ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມໂຕະມົນ ໃນເວທີປຶກສາຫາລືຂັ້ນສູງ ໜຶ່ງແລວທາງ ໜຶ່ງເສັ້ນທາງ

 

Onebelt1 Onebelt2 Onebelt3

 

ໃນ​ວັນ​ທີ 15 ພຶດສະພາ 2017, ພະນະ​ທ່ານ ບຸນຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ ​ໄດ້​ສືບຕໍ່ເຂົ້າ​ຮ່ວມກອງປະຊຸມໂຕະມົນບັນດາຜູ້ນຳ ຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ເປັນມື້ທີ 2, ເຊິ່ງໄດ້ມີການຮັບຮອງເອົາ ຖະແຫລງການຮ່ວມຂອງບັນດາຜູ້ນຳກອງປະຊຸມໂຕະມົນ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ(Joint Communique of the Leaders Roundtable of the Belt and Road Forum for International Cooperation).

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ປະກອບຄຳເຫັນວ່າ ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ປະກາດໂດຍ ທ່ານປະທານ ສີ ຈິນຜິງ ໃນປີ 2013 ແມ່ນຖືກຕ້ອງກັບກາລະເວລາ ແລະ ກາລະໂອກາດ ແຫ່ງການສົ່ງເສີມການຮ່ວມມືຜ່ານການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຈອດລະຫວ່າງປະຊາຊົນ ກັບປະຊາຊົນ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດເບື້ອງຕົ້ນ ຂອງຂໍ້ລິເລີ່ມດັ່ງກ່າວ, ຊຶ່ງສະແດງອອກໃຫ້ເຫັນແຈ້ງວ່າ ມາເຖິງປັດຈຸບັນມີຫລາຍກວ່າ 60 ປະເທດ ຈາກທະວີບອາຊີ ແລະ ເອີຣົບ ເຂົ້າຮ່ວມສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວ. ພ້ອມນັ້ນ ກໍ່ໄດ້ຢືນຢັນເຖິງເຈດ ຕະນາລົມຂອງ ສປປ ລາວ ໃນການສະໜັບສະໜູນການເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ພ້ອມທັງການເຂົ້າຮ່ວມໃນຂໍ້ລິເລີ່ມ ແລະ ໂຄງການຕ່າງໆ ທີ່ເຫັນວ່າ ສາມາດນຳຜົນປະໂຫຍດມາສູ່ ສປປ ລາວ ແລະ ພາກພື້ນຢ່າງແທ້ຈິງ, ໂດຍແນໃສ່ເພື່ອສືບຕໍ່ຜັນຂະຫຍາຍນະໂຍບາຍການສ້າງ ສປປ ລາວ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ບົນພື້ນຖານການນຳໃຊ້ທ່າແຮງ ຈາກຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ດັ່ງກ່າວ, ຊຶ່ງເຫັນໄດ້ຈາກຜົນສຳເລັດເບື້ອງຕົ້ນ ຂອງການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແຕ່ ນະຄອນຫລວງວຽງຈັນ ຫາ ຄຸນມິງ ທີ່ຈະປະກອບສ່ວນຢ່າງແຂງແຮງ ເຮັດໃຫ້ ສປປ ລາວ ສາມາດເຊື່ອມຈອດພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ແລະ ເຊື່ອມຈອດລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກັບປະເທດໃກ້ຄຽງ ແລະ ພາກພື້ນ ໂດຍສອດຄ່ອງກັບຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ຂອງ ສປປ ລາວ.

ໃນວັນດຽວກັນ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ໄດ້ໃຫ້ກຽດພົບປະໂອ້ລົມ ກັບພະນັກງານສະຖານທູດລາວ ແລະ ຕົວແທນນັກສຶກສາລາວ ທີ່ກຳລັງສຶກສາຕໍ່ຢູ່ຈີນ, ໂດຍໄດ້ເນັ້ນໃຫ້ສືບຕໍ່ສົ່ງເສີມສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຈີນ ໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພະນະທ່ານ ນາງ ຄຳເມິງ ວໍລະຈິດ, ພັນລະຍາຂອງພະນະທ່ານປະທານປະເທດ ໄດ້ຕິດຕາມເຄື່ອນໄຫວນຳລາຍການທີ່ສຳຄັນຂອງພະນະທ່ານປະທານປະເທດ, ແລະ ໄດ້ໄປຢ້ຽມຊົມ ພະລາດຊະວັງຕ້ອງຫ້າມ ພ້ອມທັງຢ້ຽມຢາມສະຖານທີ່ທຸລະກິດຂອງຈີນຈຳນວນໜຶ່ງ.

ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Peter Szijjarto, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ບັນດາວຽກງານ ກ່ຽວກັບ ການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດ, ແລະ ໄດ້ໃຫ້ສຳພາດຂ່າວ ຕໍ່ສື່ມວນຊົນຈີນ ກ່ຽວກັບ ບົດບາດຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຕໍ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ ໃນໄລຍະຜ່ານມາ ແລະ ອະນາຄົດ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484637
ມື້ນີ້153
ມື້ວານ188
ອາທິດນີ້1075
ເດືອນນີ້3942