ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດ ຕ້ອນຮັບທູດເຢຍລະມັນ ເຂົ້າຢ້ຽມອຳລາ

DPDPhankham

 

ໃນ​ວັນ​ທີ 07 ມິຖຸນາ 2017, ທີ່​ ທຳນຽບປະທານ​ປະ​ເທດ, ທ່ານ ພັນ​ຄຳ ວິພາ​ວັນ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ,​ ໄດ້​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​​ອຳ​ລາ​ຂອງ ທ່ານ Michael GRAV, ເອກອັກຄະລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ​ເຢຍລະ​ມັນ ປະຈຳ ​ສປປ ລາວ, ໃນ​ໂອກາດ​ສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ.

 

ໃນ​ໂອ​ກາດ​ດັ່ງກ່າວ, ທ່ານ​ ພັນ​ຄຳ ວິພາ​ວັນ ​ໄດ້​ສະ​ແດງຄວາມຊົມ​ເຊີຍ, ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ​ ຂອງ ທ່ານ Michael GRAV ​ຊຶ່ງເປັນ​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ລະຫວ່າງສ​ອງປະ​ເທດ ລາວ ​ແລະ ​ເຢຍລະ​ມັນ ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ. ພ້ອມ​ນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ  ຕໍ່ການປະກອບສ່ວນຊ່ວຍເຫລືອຂອງລັດຖະບານ ແລະ ​ປະຊາຊົນ ເຢຍລະ​ມັນ, ຊຶ່ງເປັນການປະກອບສ່ວນສຳຄັນ ໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງລາວ ແລະ ເຫັນວ່າ ການຮ່ວມມືສອງຝ່າຍ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ນີ້, ທ່ານ​ຍັງ​ໄດ້​ອວຍພອນ​ໃຫ້​ທ່ານທູດ ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ ​ແລະປະສົບ​ຜົນ​ສຳ​ເລັດ ​ໃນ​ພາລະກິດ​ໃໝ່​ຂອງ​ທ່ານ.

 

ໃນໂອກາດ​ດຽວ​ກັນ, ທ່ານ Michael GRAV ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ທ່ານ​ຮອງ​ປະທານ​ປະ​ເທດ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີ​ຄ່າ​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ ​ໃນ​ຄັ້ງ​ນີ້​, ພ້ອມ​​ຖື​ໂອກາດ​ດັ່ງກ່າວ, ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ມາ​ຍັງ​ບັນດາ​ການ​ນຳ​ພັກ-ລັດ​ຕະຫລອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ທີ່​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ ​ຕະຫລອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ ຈົນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໜ້າ​ເພິ່ງພໍ​ໃຈ.

 

ພາບ ແລະ ເນື້ອໃນ: ຂປລ

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480386
ມື້ນີ້44
ມື້ວານ172
ອາທິດນີ້784
ເດືອນນີ້6617