ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະຣາຊະທູດ ກຳປູເຈຍ ປະຈຳລາວ ຄົນໃໝ່

slx em cam

    ໃນຕອນເຊົ້າຂອງວັນທີ 03 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈງ ມານິດ (Cheng Manith), ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈໍາ ສປປ ລາວ ຄົນໃໝ່. ທ່ານເອກອັກຄະຣາຊະທູດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 04 ພືດສະພາ 2017 ຜ່ານມາ.

 ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕໍ່ ທ່ານເອກອັກຄະຣາຊະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ກຳປູເຈຍ ປະຈໍາລາວ ຄົນໃໝ່ ກໍໄດ້ສະແດງຄວາມຂອບໃຈ ທີ່ທ່ານລັດຖະມົນຕີ ໃຫ້ກຽດຕ້ອນຮັບ ແລະ ໄດ້ຢໍ້າຄືນເຖິງການຈະປະກອບສ່ວນທຸກຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ, ພ້ອມນ້ັນ, ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຜ່ານມາ.

   ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຕໍ່ການເປີດນຳໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການ ໃນຕົ້ນປີ 2017 ນີ້ ແລະ ການນຳໃຊ້ໜັງສືຜ່ານແດນນຳກັນ, ຊຶ່ງຈະມີຄວາມສຳຄັນຫຼາຍໃນການເພີ່ມທະວີການຮ່ວມມື, ອໍານວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ສົ່ງເສີມການທ່ອງທ່ຽວ ລະຫວ່າງປະຊາຊົນຂອງສອງປະເທດໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບ ວຽກງານຊາຍແດນ, ການທ່ອງທ່ຽວ, ການຈັດກອງປະຊຸມຄະນະກຳມາທິການຮ່ວມ (JC) ລາວ-ກຳປູເຈຍ, ການລົງທຶນໃນເຂດເສດຖະກິດສະເພາະ ສະຫວັນປາກ (Savan Park) ແລະ ການຄ້າຊາຍແດນ ເພື່ອຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂເຮັດໃຫ້ການຄ້າຂາຍ ລະຫວ່າງສອງປະເທດ ມີມູນຄ່າເພີ່ມຂຶ້ນ, ໂດຍສະເພາະການສ້າງເສັ້ນທາງຄົມມະນາຄົມ ເປັນຕົ້ນແມ່ນ ການສ້າງຂົວເຊລຳເພົາ ເພື່ອເຊື່ອມໂຍງການຄ້າ, ການລົງທຶນ, ການອຳນວຍຄວາມສະດວກໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117