ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສອງນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ພົບປະສຸດຍອດ ທີ່ ໂຕກຽວ

LaosJapan171

 

LaosJapan172

 

LaosJapan173

 

LaosJapan174

 

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດ ຂອງ ອາຊີ (Future of Asia) ຄັ້ງທີ 23 ແຕ່​ວັນ​ທີ 05-06 ມິ​ຖຸ​ນາ 2017 ທີ່ຈັດໂດຍ ສໍານັກຂ່າວ ນິກ​ເກ ຂອງ ຍີ່ປຸ່ນ. ໃນ​ວັນ​ທີ 05 ມິ​ຖຸ​ນາ 2017, ພະ​ນະ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຊຶ່ງ​ໄດ້​ຮັບ​ຄວາມ​ສົ​ນ​ໃຈຈາກ ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ເປັນ​ຢ່າງ​ຍິ່ງ. ​ຕໍ່​ມາວັນ​ທີ 07 ມິ​ຖຸ​ນາ 2017, ທ່ານນາຍົກລັດຖະມົນຕີ ໄດ້​ທຳ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ ຢ່າງ​ເປັນ​ທາງ​ການ, ຊຶ່ງ​ພິ​ທີ​ຕ້ອນ​ຮັບໄດ້ຈັດ​ຂຶ້ນ​ທີ່ ເຮືອນ​ຮັບ​ຮອງ​ລັດ​ຖະ​ບານ ໂດຍ​ສອງ​ທ່ານ​ນາ​ຍົກ​ໄດ້​ຍ່າງກວດ​ແຖວກອງ​ກຽດ​ຕິ​ຍົດ, ​ພົບ​ປະ​ສຸດຍອດສອງ​ຝ່າຍ, ຖະ​ແຫລງ​ຂ່າວ​ຮ່ວມ ແລະ ງານ​ລ້ຽງ​ຮັບ​ຮອງ ຕາມ​ພິ​ທີ​ການ​ຕ້ອນ​ຮັບ ຂອງ ຝ່າຍ​ຍີ່​ປຸ່ນ.

 

ໃນການພົບປະສອງຝ່າຍ ແມ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ອົບ​ອຸ່ນ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ແລະ ກັນ, ໂດຍ​ສອງ​ຝ່າຍ​ໄດ້ຕີລາຄາສູງ ຕໍ່ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ທີ່ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ຊຶ່ງເຫັນໄດ້ຈາກຫຼາຍຂົງເຂດຂອງການຮ່ວມມື ປະສົບຜົນສຳເລັດດີ. ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ລະຫວ່າງການນໍາຂັ້ນສູງ ກໍ່ຄືລະດັບຕ່າງໆ. ຕົວເລກທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງຍີ່ປຸ່ນ ຢູ່ ສປປ ລາວ ມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ການລົງທຶນຂອງຍີ່ປຸ່ນ ຈັດຢູ່ໃນອັນດັບ 7 ຂອງການລົງທຶນຕ່າງປະເທດໃນລາວ ລວມມີ 102 ໂຄງການ ມູນຄ່າທັງໝົດປະມານ 438 ລ້ານໂດລາສະຫະລັດ ແລະ ມູນຄ່າການຄ້າສອງຝ່າຍ ໃນປີ 2016 ມີປະມານ 231 ລ້ານໂດລາສະຫະລັດ, ໃນນັ້ນ ລາວນໍາເຂົ້າ 116 ລ້ານໂດລາສະຫະລັດ ແລະ ສົ່ງອອກ 115 ລ້ານໂດລາສະຫະລັດ, ຈັດເປັນອັນດັບ 4 ຮອງຈາກໄທ, ຈີນ ແລະ ຫວຽດນາມ. ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດ ແຜນຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອພັດທະນາປະເທດລາວແບບຍືນຍົງ ຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ. ສອງຝ່າຍ ມີຄວາມຍິນດີຈະສືບຕໍ່ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ວັດທະນະທໍາ ລວມທັງດ້ານຕ່າງໆ ທີ່ຢູ່ພາຍໃຕ້ຂອບຄູ່ຮ່ວມມືຍຸດທະສາດນໍາກັນ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຫາລືກັນ ກ່ຽວກັບ ຄວາມເປັນໄປໄດ້ໃນການເປີດສາຍການບິນໂດຍກົງ ໂຕກຽວ-ວຽງຈັນ ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ໄດ້ແລກປ່ຽນຄຳເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຮັດໃຫ້ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

 

ໃນໂອກາດດັ່ງກ່າວ, ພະນະທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີຄັ້ງນີ້, ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນດ້ານຕ່າງໆເຊັ່ນ: ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ທີ່ເປັນອັນດັບ 01 ຂອງປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ, ເຊິ່ງໃນປີ 2016 ໄດ້ມີ 05 ໂຄງການ ລວມມູນຄ່າທັງໝົດ 13,854 ຕື້ເຢນ (ປະມານ 122 ລ້ານໂດລາສະຫະລັດ) ແລະ ໃນສົກ 06 ເດືອນຕົ້ນປີ 2017 ກໍ່ມີການລົງນາມເອກະສານແລກປ່ຽນ 02 ໂຄງການ ລວມມູນຄ່າ 367 ລ້ານເຢນ (ປະມານ 3,7 ລ້ານໂດລາສະຫະລັດ); ການອະນຸມັດໂຄງການຮ່ວມມືດ້ານວິຊາການ ໃນສົກປີ 2015-2016 ຈໍານວນ 11 ໂຄງການ, ເຊິ່ງບັນດາໂຄງການເຫຼົ່ານັ້ນ ຈະຈັດຕັ້ງປະຕິບັດ ໃນສົກປີ 2017-2018; ການອະນຸມັດທຶນການສຶກສາໄລຍະຍາວ ລະດັບປະລິນຍາໂທ ແລະ ປະລິນຍາເອກ ເພື່ອສ້າງຂີດຄວາມສາມາດໃຫ້ ສປປ ລາວ ໃນການປັບປຸງວຽກງານ ບູລະນະຮັກສາທາງຫຼວງແຫ່ງຊາດຂອງລາວ; ໂຄງການຊ່ວຍເຫຼືອທາງດ້ານການຄຸ້ມຄອງເສດຖະກິດມະຫາພາກ ໂດຍສະເພາະການຄຸ້ມຄອງ ແລະ ເກັບລາຍຮັບເຂົ້າງົບປະມານ; ໂຄງການສ້າງຂີດຄວາມສາມາດໃຫ້ແກ່ການນຳຂັ້ນສູງ ຂອງ ສປປ ລາວ; ໂຄງການຂະຫຍາຍສະໜາມບິນສາກົນວັດໄຕ; ການສົ່ງອາສາສະໝັກຍີ່ປຸ່ນ ມາຊ່ວຍ ສປປ ລາວ, ເຊິ່ງນັບແຕ່ປີ 1965 ມາເຖິງປັດຈຸບັນ ມີອາສາສະໝັກ ຫຼາຍກວ່າ 800 ຄົນ ແລະ ຊ່ຽວຊານ ຫຼາຍກວ່າ 4.500 ຄົນ; ແລະ ການໃຫ້ທຶນຊ່ວຍເຫຼືອລ້າແກ່ ສປປ ລາວ ເຂົ້າໃນໂຄງການເລັ່ງລັດວຽກງານເກັບກູ້ລະເບີດ ເພື່ອສະໜັບສະໜູນໃຫ້ແກ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະ 02 ເປັນຈໍານວນເງິນ 7,03 ລ້ານໂດລາສະຫະລັດ. ໃນຂະນະດຽວກັນ, ພະນະທ່ານນາຍົກ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ລັດຖະບານຍີ່ປຸ່ນ ທີ່ເຫັນດີສືບຕໍ່ສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ, ເຊິ່ງເປັນໂຄງການບຸລິມະສິດ ທີ່ນອນຢູ່ໃນແຜນຍຸດທະສາດການພັດທະນາ ຂອງທັງສອງປະເທດ ລາວ-ຫວຽດນາມ. ການຊ່ວຍເຫຼືອທັງໝົດນັ້ນ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສອດຄ່ອງກັບຄວາມຈໍາເປັນ ໃນການປັບປຸງການດຳລົງຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ ເພື່ອຫຼຸດຜ່ອນຄວາມທຸກຍາກ ກໍຄືຫຼຸດຄວາມແຕກໂຕນດ້ານການພັດທະນາຂອງ ສປປ ລາວ ກັບປະເທດອື່ນໃນພາກພື້ນ ເພື່ອໃຫ້ຫຍັບໃກ້ເຂົ້າຫາກັນ.

 

ໃນໂອກາດດຽວກັນ, ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ກໍໄດ້ສະແດງຄວາມຍິນດີຕ້ອນ​ຮັບ ຕໍ່​ການ​ຢ້ຽມ​ຢາມ ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ ຄັ້ງ​ນີ້ ແລະ ຕີລາຄາສູງ ຕໍ່ການ​ຮ່ວມ​ມືຂອງ ສ​ປ​ປ ລາວ ໃນ​ຂອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຂອງ ທ່ານນາຍົກລັດຖະມົນຕີລາວ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ການຮ່ວມ​ມື-ສະໜັບສະໜູນ ຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ.

 

ພາຍຫຼັງສຳເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ກໍ​ໄດ້​ຮ່ວມ​ຖະ​ແຫລງ​ຂ່າວ ຕໍ່ສື່ມວນຊົນ ກ່ຽວ​ກັບ ຜົນ​ສຳ​ເລັດ​ຂອງ​ການ​ພົບ​ປະ​ສຸດຍອດ​ສອງ​ຝ່າຍ​ດັ່ງ​ກ່າວ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484373
ມື້ນີ້77
ມື້ວານ273
ອາທິດນີ້811
ເດືອນນີ້3678