ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມ ສາທາລະນະລັດ ໂອຕຣິສ໌ ຢ່າງເປັນທາງການ

 

SaleumxayAustria2

 

ທ່ານ ລມຕ ຢ້ຽມຂ່ຳນັບ ພະນະທ່ານ ປະທານາທິບໍດີ ອາເລັກຊານເດີ ວານເດີ ເບນເລັນ (Alexander Van der Bellen) ແຫ່ງ ສ. ໂອຕຣິສ໌

 

SaleumxayAustria1

 

ທ່ານ ລມຕ ພົບປະກັບ ທ່ານ ເຊບັດທຽນ ຄວກສ໌, ລັດຖະມົນຕີກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ ແຫ່ງ ສ. ໂອຕຣິສ໌

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ເຊບັດທຽນ ຄວກສ໌ (Sebastian Kurz), ລັດຖະມົນຕີກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ໂອຕຣິສ໌, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ດຳເນີນການຢ້ຽມຢາມ ສ. ໂອຕຣິສ໌ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28-29 ພຶດສະພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ໂອຕຣິສ໌. ການຢ້ຽມຢາມຄັ້ງນີ້ ແມ່ນເຫດການສໍາຄັນໜຶ່ງ ສໍາລັບສອງປະເທດ ລາວ ແລະ ໂອຕຣິສ໌ ທີ່ມີຂຶ້ນໃນໂອກາດທີ່ສອງປະເທດ ພວມສະຫຼອງວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ.

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2017, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ອາເລັກຊານເດີ ວານເດີ ເບນເລັນ (Alexander Van der Bellen), ປະທານາທິບໍດີ ແຫ່ງ ສ. ໂອຕຣິສ໌, ທີ່ ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງວຽນນາ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ ປະທານາທິບໍດີໂອຕຣິສ໌ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ມາເຖິງ ພະນະທ່ານ ປະທານາທິບໍດີ ໂອຕຣິສ໌. ໃນການພົບປະໂອ້ລົມ, ທັງສອງຝ່າຍ ໄດ້ມີການແລກປ່ຽນຄຳເຫັນກັນ ກ່ຽວກັບ ສະພາບພາຍໃນຂອງກັນ ແລະ ກັນ, ຊຶ່ງປະທານາທິບໍດີ ໂອຕຣິສ໌ ໄດ້ໃຫ້ຄວາມສົນໃຈ ຕໍ່ການສ້າງສາພັດທະນາ ຂອງ ສປປ ລາວ ໂດຍເຫັັນວ່າ ສາມາດບັນລຸໄດ້ຄວາມກ້າວໜ້າ ແລະ ຜົນສໍາເລັດຫຼາຍຢ່າງ, ຈາກການທີ່ເພິ່ນເອງ ກໍເຄີຍໄດ້ມີໂອກາດມາຢ້ຽມຢາມລາວ ໃນກ່ອນໜ້ານີ້.

ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ເຊບັດທຽນ ຄວກສ໌, ລັດຖະມົນຕີກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ ແຫ່ງ ສ. ໂອຕຣິສ໌ ແລະ ຄະນະ, ທີ່ ກະຊວງການຕ່າງປະເທດ ໂອຕຣິສ໌. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາສູງຕໍ່ ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ນັບຕັ້ງແຕ່ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 01 ກັນຍາ 1967 ຈົນເຖິງປັດຈຸບັນ ຄົບຮອບ 50 ປີ ພໍດີ. ທັງສອງຝ່າຍ ຍັງໄດ້ມີຄວາມມຸ້ງຫວັງ ທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ວັດທະນະທຳ, ການຮ່ວມມືດ້ານການພັດທະນາ ແລະ ອື່ນໆ ທີ່ສອງປະເທດມີທ່າແຮງບົ່ມຊ້ອນ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນການພົບປະສອງຝ່າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ສະແດງຄວາມຍິນດີຕໍ່ ທ່ານລັດຖະມົນຕີ ເຊບັດທຽນ ຄວກສ໌ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນ ປະທານພັກປະຊາຊົນໂອຕຣິສ໌, ໃນວັນທີ 14 ພຶດສະພາ 2017, ທັງນີ້ກໍເພື່ອເປັນການກະກຽມໃຫ້ແກ່ການເລືອກຕັ້ງທົ່ວໄປ ທີ່ຈະມີຂຶ້ນໃນມໍ່ໆນີ້, ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໂອຕຣິສ໌ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນແກ່ ສປປ ລາວ ໃນພາລະກິດສ້າງສາພັດທະນາປະເທດ ໃນໄລຍະຜ່ານມາ, ໂດຍສະເພາະການອະນຸມັດເງິນກູ້ຍືມດອກເບ້ຍຕໍ່າ ສໍາລັບການດໍາເນີນໂຄງການພັດທະນາ ໃນຫຼາຍຂະແຫນງການ, ເຊັ່ນ: ດ້ານສາທາລະນະສຸກ, ກະສິກໍາ, ການກໍ່ສ້າງໂຄງລ່າງພື້ນຖານ, ການສຶກສາ ແລະ ອື່ນໆ. ໃນຂະນະດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ເຊີນຊວນຊຸກຍູ້ໃຫ້ບັນດານັກທຸລະກິດຂອງໂອຕຣິສ໌ ມາຢ້ຽມຢາມ ສປປ ລາວ ເພື່ອສຶກສາເບິ່ງຄວາມອາດສາມາດໃນການລົງທຶນ ຢູ່ ສປປ ລາວ ໃນຂະແໜງທີ່ມີຄວາມສົນໃຈ, ພ້ອມທັງສະເໜີໃຫ້ມີການແລກປ່ຽນການຢ້ຽມຢາມຂອງ ຄະນະນັກທຸລະກິດ ລາວ-ໂອຕຣິສ໌ ເພື່ອເປັນການເປີດກວ້າງການຮ່ວມມືລະຫວ່າງກັນ. ໃນຕອນທ້າຍຂອງການພົບປະ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນ ທ່ານ ເຊບັດທຽນ ຄວກສ໌, ລັດຖະມົນຕີຕ່າງປະເທດ ໂອຕຣິສ໌ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດ ແລະ ເວລາທີ່ເຫັນວ່າເໝາະສົມ.

ໂອຕຣິສ໌ ແມ່ນເປັນປະເທດທີ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ ໃນການສະໜອງເງິນກູ້ດອກເບ້ຍຕໍ່າ ໃຫ້ແກ່ ສປປ ລາວ ໃນມູນຄ່າເຖິງ 180 ກວ່າລ້ານ ເອີໂຣ ສໍາລັບໂຄງການທີ່ສໍາຄັນ ເຊັ່ນ: ການກໍ່ສ້າງ ແລະ ປັບປຸງຂະຫຍາຍໂຮງໝໍໃຫ້ທັນສະໄໝ, ການສ້າງຂົວ, ການນໍາເຂົ້າອຸປະກອນການແພດທີ່ທັນສະໄໝ ແລະ ອື່ນໆ, ຊຶ່ງມາຮອດປັດຈຸບັນ ໂຄງການສ່ວນໃຫຍ່ ໄດ້ປະຕິບັດສໍາເລັດໄປແລ້ວ.

ສປປ ລາວ ແລະ ໂອຕຣິສ໌ ໄດ້ມີສະພາບຈຸດພິເສດທີ່ຄ້າຍຄືກັນ: ເປັນປະເທດນ້ອຍ, ພົນລະເມືອງໜ້ອຍ ແລະ ບໍ່ມີຊາຍແດນຕິດກັບທະເລ ແຕ່ຫາກມີທ່າແຮງໃນການກາຍເປັນທາງຜ່ານເຊື່ອມຈອດທາງດ້ານເສດຖະກິດ ສໍາລັບບັນດາປະເທດໃກ້ຄຽງ. ໃນນັ້ນ ໂອຕຣິສ໌ ຍັງເປັນປະເທດທີ່ມີທ່າແຮງທາງດ້ານເສດຖະກິດ, ເປັນສູນກາງການເງິນຂອງຂົງເຂດ, ການທ່ອງທ່ຽວຂະຫຍາຍຕົວ ແລະ ອື່ນໆ. ດ້ານການພັດທະນາພະລັງງານໄຟຟ້າ, ໂອຕຣິສ໌ ໄດ້ມີການຮັກສາສິ່ງແວດລ້ອມດີ ໂດຍສະເພາະການປົກປັກຮັກສາຊັບພະຍາກອນນໍ້າ ໃນແມ່ນ້ຳ ດານູບ ແລະ ສາຂາຕ່າງໆ ເພື່ອຜະລິດພະລັງງານໄຟຟ້າ, ຊຶ່ງມີເຂື່ອນໄຟຟ້ານ້ຳລົ້ນ 09 ແຫ່ງ ຕາມລ້ອງແມ່ນໍ້າ ດານູບ, ພ້ອມທັງມີການຂະຫຍາຍລະບົບການຜະລິດໄຟຟ້າພະລັງງານລົມ ທີ່ເປັນພະລັງງານສະອາດ. ໃນໄລຍະຜ່ານມາ, ສປປ ລາວ ແລະ ໂອຕຣິສ໌ ໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຮ່ວມກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນັ້ນ, ຄະນະຜູ້ແທນລາວ ໄດ້ເຄື່ອນໄຫວທັດສະນະສຶກສາເບິ່ງ ພື້ນຖານການຜະລິດ ແລະ ຢ້ຽມຊົມສະຖານທີ່ວັດທະນະທຳ ແລະ ປະຫວັດສາດ ຈໍານວນໜຶ່ງ ຂອງນະຄອນຫຼວງວຽນນາ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484685
ມື້ນີ້201
ມື້ວານ188
ອາທິດນີ້1123
ເດືອນນີ້3990