ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງນະຄອນຫລວງ ປັກກິງ ເພື່ອເຂົ້າຮ່ວມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”

 

PreattendBR02

 

ພະນະ​ທ່ານ ບຸນຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ ​ໄດ້ເດີນທາງເຖິງນະຄອນຫລວງປັກກິງ, ສປ ຈີນ, ໃນວັນທີ 13 ພຶດສະພາ 2017, ເພື່ອ​ເຂົ້າ​ຮ່ວມກອງປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນສູງ ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ” ພາຍ​ໃຕ້​ຫົວ​ຂໍ້: “ການ​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຮ່ວມ​ກັນ” (Belt and Road: Cooperation for Common Prosperity) ທີ່ຈະຈັດຂື້ນເປັນເວລາ 2 ວັນ, ແຕ່​ວັນ​ທີ 14-15 ພຶດສະພາ 2017, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາຂັ້ນສູງຂອງ ສປ ຈີນ, ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ.

 

ໃນຕອນເຊົ້າວັນທີ 14 ພຶດສະພາ 2017, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ເຂົ້າຮ່ວມພິທີເປີດ ແລະ ກອງປະຊຸມຄົບຄະນະ ຂອງກອງປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນສູງ ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ”, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດຫລາຍກວ່າ 1.500 ຄົນ ຈາກ 130 ກວ່າປະເທດ ໃນຂົງເຂດອາຊີ, ເອີຣົບ, ອາເມລິກາ ​ແລະ ອາ​ຟຣິກາ, ຊຶ່ງໃນນັ້ນລວມມີ 29 ປະມຸກ​ລັດ ​ແລະ ຫົວໜ້າ​ລັດຖະບານ, ແລະ ມີບັນດາອົງການ​ຈັດ​ຕັ້ງ​ສາກົນ, ເປັນຕົ້ນແມ່ນ ອົງການ​ສະຫະ​ປະຊາ​ຊາດ, ອົງການ​ກອງ​ທຶນ​ການ​ເງິນ​ສາກົນ, ທະນາຄານ​ໂລກ, ອົງການການຄ້າໂລກ, ແລະ ສະພາເວທີເສດຖະກິດໂລກ (WEF). ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ຄັ້ງ​ນີ້ ​ໄດ້ປຶກສາ​ຫາລື 3 ຫົວ​ຂໍ້ ຄື: 1. “ການ​ປະສານ​ສົມທົບ​ດ້ານ​ນະ​ໂຍບາຍ​ເພື່ອ​ການ​ເປັນ​ຄູ່​ຮ່ວມ​ທີ່​ໃກ້ຊິດ​ກັນ​ຂຶ້ນ​ກວ່າ​ເກົ່າ” (Policy Synergy for Closer Partnership); 2. “ສາຍພົວພັນ​ລະຫວ່າງ​ປະຊາຊົນ ​ກັບ ປະຊາຊົນ ຢ່າງ​ໃກ້ຊິດ​ສະໜິດ​ແໜ້ນ” (Ways to Strengthen People-to-People Bond); ​ແລະ 3. “ການ​ຮ່ວມ​ມື​ດ້ານ​ການ​ເຊື່ອມ​ຈອດ​ເພື່ອ​ການ​ພັດ​ທະນາ ຊຶ່ງກັນ ແລະ ​ກັນ” (Connectivity Cooperation for Interconnected Development). ເປົ້າໝາຍໃນການປຶກສາຫາລື ແມ່ນເພື່ອ​​ຊອກ​ຊ່ອງ​ທາງ​ແກ້​ໄຂສະພາບ​ເສດຖະກິດ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ ​ແລະ ວາງ​​ແນວທາງ​ເສດຖະກິດ​ໃນ​ອະນາຄົດ, ​ເປັນ​ຕົ້ນ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ນະ​ໂຍບາຍ​ການ​ເງິນ ​ແລະ ການ​ພັດທະນາ​ເສດຖະກິດ​ ຂອງ​ພາກ​ພື້ນ ​ແລະ ສາກົນ; ​ແລະ ​ເພື່ອ​ສົ່ງ​​ເສີມ​ການ​ເປັນ​ຄູ່​ຮ່ວມ​ເພື່ອ​ການ​ພັດທະນາ ສ້າງ​ຂະ​ບວນ​ໂລກາ​ພິວັດ​ໃຫ້​ເປີດ​ກວ້າງ ​ແລະ ກວມ​ລວມ ​ແລະ ​ແລກປ່ຽນ​ບັນດາ​ຂະ​ບວນການ​ວິວັດ ທີ່​ເປັນ​ປະໂຫຍ​ດ​ແກ່​ທຸກ​ຝ່າຍ ແລະ ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດເປັນກຽດໃຫ້ແກ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ໂດຍ ພະນະທານປະທານປະເທດ ສປ ຈີນ.

 

ໃນພາກບ່າຍຂອງວັນດຽວກັນ, ບັນດາລັດຖະມົນຕີທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງ​ປະຊຸມເປັນແຕ່ລະຫົວຂໍ້, ໂດຍກອງປະຊຸມ​ໄດ້ປຶກສາຫາລື ກ່ຽວກັບ ການເຊື່ອມຕໍ່ດ້ານຍຸດທະສາດ ແລະ ນະໂຍບາຍຕ່າງໆ, ດ້ານໂຄງລ່າງພື້ນຖານ, ການຄ້າເສລີ, ແລະ ການເຊື່ອມຕໍ່ດ້ານການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ຢ່າງໃຊ້ຊິດສະໜິດແໜ້ນ.

 

ສ່ວນວັນທີ 15 ພຶດສະພາ 2017, ພະນະທ່ານ ບຸນຍັງ ວໍລະຈິດ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມໂຕະມົນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຂອງກອງປະຊຸມເວທີປຶກສາລືຂັ້ນສູງ ວ່າດ້ວຍ "ໜຶ່ງແລວທາງ ໜຶ່ງເສັ້ນທາງ", ຊຶ່ງຈະເປັນມື້ສຸດທ້າຍຂອງກອງປະຊຸມ, ແລະ ຫລັງຈາກນັ້ນ ຈະສືບຕໍ່ເຄື່ອນໄຫວຢ້ຽມຢາມພາຍໃນ ສປ ຈີນ ຕໍ່ຈົນຮອດວັນທີ 17 ພຶດສະພາ 2017.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480410
ມື້ນີ້68
ມື້ວານ172
ອາທິດນີ້808
ເດືອນນີ້6641