ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 23

 

Pmnikkei1

 

Pmnikkei2

 

ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ນໍາພາ​ຄະນະຜູ້​ແທນ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ກ່ຽວ​ກັບ ອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 23, ພາຍ​ໃຕ້​ຫົວ​ຂໍ້: “​ໄລຍະ​ຂ້າມ​ຜ່ານ​ຂອງ​ຍຸກ​ໂລກາ​ພິວັດ: ອາຊີ ຈະ​ກ້າວ​ເດີນ​ໄປ​ແນວ​ໃດ”, ​ເຊິ່ງຈັດ​ຂຶ້ນ​ໂດຍ ສໍານັກຂ່າວໜັງສືພິມ ນິກເກ ຂອງ ຍີ່ປຸ່ນ, ​ໃນ​ວັນ​ທີ 5 ມິຖຸນາ 2017 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ ດ້ວຍ​ຜົນ​ສໍາ​ເລັດ​ອັນ​ຈົບງາມ. ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາ​ໄສ ​ໂດຍ​ໄດ້​ຍົກໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ຂະ​ບວນວິວັດ ຂ​ອງ ​ໂລກາ​ພິວັດ, ຜົນ​ປະໂຫຍ​ດ ​ແລະ ສິ່ງ​ທ້າ​ທາຍ ຂອງ​ການ​ຮ່ວມ​ມື ​ແລະ ການ​ເຊື່ອມ​​ໂຍງ​ພາກ​ພື້ນ ​ແລະ ສາກົນ ລວມທັງມາດ​ຕະການ​ຮັບ​ມື​ຂອງ ອາຊີ ແລະ ສປປ ລາວ ຕໍ່​ໜ້າ​ສະພາບ​ການ​ທີ່​ເກີດ​ມີຂະ​ບວນການ​ຕ້ານ​ໂລກາ​ພິວັດ ກໍ​ຄື ການ​ກໍາ​ເນີ​ດຂະ​ບວນການຫັນ​ເປັນ​ແນວ​ຄິດ​ຊາດ​ນິຍົມ ​ແລະ ປົກ​ປ້ອງຕົນ​ເອງ. ​ໃນ​ນັ້ນ, ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ສໍາຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບຂອງ​ພາກ​ພື້ນ ​ເຊິ່ງ​ເປັນ​ເງື່ອນ​ໄຂ​ພື້ນຖານ ​​ແລະ ຈໍາ​ເປັນ​ທີ່​ສຸດ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ແຕ່​ລະ​ປະ​ເທດ ກໍ​ຄື ​ພາກ​ພື້ນ.

 

​ໃນ​ມື້​ດຽວ​ກັນ, ທ່ານ ນາຍົກລັດຖະມົນຕີ ​ກໍ່ໄດ້​ໃຫ້​ສໍາ​ພາດ ໜັງສືພິມ ​ແລະ ​ໂທລະພາບ​ ນິກ​ເກ ກ່ຽວ​ກັບ ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​ໃນ​ປະຈຸ​ບັນ, ທັດສະນະ ຕໍ່ ບັນຫາ​ພາກ​ພື້ນ​ ​ແລະ ສາກົນທີ່​ພົ້ນ​ເດັ່ນ ຈໍານວນໜຶ່ງ.

 

​ພ້ອມ​ດຽວ​ກັນ​ນີ້, ​ໃນ​ວັນ​ທີ 6 ມິຖຸນາ 2017 ທ່ານ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສໍາ​ມະ​ນາ ກ່ຽວ​ກັບ ​ເສດຖະກິດ​ຂອງ ສປປ ລາວ, ​ຈັດ​ຂຶ້ນ​ໂດຍ ສໍານັກງານ​ໃຫຍ່ ​ອົງການ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ (JETRO) ​ແລະ ສູນ​ອາ​ຊຽນ-ຍີ່ປຸ່ນ (AJC), ​ເຊິ່ງ​ໄດ້​ກ່າວ​ປາ​ໄສ ກ່ຽວ​ກັບ ເງື່ອນ​ໄຂ ແລະ​ ສະພາບ​ການ​ຂອງ ສປປ ລາວ ທີ່​ເອື້ອ​ອໍານວຍ ​ແລະ ​ຮອງ​ຮັບ​ການ​ລົງທຶນຈາກ​ຕ່າງປະ​ເທດ ລວມທັງ ນັກ​ລົງທຶນ​ຍີ່ປຸ່ນ. ຄຽງ​ຄູ່​ກັນ​ນີ້, ກໍ​ໄດ້​ຮັບ​ຟັງ​ຄໍາ​ຄິດ​ເຫັນ ກ່ຽວ​ກັບ ຜົນ​ສໍາ​ເລັດ​ຂອງ ບັນດາບໍລິສັດ ​ແລະ ນັກ​ລົງທຶນ​ຍີ່ປຸ່ນ ທີ່​​ກໍາລັງ​ລົງທຶນ ຢູ່ ສປປ ລາວ, ​ໂດຍ​ສະ​ເພາະ ຢູ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ ລວມທັງ ​ໄດ້​ຕອບ​ຄໍາ​ຖາມ​ຂໍ້ຂ້ອງ​ໃຈ ຈາກ​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈໍານວນ​ໜຶ່ງ.

 

​ໃນ​ໂອກາດ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ຄັ້ງ​ນີ້, ທ່ານ ນາຍົກລັດຖະມົນຕີ ​ໄດ້​ພົບ​ປະ​ໂອ້​ລົມ​ກັບ ບັນດາ​ພະນັກງານ​ສະຖານ​ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ, ບັນດາ​ນັກ​ສຶກສາລາວ ທີ່​ກໍາລັງສຶກສາ​ຢູ່​ປະ​ເທດ​ຍີ່ປຸ່ນ ​ແລະ ບັນດາ​ພີ່ນ້ອງ ​ແລະ ຄົນ​ເຊື້ອ​ຊາດ​ລາວ ທີ່​ດໍາລົງ​ຊີວິດ​ ຢູ່ ຍີ່​ປຸ່ນ ຈໍານວນ​ໜຶ່ງ ​​ໃນ​ຕອນ​ແລງ​ຂອງ​ວັນ​ທີ 4 ມິຖຸນາ 2017 ເພື່ອ​ຕອບ​ຄໍາ​ຖາມ​ຂໍ້​ຂ້ອງ​ໃຈ ກ່ຽວ​ກັບ ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ ສປປ ລາວ ​ໃນປະຈຸ​ບັນ ​ແລະ ຊີ້​ນໍາ​ໃຫ້​ມີ​ການ​ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ການພັດທະນາ​ປະ​ເທດ ​ໃນ​ອະນາຄົດ ​ໂດຍ​ຖອດ​ຖອນ​ບົດຮຽນ​ທີ່​ດີ​ຈາກ​ປະ​ເທດ​ຍີ່ປຸ່ນ. ນອກຈາກ​ນີ້, ກໍ່ຍັງ​ໄດ້​ເດີນທາງ​ໄປ​ຢ້ຽມ​ຊົມ​ສະຖານ​ນີອ່າງ​ເກັບ​ ​ແລະ ປ່ອຍ​ນໍ້າຂອງ​ເມືອງ ຄາ​ຊຸ​ຄະ​ເບ (Kasukabe) ​ແລະ ສູນ​ຫັດຖະ​ກໍາ ຮາໂກຍຕະ (Hagoita) ​ຂອງ​ແຂວງ​ໄຊ​ຕະມະ.

 

​ການ​ເຄື່ອນ​ໄຫວ​ຂອງ ທ່ານ ນາຍົກລັດຖະມົນຕີ ຢູ່ ຍີ່ປຸ່ນ ​ໃນ​ເທື່ອນີ້ ​ເປັນ​ກາລະ​ໂອກາດ​ອັນ​ດີ ທີ່​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ທາງ​ດ້ານການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ-ວັດທະນະ​ທໍາ ​ໃຫ້​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງຂຶ້ນ​ກວ່າ​ເກົ່າ, ​ໂດຍ​ສະ​ເພາະ ການ​ດຶງດູດ​ການ​ລົງທຶນ ​ຈາກ​ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480293
ມື້ນີ້123
ມື້ວານ157
ອາທິດນີ້691
ເດືອນນີ້6524