ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກ ສອນໄຊ ສີພັນດອນ ສໍາເລັດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

SonexayJP1

 

SonexayJP2

 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ, ພະ​ນະ​ທ່ານ ສອນ​ໄຊ ສີ​ພັນ​ດອ​ນ,​ ຮອງນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ ແຫ່ງ ສ​ປ​ປ ລາວ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​ໄປຢ້ຽມ​ຢາມປະ​ເທດຍີ່​ປຸ່ນ ຢ່າງເປັນທາງການ, ແຕ່​ວັນ​ທີ 5-10 ມີ​ນາ 2017. ໃນ​​ໂອ​ກາດຢ້ຽມ​ຢາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມີ​ການ​ພົບ​ປະກັບ ທ່ານ ໂຢຊິຮິເດະ ຊູກະ (Yoshihide SUGA), ຫົວໜ້າ​ເລ​ຂ​າ​ທິ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ, ໂດຍຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ທີ່ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955 ເປັນຕົ້ນມາ. ດ້ານການເມືອງ, ຜູ້ນໍາຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປະຈໍາ, ຊຶ່ງຫລ້າສຸດໃນເດືອນ ກັນຍາ 2016, ພະ​ນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29. ສ່ວນ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 7 ເປີດກວ້າງຢູ່ແຂວງມິເອະ, ປະເທດຍີ່ປຸ່ນ ໃນເດືອນພຶດສະພາ 2016. ທາງດ້ານເສດຖະກິດ, ນັກທຸລະກິດຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈເຂົ້າມາລົງທຶນຢູ່ ສປປ ລາວ ເພີ່ມຂື້ນ ແລະ ປະຈຸບັນການລົງທຶນຂອງຍີ່ປຸ່ນ ຈັດຢູ່ອັນດັບ 8 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ໂດຍມີ 89 ໂຄງການ ລວມມູນຄ່າການລົງທຶນຫລາຍກວ່າ 438 ລ້ານໂດລາສະຫະລັດ, ຊຶ່ງໄດ້ສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ແກ່ປະຊາຊົນລາວ. ຍີ່ປຸ່ນ ເປັນປະເທດທີ່ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ຢູ່ໃນອັນດັບຕົ້ນຂອງບັນດາປະເທດທີ່ໃຫ້ການຊ່ວຍເຫລືອລາຍໃຫຍ່ ແກ່ ສປປ ລາວ. ໃນປີ 2016, ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກຍີ່ປຸ່ນ ຈໍານວນ 5 ໂຄງການ ລວມມູນຄ່າທັງໝົດ 13 ຕື້ 854 ລ້ານເຢນ (ປະມານ 122 ລ້ານໂດລາ ສະຫະລັດ), ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໃນດ້ານການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນຂອງສອງປະເທດ, ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ແຜນການເປີດສາຍການບິນໂດຍກົງ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ຊຶ່ງປະຈຸບັນ ພາກສ່ວນກ່ຽວຂ້ອງສອງຝ່າຍກໍາລັງປຶກສາຫາລື ເພື່ອຈັດຕັ້ງປະຕິບັດຂັ້ນຕອນການບິນ. ນອກຈາກນັ້ນ, ທ່ານຮອງນາຍົກ ແລະ ຫົວໜ້າເລຂາທິການລັດຖະບານຍີ່ປຸ່ນ ຍັງໄດ້ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ​ໃນ​ຫລາຍໆ​ບັນ​ຫາ ທັງໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ, ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ສອງ​ຝ່າຍ​​ມີຄວາມ​ສົນ​ໃຈ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ ພິເສດການເປັນປະທານມູນວຽນອາຊຽນ ຄັ້ງທີ 2 ຂອງ ສປປ ລາວ ໃນປີ 2016 ທີ່ປະສົບຜົນສໍາເລັດຢ່າງຈົບງາມ.

 

ໃນລະຫວ່າງເຄື່ອນໄຫວຢ້ຽມຢາມຍີ່ປຸ່ນ, ທ່ານ​ຮອງ​ນາ​ຍົກ ຍັງ​ໄດ້​ພົບ​ປະ​ກັບທ່ານ ຟູມີໂອະ ກິຊິດະ (Fumio Kishida), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ; ທ່ານ​ ຄີໂຢຊິ ໂອດະວະຣະ, ຮອງ​ລັດ​ຖະ​ມົນ​ຕີ​ຝ່າຍລັດຖະສະພາ ກະຊວງການຕ່າງ​ປະ​ເທດ​ຍີ່​ປຸ່ນ ທີ່​ໄດ້​ຈັດ​ງານ​ລ້ຽງ​ອາຫານຄໍ່າຕ້ອນຮັບທ່ານ​ຮອງ​ນາ​ຍົກ; ແລະ ປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ. ພ້ອມນັ້ນ, ທ່ານ​ຮອງ​ນານ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳປາໄສຕໍ່ກອງປະຊຸມສຳມະນາ ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລະ ທ່ອງ​ທ່ຽວ ຢູ່ ສ​ປ​ປ ລາວ, ​ຈັດ​ຮ່ວມໂດຍສູນອາຊຽນ-ຍີ່ປຸ່ນ ແລະ ອົງການການຄ້າພາຍນອກຍີ່ປຸ່ນ (JETRO) ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດຍີ່ປຸ່ນ ໂດຍມີຜູ້ເຂົ້່າຮ່ວມ ປະມານ 150 ຄົນ; ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ປະທານບໍລິສັດຟ້າຟ້າ Kansai; ຮອງປະ​ທານ​ອົງ​ການ JICA, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຍີ່​ປຸ່ນ​-ລາວ; ປະ​ທານ​ບໍ​ລິ​ສັດ​​ສະ​ໜາມ​ບິນ​ສາ​ກົນ ນາ​ຣິ​ຕະ; ຮອງປະ​ທານ​ບໍ​​ລິ​ສັດ​ການ​ບິນຍີ່ປຸ່ນ (JAL); ປະ​ທານ​ບໍ​ລິ​ສັດກຸ່ມການບິນຍີ່ປຸ່ນ (ANA); ປະທານກຸ່ມບໍລິສັດພະລັງງານໄຟຟ້າໂຕກຽວ (TEPCO); ແລະ ປະ​ທານ​ບໍ​ລິ​ສັດ Prozza ທີ່ຜະລິດລົດຕຸກໆແລ່ນດ້ວຍພະລັງງານໄຟຟ້າ ໂດຍບໍລິສັດດັ່ງກ່າວໄດ້ນໍາເອົາລົດຕຸກດັ່ງກ່າວມາທົດລອງໃຊ້ຢູ່ ແຂວງຫລວງພະບາງ ແລະ ຈໍາປາສັກ. ນອກຈາກນັ້ນ, ທ່ານ​ຮອງ​ນາ​ຍົກ ພ້ອມ​ດ້ວຍ​ຄະ​ນະ ຍັງ​ໄດ້​ໄປ​ຢ້ຽມ​ຢາມສະ​ຖານ​ທູດ​ລາວ ທີ່ ໂຕ​ກຽວ ແລະ ​ໄດ້ພົ​ບ​ປະ​ໂອ້​ລົມ​ກັບ​ນັກ​ສຶກ​ສາ​ລາວ, ຄົນ​ເຊື້ອ​ຊາດ​ລາວ ທີ່​ຕັ້ງ​ຖິ່ນ​ຖານ​ຢູ່​ຍີ່​ປຸ່ນ ແລະ ໃຫ້ກຽດເຂົ້າງານລ້ຽງຕ້ອນຮັບ ຈັດເປັນກຽດໂດຍເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຢູ່ທີ່ສໍານັກງານສະ​ຖານ​ທູດ.

 

ນອກ​ຈາກ​ເຄື່ອນ​ໄຫວ ​ຢູ່ ໂຕ​ກຽວ ແລ້ວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ດ້ວຍ​ຄະ​ນະ ​ໄດ້​ເດີນ​ທາງໄປ ​​​ແຂວງ​ໂອ​ກິ​ນາ​ວາ ແລະ ຟຸ​ກຸ​ໂອ​ກະ ​ເພື່ອຢ້ຽມ​ຢາມ ແລະ ຖອດ​ຖອນ​ບົດ​ຮຽນ ກ່ຽວ​ກັບ ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບໍ​ ລິ​ສັດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່​ມີ​ບົດ​ບາດສຳ​ຄັນໃນ​ການ​ຂັບ​ເຄື່ອນເສດ​ຖະ​ກິດ​ແຫ່ງ​ຊາດ​ຍີ່​ປຸ່ນ ແລະ ເປັນ​ສະ​ຖານ​ທີ່​ທາງ​​ປະ​ຫວັດ​ສາດ ​ທີ່​ດຳ​ເນີນ​ທຸ​ລະ​ກິດການທ່ອງ​ທ່ຽວ ປະ​ສົບ​ຜົນ​ສຳ​ເລັດ​ດີ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ໄດ້ພົບປະກັບສະມາຄົມມິດຕະພາບ ໂອກິນາວາ-ລາວ ແລະ ຟຸກຸໂອກະ-ລາວ ທີ່ຈັດງານລ້ຽງອາຫານຄໍ່າຕ້ອນຮັບທ່ານຮອງນາຍົກ ຢູ່ໃນສອງແຂວງດັ່ງກ່າວ. ​ຕະ​ຫລອດ​ໄລ​ຍະ​ຂອງ​ການ​ຢ້ຽມ​ຢາມຍີ່ປຸ່ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຄະ​ນະ ໄດ້​ຮັບ​ການ​ຕ້ອນ​ຮັບຢ່າງ​ອົບ​ອຸ່ນຈາກ​ລັດ​ຖະ​ບານ ກໍ​ຄື​ພາກ​ທຸ​ລະ​ກິດ​ຍີ່​ປຸ່ນ ລວມທັງບັນ​ດາສະ​ມາ​ຄົມ​ມິດ​ຕະ​ພາບ ຍີ່​ປຸ່ນ-ລາວ ກໍ​ໄດ້ໃຫ້​ການ​ຕ້ອນ​ຮັບ ແລະ ສະ​ໜັບ​ສະ​ໜູນ ຄະ​ນະ​ຜູ້​ແທນ​ທ່ານຮອງນາຍົກ ໃນ​ການ​ຢ້ຽມ​ຄັ້ງ​ນີ້ ເປັນ​ຢ່າງ​ດີ. ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 10 ມີ​ນາ 2017, ທ່ານຮອງນາຍົກ ແລະ ຄະ​ນະ​ ໄດ້​ເດີນ​ທາງ​ກັບ​ຄືນ​ປະ​ເທດ ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483936
ມື້ນີ້60
ມື້ວານ183
ອາທິດນີ້374
ເດືອນນີ້3241