ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ໂອ້ລົມພະນັກງານສະຖານທູດລາວ ປະຈຳ ປະເທດໄທ

BKK SLX1 BKK SLX2

BKK SLX3

 

ໃນຕອນບ່າຍຂອງວັນທີ 09 ມີນາ ທີ່ຜ່ານມານີ້, ທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໄດ້ພົບປະ ແລະ ໂອ້ລົມ ກັບບັນດາພະນັກງານຂອງສະຖານທູດ ສປປ ລາວ ທີ່ ບາງກອກ, ແລະ ນັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນ ທີ່ ຣາຊາອານາຈັກໄທ, ເນ່ື່ອງໃນໂອກາດທີ່ທ່ານເດີນທາງເຂົ້າຮ່ວມ ກອງປະຊຸມປະຈຳປີດ້ານການບໍລິຫານໃນສ່ວນພູມີພາກ ຂອງອົງການສະຫະປະຊາຊາດເພື່ອການພັດທະນາ ໃນເຂດ ອາຊີ-ປາຊີຟິກ ໂດຍມີຜູ້ເຂົ້າຮ່ວມທັງໝົດ 60 ກວ່າຄົນ.

 

ໃນໂອກາດ​​ນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງສະພາບການກ່ຽວກັບການພັດທະນາເສດຖະກິດ​-ສັງຄົມ ຂອງປະເທດລາວ ແລະ ສະພາບການອັນພົ້ນເດັ່ນຂອງໂລກໃຫ້ພະນັກງານສະຖານທູດຮັບຊາບ. ນອກຈາກນັ້ນ, ທ່ານຍັງໄດ້ຕີລາຄາສູງຕໍ່ຜົນງານຂອງບັນດາອ້າຍນ້ອງພະນັກງານ ທີ່ໄດ້ປະກອບສ່ວນແກ່ວຽກງານຂອງສະຖານທູດໃນໄລຍະຜ່ານມາ ໃນການເຮັດໜ້າທີ່ເປັນເສນາທິການໃຫ້ຂັ້ນເທິງໄດ້ເປັນຢ່າງດີ ແລະ ຮຽກຮ້ອງໃຫ້ພະນັກງານທັງໝົດ ຈົ່ງມີສະຕິ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ ເປັນຕົ້ນແນວທາງການຕ່າງປະເທດໃນໄລຍະໃໝ່ ແລະ ມີຄວາມສາມັກຄີປຸ້ມລຸມຮັກແພງກັນ.

 

ສ່ວນບັນຫາການກໍ່ສ້າງຊັບພະຍາກອນມະນຸດນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ແນະນຳໃຫ້ບັນດານັກຮຽກນັກສຶກ ທີ່ກຳລັງຮຽນທີ່ປະເທດໄທ ຈົ່ງມີສະຕິຊາດ, ເອົາໃຈໃສ່ຕໍ່ການຮຽນໄປພ້ອມໆກັບການເຜີຍແຜ່ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.

 

ໃນວາລະສຸດທ້າຍຂອງການໂອ້ລົມ, ທ່ານ ຫລີ ບຸນຄ້ຳ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄວາມເປັນຫ່ວງເປັນໃຍ ຂອງການນຳກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມສຳຄັນໃນການຊຸກຍູ້ການປະຕິບັດວຽກງານຂອງພັກ-ລັດ ໃຫ້ດຳເນີນໄປຢ່າງຖືກທິດ ແລະ ໃຫ້ຄຳປະຕິຍານວ່າ ສະຖານທູດຈະປະຕິບັດຕາມທຸກການຊີ້ນຳຂອງທ່ານລັດຖະມົນຕີ ເພື່ອໃຫ້ວຽກງານການນຳຂອງພັກ ແລະ ການຄຸ້ມຄອງລັດ ນັບມື້ນັບມີຄຸນນະພາບໃໝ່ ແລະ ເກີດໝາກເກີດຜົນເຖິງທີ່ສຸດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485399
ມື້ນີ້100
ມື້ວານ227
ອາທິດນີ້435
ເດືອນນີ້4704