ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ລົງກວດກາພື້ນທີ່ ບໍລິເວນຊາຍແດນ ລາວ-ໄທ

slx bt

ໃນລະຫວ່າງວັນທີ 27-28 ມິຖຸນາ 2017, ຄະນະເຈົ້າໜ້າທີ່ອາວຸໂສພາຍໃຕ້ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ໄດ້ຮ່ວມກັນລົງກວດກາພື້ນທີ່ຕົວຈິງຊາຍແດນ ລາວ-ໄທ ທາງບົກ ບໍລິເວນແກ້ງຜາໄດ ແລະ ບໍລິເວນຜາຕັ້ງ-ຜາບ່ອງ ຊຶ່ງເປັນຈຸດຄົງຄ້າງທີ່ນອນໃນຈໍານວນ 14 ຈຸດຈາກການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທີ່ເລີ່ມມາແຕ່ປີ 1997, ເບື້ອງລາວຂຶ້ນກັບເມືອງປາກທາ, ແຂວງບໍ່ແກ້ວ ແລະ ເບື້ອງໄທຂຶ້ນກັບ ອໍາເພີວຽງແກ່ນ, ຈັງຫວັດຊຽງຣາຍ. ຄະນະຝ່າຍລາວນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ແລະ ຄະນະຝ່າຍໄທນໍາໂດຍ ທ່ານ ວະສິນ ທີລະເວດຊະຍານ, ທີ່ປຶກສາກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ໄທ-ລາວ (ຝ່າຍໄທ).

ການລົງກວດກາພື້ນທີ່ໃນຄັ້ງນີ້ ແມ່ນປະຕິບັດຕາມຜົນຂອງກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ (JBC) ຄັ້ງທີ 10, ສະບັບລົງວັນທີ 23 ມັງກອນ 2015 ທີ່ນະຄອນຫຼວງວຽງຈັນ ແລະ ປະຕິບັດຕາມການຕົກລົງເຫັນດີໃນການພົບປະສອງຝ່າຍ ລະຫວ່າງ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍ ຄັ້ງວັນທີ 02​ ກຸມພາ 2017 ທີ່ດ່ານສາກົນວັງເຕົ່າ-ຊ່ອງເມັກ.

ໃນໂອກາດລົງກວດກາພື້ນທີ່ຄັ້ງນີ້, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍໄດ້ຮັບຟັງການລາຍງານ ແລະ ຊີ້ແຈງຈາກກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມ ລາວ-ໄທ; ໄທ-ລາວ ກ່ຽວກັບເຫດຜົນ ແລະ ຄວາມຄືບໜ້າຂອງການດໍາເນີນການສໍາຫຼວດ ແລະ ແກ້ໄຂຈຸດຄົງຄ້າງຮ່ວມກັນໃນໄລຍະຜ່ານມາ. ຈາກນັ້ນ, ປະທານຮ່ວມທັງສອງຝ່າຍກໍ່ໄດ້ແນະນໍາເຈົ້າໜ້າທີ່ກອງສໍາຫຼວດທັງສອງຝ່າຍ ຈົ່ງສືບຕໍ່ຮ່ວມກັນປຶກສາຫາລືຊອກຫາວິທີການແກ້ໄຂທີ່ເໝາະສົມ ອັນສອດຄ່ອງກັບຫຼັກການທາງດ້ານກົດໝາຍ ແລະ ຫຼັກການເຕັກນິກ ເພື່ອແກ້ໄຂຈຸດຄົງຄ້າງດັ່ງກ່າວໃຫ້ສໍາເລັດໂດຍໄວ ເປັນຕົ້ນ ຮ່ວມກັນສໍາຫຼວດເກັບລາຍລະອຽດເພີ່ມເຕີມ, ແຕ້ມແຜນຜັງສະໜາມ, ກໍານົດຈຸດທີ່ເໝາະສົມ ແລະ ກໍ່ສ້າງຫຼັກໝາຍຊາຍແດນ ພ້ອມທັງຂີດທິດເນັ່ງເສັ້ນຊາຍແດນໃນແຜນຜັງສະໜາມເທິງສັນປັນນໍ້າທີ່ຕໍ່ເນື່ອງ ທີ່ເປັນທິດເນັ່ງຂອງເສັ້ນຊາຍແດນຕາມສົນທິສັນຍາ ຝຣັ່ງ-ສະຫຍາມ ສະບັບລົງວັນທີ 23 ມີນາ 1907 ແລ້ວລາຍງານຕາມລໍາດັບຂັ້ນຈົນເຖິງປະທານຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ພິຈາລະນາຕໍ່ໄປ.

ການລົງກວດກາພື້ນທີ່ຂອງຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ; ໄທ-ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ໄດ້ຮ່ວມກັນປຶກສາຫາລື ຢ່າງຈິງໃຈ ແລະ ກົງໄປກົງມາໃນທຸກໆບັນຫາ ອັນເປັນພື້ນຖານ ແລະ ຄວາມປາຖະໜາທີ່ຈະຮ່ວມກັນເລັ່ງລັດແກ້ໄຂຈຸດຄົງຄ້າງໃຫ້ສໍາເລັດຕາມແຜນການ ຂອງກອງປະຊຸມຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ (JBC) ຄັ້ງທີ 10, ສະບັບລົງວັນທີ 23 ມັງກອນ 2015 ທີ່ນະຄອນຫຼວງວຽງຈັນ ວາງໄວ້ຄື: ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກຮ່ວມ ລາວ-ໄທ ໃຫ້ສໍາເລັດ ໃນປີ 2016 ແລະ ທາງນໍ້າ ໃນປີ 2018.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484527
ມື້ນີ້43
ມື້ວານ188
ອາທິດນີ້965
ເດືອນນີ້3832