ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ມີຄຳເຫັນໃນກອງປະຊຸມສຳມະນາພາກພື້ນ ກ່ຽວກັບ ເປົ້າໝາຍການພັດທະນາແບບຍືນຍົງ

 

SaleumxayMalay

 

ໃນວັນທີ 25 ເມສາ 2017 ທີ່ຜ່ານມາ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຮັບການເຊື້ອເຊີນຈາກ ສູນ Jeffrey Sachs ເພື່ອການພັດທະນາແບບຍືນຍົງ, ປະເທດມາເລເຊຍ, ໃຫ້​ເປັນ​ແຂກ​ກິດ​ຕິ​ມະ​ສັກ ເພື່ອມີ​ຄຳ​ເຫັນ ຕໍ່ກອງປະຊຸມສຳມະນາກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່​ພາກ​ພື້ນ​ອາ​ຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ເຊິ່ງໄດ້ຈັດຂື້ນພາຍໃຕ້ຫົວຂໍ້ການກຳ​ນົດທິດທາງແລະທ່າແຮງເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນອານະຄົດ”.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງ​ປະ​ເທດ ສ​ປ​ປ​ລາວ ໄດ້ຊີ້ໃຫ້ເຫັນຄວາມໝາຍ​​ສຳຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs)ພ້ອມທັງຕີລາຄາຄືນສະພາບຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໂດຍ​ລວມໃນການຈັດຕັ້ງປະຕິບັດເປົ້າໝາຍດັ່ງ​ກ່າວໃນລະ​ດັບ​ສາ​ກົນ, ໂດຍ​ສະ​ເພາະຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້(ອາຊຽນ). ທ່ານ ລັດຖະມົນຕີໄດ້ເນັ້ນໃຫ້​ເຫັນເຖິງຄວາມ​ສຳ​ຄັນ​ຂອງການເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນເພື່ອພ້ອມກັນຫັນວິໄສທັດປະຊາຄົມອາຊຽນແຕ່ນີ້ຮອດປີ 2025 ທີ່ປະກອບດ້ວຍສາມເສົາຄ້ຳໃຫ້ປະກົດຜົນເປັນຈິງເຊິ່ງຈະເປັນການປະກອບສ່ວນທີ່ສຳຄັນແລະ  ຊຸກຍູ້ໃຫ້ມີການເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນລະດັບພາກພື້ນເນື່ອງຈາກວ່າບັນ​ດາ​ເປົ້າ​ຫມາຍຂອງວຽກງານໃນສາມເສົ້າຄ້ຳປະຊາຄົມອາຊຽນ ແມ່ນມີຄວາມສອດ​ຄ່ອງ ກັບວາລະການພັດທະນາແບບຍືນຍົງ 2030 ຂອງ​ສາ​ກົນເປັນ​ຕົ້ນການລຶບລ້າງຄວາມທຸກຍາກ, ການປົກປັກຮັກສາແລະການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ແລະ ຍືນ​ຍົງ, ການກຽມ​ພ້ອມຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ການປັປຸງແລະພັດທະນາພື້ນຖານໂຄງລ່າງແລະການພັດທະນາໂດຍການມີສ່ວນຮ່ວມແລະການຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກ​ການ​ພັດ​ທະ​ນາ​ຢ່າງ​ທົ່ວ​ເຖິງ​ກັນ. ນອກນັ້ນ, ທ່ານລັດະຖະມົນຕີຍັງໄດ້ ຍົກ​ໃຫ້​ເຫັນຄວາມໝາຍໝັ້ນທາງການເມືອງຂອງລັດ​ຖະ​ບານລາວໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງ​ສາ​ກົນເຊິ່ງໄດ້​ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ ແລະ ໄດ້ສ້າງຕັ້ງຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງພະນະທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ. ນອກ​ຈາກນັ້ນ ສ​ປ​ປ​ລາວ ຍັງ​ໄດ້​ຖືກ​ເລືອກ​ໃຫ້​ເປັນຫນຶ່ງໃນບັນດາ​ປະ​ເທດ​ຕົວ​ແບບ (PILOT COUNTRY) ເພື່ອຈັດຕັ້ງປະຕິບັດເປົ້າຫມາຍ SDGs ຢູ່ພາກພື້ນອາຊີ. ໃນຕອນທ້າຍ, ທ່ານສະເຫຼີມໄຊກົມມະສິດກໍໄດ້ຕອບຄໍາຖາມຈາກຜູ້ເຂົ້້າຮ່ວມ ແລະ ເນັ້ນໜັກເຖີງຄວາມສຳຄັນຂອງການຟື້ນຟູການເປັນຄູ່ຮ່ວມມື​​ທີ່ດີເພື່ອສະໜັບສະໜູນແລະຊຸກຍູ້ສົ່ງເສີມເຊິ່ງກັນແລະກັນໃນການບັນລຸຄາດໝາຍແລະບູລິມສິດດ້ານການພັດທະນາ ທີ່ອີງໃສ່ສະພາບຈຸດພິເສດສະເພາະຂອງແຕ່ລະປະເທດເພື່ອພ້ອມກັນບັນລຸເປົ້າໝາຍການພັດທະນາໃນລະດັບພາກພື້ນແລະວາລະການພັດທະນາຂອງສາກົນ. ເຂົ້າຮ່ວມມີຄໍາເຫັນໃນພາກເປີດ ກອງປະຊຸມສໍາມະນາດັ່ງກ່າວ ຍັງປະກອບມີລັດຖະມົນຕີຮັບຜິດຊອບວຽກງານວາງແຜນເສດຖະກິດມາເລເຊຍ, ລັດຖະມົນຕີຮັບຜິດ ຊອບແຜນການພັດທະນາແຫ່ງຊາດ ອິນໂດເນເຊຍ, ລັດຖະມົນຕີວາງແຜນເສດຖະກິດ ຟິລິປິນ, ສາດສະດາຈານ ເຈຟຣີ ແຊັກສ ຈາກມະຫາວິທະຍາໄລ ໂຄລໍາເບຍ, ສ. ອາເມລິກາ, ທີ່ປຶກສາພິເສດຂອງເລຂາທິການໃຫຍ່ ສປຊ ດ້ານການພັດທະນາແບບຍືນຍົງ. ກອງປະຊຸມສໍາມະນາດັ່ງກ່າວຈະດໍາເນີນເປັນໄລຍະເວລາ 2 ວັນ ເພື່ອເປີດໂອກາດໃຫ້ບັນດານັກຄົ້ນຄວ້າດ້ານການພັດທະນາທີ່ມີຜົນງານແລະຊື່ສຽງ ຢູ່ພາກພື້ນ ແລະ ສາກົນ ໄດ້ແລກປ່ຽນບົດຮຽນ ນໍາກັນ ໂດຍສະເພາະກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍຂອງປະເທດຕ່າງໆ ໃນການປະຕິບັດເປົ້າຫມາຍການພັດທະນາຂອງສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485364
ມື້ນີ້65
ມື້ວານ227
ອາທິດນີ້400
ເດືອນນີ້4669