ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 73 ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP)

 

Unescap1 Unescap2

 

ຄະນະຜູ້ແທນລາວນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດມົນຕີກະຊວງການຕ່າງປະເທດ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 73 ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນອາຊີ-ຊີຟິກ (UNESCAP), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 15 - 19 ພຶດສະພາ 2017 ທີ່ ບາງກອກປະເທດໄທ. ກອງປະຊຸມສາມັນປະຈຳປີໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຮ່ວມມື​​ພາກພື້ນເພື່ອພະລັງງານແບບຍືນຍົງ (Regional Cooperation for Sustainable Energy)”. ກອງປະຊຸມດັ່ງກ່າວໄດ້ແບ່ງອອກເປັນສອງລະດັບຄື: ລະດັບເຈົ້າໜ້າທີ່ອາວຸໂສ ແລະ ໃນລະດັບລັດຖະມົນຕີໂດຍພາຍໃຕ້ການເປັນປະທານຂອງ ທ່ານ Enele Socene Sopoaga,  ​ ນາຍົກລັດຖະມົນຕີປະເທດຕູວາລູ, ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນ​ດາ​ປະ​ເທດ​ສະ​ມາ​ຊິກໃນ​​ພາກ​ພຶ້ນ​​ອາ​ຊີ​-ປາ​ຊິ​ຟິກ ແລະ   ຜູ້ຕາງໜ້າຈາກຄູ່ຮ່ວມມືພັດທະນາ, ອົງການເຄືອຄ່າຍ ສປຊ, ບັນດາປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນແລະອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຫຼາຍອົງການເຂົ້າຮ່ວ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ດຣ. ShamshadAkhtar, ເລຂາທິການບລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ຂຶ້ນກ່າວບົດປາໄສໂດຍໄດ້ຊີ້ໃຫ້ເຫັນກ່ຽວກັບບັນດາສິ່ງທ້າທາຍທີ່ບັນດາປະເທດໃນພາກພື້ນອາຊີປາຊີຟິກກໍາລັງປະເຊີນຢູ່ ໂດຍສະເພາະ ການຫັນປ່ຽນການນຳໃຊ້ພະລັງງານແບບດັ່ງເດີມໄປສູ່ພະລັງງານທາງເລືອກໃໝ່ ແນໃສ່ຕອບສະໜອງໄດ້ຄວາມຕ້ອງການດ້ານພະລັງງານເພື່ອການພັດທະນາແບບຍືນຍົງ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນໃນປັດຈຸບັນ ແລະ ອະນາຄົດ ໄປພ້ອມໆກັບການຫຼຸດຜ່ອນຜົນກະທົບຕໍ່ກັບສິ່ງແວດລ້ອມ. ພ້ອມດຽວກັນ, ຍັງໄດ້ກ່າວເຖິງວຽກງານການພັດທະນາພື້ນຖານໂຄງລ່າງຢູ່ບັນດາປະເທດດ້ອຍພັດທະນາ, ປະເທດກຳ​ລັງ​ພັດ​ທະ​ນາບໍ່ມີຊາຍແດນຕິດທະເລ ແລະ ປະ​ເທດ​ເກາະ​ດອນ​​ນ້ອຍກຳ​ລັງ​ພັດ​ທະ​ນາ (LDC; LLDC & SIDS) ຕະຫຼອດເຖິງການຈັດຕັ້ງປະຕິບັດບັນດາເປົ້າໝາຍດ້ານການພັດທະນາແບບຍືນຍົງ (SDGs) ໂດຍໄດ້ຮຽກຮ້ອງໃຫ້ມີການເຊື່ອມໂຍງ ແລະ ຮ່ວມມືທາງດ້ານການເງິນທຶນ ລວມໄປເຖິງການເສີມສ້າງຂີດຄວາມສາມາດໃນການຮ່ວມມືພັດທະນາ. ທ່ານ​ຍັງໄດ້​ກ່າວ​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື ຂໍ້ລິເລີ່ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ່ນ​ທາງ ສ​ປ ຈີນ ຊຶ່ງ​ຫາ​ກໍ່​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ.

ກອງປະຊຸມດັ່ງກ່າວ, ຍັງໄດ້ເປີດໂອກາດໃຫ້ບັນດາປະເທດສະມາຊິກແລກປ່ຽນທັດສະນະກ່ຽວກັບບັນຫາທີ່ພົ້ນເດັ່ນສາກົນ ເປັນ​ຕົ້ນ​ແມ່ນ ກ່ຽວ​ກັບ ​ຄວາມ​ຍືນ​ຍົງ​ດ້ານ​ພະ​ລັງ​ງານ, ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລາງ. ໃນນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຂຶ້ນກ່າວຄໍາປາໄສໃນພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ຜັນແປໄປຢ່າງສະລັບຊັບຊ້ອນ ແລະ ສົ່ງຜົນສະທ້ອນຕໍ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນນະ​ໂຍ​ບາຍດ້ານພະລັງງານ ທີ່​ບໍ່​ສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເປັນ​ຕົ້ນ​ແມ່ນ​ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ພະ​ລັງ​ງານ, ການ​ເຂົ້າ​ເຖິງ​ການ​ຊົມ​ໃຊ້​ພະ​ລັງ​ງານ​ຂອງ​ປະ​ຊາ​ຊົນຢູ່​ຊົນ​ນະ​ບົດ​ຫ່າງ​ໄກ​ສອກ​ຫລີກ ແລະ ຜົນ​ກະ​ທົບ​ຈາກ​ພະ​ລັງ​ງານ​ທີ່​ບໍ່​ສ້າງຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ທີ​ຍັງ​ເປັນ​ສິ່ງ​ທ້າ​ທາຍ ແລະ ຮຽກ​ຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ຫຼາຍ​ຂຶ້ນ​ລະ​ຫວ່າງ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານຍັງສະແດງຄວາມເປັນຫ່ວງ ແລະ ຍົກ​ໃຫ້ເຫັນເຖິງຄວາມສໍາຄັນໃນການຮ່ວມມືກັນເພື່ອຈັດຕັ້ງປະຕິບັດບັນດາແຜນງານຍຸດທະສາດພະລັງງານແບບຍືນຍົງ ເພື່ອຮັບປະກັນຄວາມ​ໝັ້ນ​ຄົງດ້ານພະລັງງານ, ການພັດທະນາດ້ານເສດຖະກິດ ແລະ ການສົ່ງເສີມຄວາມຍືນຍົງດ້ານສິ່ງແວດລ້ອມ ພ້ອມທັງ​ໄດ້​ແຈ້ງ​ໃຫ້​ທີ່​ປະ​ຊຸມ​ຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍສອດຄ່ອງກັບເງື່ອນໄຂການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຊຶ່ງບັນດາປະເທດສະມາຊິກສະຫະປະຊາຊາດ ໄດ້ຮັບຮອງໃນປີ 2015 ເພື່ອສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາຕາມເປົ້າໝາຍ ແລະ ເປັນປະເທດທີ່ມີລາຍຮັບປານກາງພາຍ​ໃນ​ປີ 2030.

ໃນຕອນ​ທ້າຍ​ ກອງປະຊຸມສະໄໝສາມັນຄັ້ງນີ້ຍັງ​ໄດ້​ຮັບ​ຮອງ​ເອົາບັນດາຮ່າງຍັັດຕິຕ່າງໆ ​​ກ່ຽວ​​ກັບ ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ດ້ານ​ຕ່າງ​ໆ​ ຢູ່ໃນຂົງ​ເຂດ​ອາ​ຊີ-ປາ​ຊິຟິກ ຈຳ​ນວນ​ທັງ​ໝົດ 9 ສະ​ບັບ ຢ່າງເປັນ​ເອ​ກະ​ສັນ ແລ​ະ ໄດ້​ເລືອກ​ເອົາຄຳຂວັນ “Inequality in the era of the 2030 Agenda for Sustainable Development” ເປັນຫົວຂໍ້​ສຳ​ລັບ​ການດຳເນີນກອງ​ປະ​ຊຸມປະ​ຈຳ​ປີ ​ຄັ້ງ​ທີ 74 ຂອງ​ຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນອາຊີ-ຊີຟິກ (UNESCAP) ຊຶ່ງ​ຈະຈັດ​ຂຶ້ນ​ໃນ​ໄລ​ຍະ​ດຽວ​ກັນ ໃນ​ປີ 2018. ກອງປະຊຸມສະໄໝສາມັນປະຈຳປີຂອງຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນອາຊີ-ຊີຟິກ (UNESCAP) ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005