ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ

ml na

ml pra

ml ma

ml pa

 

 

 

ໂດຍ​ຕອບ​ສະໜອງ​ຕາມ​ຄໍາ​ເຊີນ​ຂອງ​ທ່ານ ເອນມາ ເມັມມາເດຍຣົບ (Elmar Mammadyarov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາແຊັກໄບຊານ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 18-20 ມິຖຸນາ 2017, ເຊິ່ງເປັນການຢ້ຽມຢາມຄັ້ງທໍາອິດ ທີ່ເປັນຄັ້ງປະຫວັດສາດ ຂອງຄະນະຜູ້ແທນລະດັບສູງລະຫວ່າງສອງຝ່າຍ ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນເປັນຕົ້ນມາ.

ໃນວັນທີ 19 ມິຖຸນາ 2017, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກັບ ທ່ານ ເອນມາ ເມັມມາເດຍຣົບ, ລັດຖະມົນຕີຕ່າງປະເທດ ແຫ່ງ ສ.ອາແຊັກໄບຊານ, ໂດຍທີ່ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995 ຈົນເຖິງປັດຈຸບັນ, ພ້ອມທັງໃຫ້ການຕີລາຄາວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ ອາແຊັກໄບຊານ ຄັ້ງນີ້ ເປັນນິມິດໝາຍອັນດີໃນການຊຸກຍູ້ເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນບົນພື້ນຖານຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ພ້ອມທັງໃຫ້ການສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ໃນທຸກລະດັບ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ, ໂດຍສະເພາະ ເພີ່ມທະວີການຮ່ວມມືໃນຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ບໍ່ແຮ່, ກະສິກຳ, ອຸດສາຫະກຳປຸງແຕ່ງ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງສະພາບການໂດຍຫຍໍ້ທາງດ້ານເສດຖະກິດ-ສັງຄົມ, ສະພາບລວມ ຂອງຂໍ້ສະດວກ-ຂໍ້ຫຍຸ້ງຍາກ ຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງແລກປ່ຽນຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ, ໂດຍເຫັນດີສືບຕໍ່ສະໜັບ ສະໜູນຊຶ່ງກັນ ແລະ ກັນ ໃນເວທີຕ່າງໆ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອໃຫ້ທຶນການສຶກສາ ແກ່ນັກສຶກສາລາວຈຳນວນຫຼາຍ ຂອງລັດຖະບານ ອາແຊກໄບຊານ ໃນສະໄໝອະດີດ ສະຫະພາບ ໂຊວຽດ, ຊຶ່ງອະດີດນັກສຶກສາທີ່ຮຽນຈົບມາຈາກອາແຊັກໄບຊານໃນເມື່ອກ່ອນ      ບາງທ່ານກໍໄດ້ກາຍເປັນການນຳ ແລະ ມີຕຳ ແໜ່ງສູງຢູ່ໃນກົງຈັກລັດຖະບານປັດຈຸບັນ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະເໜີໃຫ້ລັດຖະບານອາແຊັກໄບຊານ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການສ້າງຊັບ ພະຍາກອນມະນຸດ ກໍ່ຄືໃຫ້ທຶນການສຶກສາ, ຝຶກອົບຮົມ ຫຼື ການໄປທັດສະນະສຶກສາໄລຍະສັ້ນ ທີ່ ອາແຊັກ ໄບຊານ ໃຫ້ແກ່ ສປປ ລາວ ແລະ ສະເໜີໃຫ້ທັງສອງຝ່າຍປຶກສາຫາລືກັນ ກ່ຽວກັບ ຄວາມເປັນໄປໄດ້ໃນການກໍ່ສ້າງໂຮງກັ່ນນ້ຳມັນຢູ່ ສປປ ລາວ, ຊຶ່ງຈະເປັນການສ້າງຜົນປະໂຫຍດຢ່າງຫຼວງຫຼາຍ ໃຫ້ແກ່ສອງປະເທດ ລາວ-ອາແຊັກ ໄບຊານ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ ເພື່ອໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.

ໃນຂະນະດຽວກັນ, ຝ່າຍອາເຊັກໄບຊານ ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ຊຸກຍູ້ໃຫ້ມີການຮ່ວມມືກັນໃນດ້ານເສດຖະກິດໃຫ້ຫຼາຍຂຶ້ນ ແລະ ຈະສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ມີການສົ່ງເສີມສາຍພົວພັນຮ່ວມມືລະຫວ່າງ ສະພາຂອງສອງປະເທດ ໄປຄຽງຄູ່ກັບການສ້າງຕັ້ງກຸ່ມມິດຕະພາບ ປະຈຳ ລັດຖະສະພາຂອງກັນ ແລະ ກັນ.

ໃນໂອກາດດັ່ງກ່າວ, ລັດຖະມົນຕີຕ່າງປະເທດ ສອງຝ່າຍ ໄດ້ເຊັນສັນຍາຍົກເວັ້ນວີຊາການທູດ ລະຫວ່າງສອງປະເທດນຳກັນ, ເຊິ່ງຈະມີຜົນບັງຄັບໃຊ້ໄດ້ ພາຍຫຼັງສາມສິບວັນ ທີ່ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ.

ໃນໂອກາດຢ້ຽມຢາມທາງການ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ບັນດາການນຳຂັ້ນສູງຂອງອາແຊັກໄບຊານ ຄື: ພະນະທ່ານ ອິນຮາມ ອາລີເຢບ (Ilham Aliyev), ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ; ພະນະທ່ານ ອັອກໄຕ ອາຊາດົບ (Ogtay Asadov), ປະທານສະພາແຫ່ງຊາດ; ແລະ ພະນະທ່ານ ອາຕູຣາຊີຊາເດ (Artur Rasizade)ນາຍົກລັດຖະມົນຕີ ແຫ່ງ  ສ. ອາແຊັກໄບຊານ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ບັນດາການນຳຂັ້ນສູງຂອງອາແຊກໄບຊານ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ການນຳຂັ້ນສູງແຫ່ງ ສປປ ລາວ ໄປເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ອາແຊັກໄບຊານ. ນອກຈາກນີ້, ຄະນະ ຍັງໄດ້ເດີນທາງໄປຢ້ຽມຊົມ ພື້ນຖານການຜະລິດຕ່າງໆຢູ່ນະຄອນຫຼວງບາກູ, ເປັນຕົ້ນແມ່ນໂຮງງານກັ່ນນ້ຳມັນ ແລະ ອື່ນໆ.

ໃນຕອນທ້າຍຂອງການຢ້ຽມຢາມ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນຄູ່ຮ່ວມຕຳແໜ່ງ ດຳເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດ ແລະ ເວລາທີ່ເຫັນວ່າສະດວກເໝາະສົມ, ເຊິ່ງລັດຖະມົນຕີຕ່າງປະເທດ ອາແຊັກໄບຊານ ໄດ້ຕອບຮັບດ້ວຍຄວາມຍິນດີ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484561
ມື້ນີ້77
ມື້ວານ188
ອາທິດນີ້999
ເດືອນນີ້3866