ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນລາວ ໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017

 

WebSaleumxayInterview3 WebSaleumxayInterview1

WebSaleumxayInterview2

 

ໃນທ່າມກາງບັນຍາກາດທີ່ທົ່ວປວງຊົນສອງຊາດ ລາວ-ຫວຽດນາມ ພວມດຳເນີນການສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ປີ 2017 ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977 – 18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962 – 5/9/2017) ຢ່າງຄຶກຄື້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມເປັນຮອງປະທານຄະນະຊີ້ນຳລະດັບຊາດ, ເປັນຜູ້ປະຈຳການ ແລະ ທັງເປັນໃຈກາງ ໃນການພົວພັນປະສານງານກັບບັນດາຂະແໜງການພາຍໃນ, ທ້ອງຖິ່ນ ແລະ ກັບເພື່ອນຫວຽດນາມ, ໄດ້ໃຫ້ສຳພາດຕໍ່ ທີມງານລາຍການ “ລົມກັນວັນນີ້” ຂອງໂທລະພາບແຫ່ງຊາດລາວ ແລະ ທີມງານສຳນັກຂ່າວສານປະເທດລາວ, ໃນຕອນບ່າຍຂອງວັນທີ 10 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຢຳ້ເຖິງ ຈຸດປະສົງ ແລະ ຄວາມຫມາຍຄວາມສຳຄັນຂອງການຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນຄັ້ງນີ້, ໂດຍສະເພາະແມ່ນເພື່ອເຮັດໃຫ້ຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈມູນເຊື້ອແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວ. ພ້ອມກັນນັ້ນ, ທ່ານໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດອັນພົ້ນເດັ່ນ ແລະ ສິ່ງທ້າທາຍ ຕະຫຼອດໄລຍະ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ໂດຍສອງກະຊວງ ໄດ້ມີຂໍ້ຕົກລົງຮ່ວມມືນຳກັນ ໄລຍະຍາວ ແຕ່ປີ 2014-2020. ນອກຈາກນັ້ນ, ທ່ານຍັງໄດ້ເວົ້າເຖິງ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ. ໃນຕອນທ້າຍ, ທ່ານກໍໄດ້ເຊີນຊວນປະຊາຊົນບັນດາເຜົ່າຂອງທັງສອງປະເທດ ຈົ່ງຮ່ວມກັນສ້າງຂະບວນການປະກອບສ່ວນເຂົ້າໃນບັນດາກິດຈະກຳການເຄື່ອນໄຫວຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ເຮັດໃຫ້ການຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້ມີຄວາມໝາຍ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ໃຫ້ສຳພາດຕໍ່ ວາລະສານ ທາເກັດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ. ຕໍ່ທີມງານຂອງວາລະສານທາເກັດ, ທ່ານໄດ້ຍົກໃຫ້ຮູ້ເຖິງ ການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດຖະບານ ໃນສະພາບການໃໝ່ ແລະ ການດຳເນີນຍຸດທະສາດການພັດທະນາຂະແໜງການຕ່າງປະເທດ ຮອດປີ 2025, ແນວທາງການຕ່າງປະເທດຂອງ ສປປ ລາວ ພາຍຫຼັງເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ (AEC), ຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ໃນປີ 2016 ຜ່ານມາ ແລະ ສິ່ງທີ່ຄວນເອົາໃຈໃສ່ປັບປຸງ ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນຮອບຕໍ່ໄປ.

ສຳລັບການໃຫ້ສຳພາດຕໍ່ ທີມງານລາຍການ “ຍົກບັນຫາມາສົນທະນາ” ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ໝັ້ນຄົງຍາວນານລະຫວ່າງ ລາວ-ຈີນ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ແຕກດອກອອກຜົນ ເປັນທີ່ໜ້າເພິ່ງພໍໃຈ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດ, ແລະ ແຜນການຮ່ວມມືສອງຝ່າຍ ລາວ-ຈີນ ໃນອະນາຄົດ. ພ້ອມກັນນັ້ນ, ທ່ານຍັງໄດ້ເວົ້າເຖິງ ຄວາມສຳຄັນຂອງ ສປປ ລາວ ໃນການເຂົ້າຮ່ວມ ຂໍ້ລິເລີ່ມ ໜຶ່ງແລວທາງ-ໜຶ່ງເສັ້ນທາງ ທີ່ປະກາດໂດຍປະທານ ສີ ຈິນຜິງ ໃນປີ 2013 ແລະ ຜົນປະໂຫຍດທີ່ລາວເຮົາຈະໄດ້ຮັບຈາກຂໍ້ລິເລີ່ມດັ່ງກ່າວ. ໃນນັ້ນ, ກໍລວມທັງໂຄງການທາງລົດໄຟ ລາວ-ຈີນ ທີ່ເປັນຜົນສຳເລັດເບື້ອງຕົ້ນຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ຊຶ່ງຈະເປັນການປະກອບສ່ວນຢ່າງແຂງແຮງ ຕໍ່ຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ຂອງ ສປປ ລາວ ເປັນປະເທດເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005