລື ກ່ຽວກັບ ການຜັນຂະຫຍາຍບັນດາຜົນຂອງກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຈັດຂື້ນ ຢູ່ ສປປ ລາວ ໃນຕົ້ນເດືອນກັນຍາ 2016 ທີ່ຜ່ານມາ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການພົວພັນພາຍນອກຂອງອາຊຽນ ຊຶ່ງໃນປີນີ້ ຈະມີການຈັດກອງປະຊຸມສຸດຍອດ ສະເຫຼີມສະຫຼອງຄົບຮອບ 40 ປີ ແຫ່ງການພົວພັນຮ່ວມມື ລະຫວ່າງ ອາຊຽນ ກັບ ສະຫະລັດອາເມລິກາ, ການາດາ ແລະ ອີຢູ ແລະ ຄົບຮອບ 25 ປີ ແຫ່ງການພົວພັນຮ່ວມມື ອາຊຽນ ກັບ ອິນເດຍ ແລະ ໄດ້ຢ້ຳເຖີງ ຄວາມສຳຄັນຂອງການສືບຕໍ່​​ຮັດ​ແໜ້ນການ​ພົວພັນ​ກັບ​ພາຍ​ນອກ ໂດຍການ​ສົ່ງເສີມບັນດາກົນ​ໄກ​ທີ່​ອາຊຽນສ້າງຕັ້ງຂຶ້ນ ໃຫ້ເຂັ້ມແຂງ ​ແລະ ຍຶດໝັ້ນຄວາມ​ເປັນ​ແກນ​ກາງ​ຂອງອາຊຽນ. ພ້ອມນີ້, ກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ທີ່ສືບຕໍ່ມີການ​ປ່ຽນ​ແປງ​ຢ່າງ​ໄວວາ​ ແລະ ບໍ່​​​ສາມາດກະຕວງໄດ້ ຊຶ່ງອາຊຽນຕ້ອງໄດ້ຕິດຕາມຢ່າງໃກ້ຊິດ.

   ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຊຶ່ງໄດ້ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ. ພ້ອມນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງ ຂອງເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ ເພີ່ມທະວີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ 2025 ແລະ ຢໍ້າເຖິງ ຄວາມສໍາຄັນຂອງແຜນວຽກຂໍ້ລິເລີ້ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ່ 3 ແລະ ແຜນແມ່ບົດ ເພື່ອການເຊື່ອມຈອດອາຊຽນ 2025 ຊຶ່ງ 2 ເອກະສານດັ່ງກ່າວ ແມ່ນສ່ວນຫນຶ່ງຂອງວິໄສທັດປະຊາຄົມອາຊຽນ 2025 ແລະ ມີລັກສະນະກວມລວມທັງສາມເສົາຄໍ້າ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າວ່າ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນພວມຜັນແປທີ່ບໍ່ສາມາດກະຕວງໄດ້, ອາຊຽນຄວນສືບຕໍ່ ຄວາມພະຍາຍາມ ໃນການສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຍຶດຫມັ້ນໃນບັນດາຫລັກການພື້ນຖານ ຂອງອາຊຽນ, ແລະ ສົ່ງເສີມຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.

        ກ່ອນການຈັດກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ໄດ້ມີກອງປະຊຸມຂອງຄະນະກຳມະການ ຜູ້ຕາງໜ້າຖາວອນປະຈຳອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໃນວັນທີ 19 ແລະ 20 ກຸມພາ 2017 ຕາມລຳດັບ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484371
ມື້ນີ້75
ມື້ວານ273
ອາທິດນີ້809
ເດືອນນີ້3676