ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມ ສາທາລະນະລັດ ຟິລິບປິນ ຢ່າງເປັນທາງການ

 

Svp1 Svp2

 

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນ (Alan Peter Schramm Cayetano), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ຟີລິບປິນ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ກໍລະກົດ 2017, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ໃນຖານະລັດຖະມົນຕີກະຊວງການຕ່າງປະເທດ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ໃນໂອກາດຢ້ຽມຢາມ ສ. ຟີລິບປິນ ໃນຄັ້ງນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບ ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ, ພ້ອມນັ້ນ ສອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເປັນປະທານຮ່ວມ ໃນກອງປະຊຸມຄະນະກຳມາທິການ ວ່າດ້ວຍການຮ່ວມມືສອງຝ່າຍ (JC) ລາວ-ຟີລິບປິນ ຄັ້ງປະຖົມມະລຶກ, ທີ່ ນະຄອນຫຼວງມານີລາ. ກອງປະຊຸມດັ່ງກ່າວ ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ເປັນມິດ, ຊຶ່ງສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ບົນພື້ນຖານມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມຄັ້ງປະຖົມມະລຶກ ໃນຄັ້ງນີ້ ວ່າຈະເປັນບາດກ້າວອັນໃໝ່ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ທາງດ້ານຕ່າງໆໃຫ້ຂະຫຍາຍຕົວ ແລະ ມີຜົນສຳເລັດຕົວຈິງຍິ່ງໆຂຶ້ນ ໃນອະນາຄົດ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີ ທີ່ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນ, ຊຶ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນ ໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆນຳກັນ ຢ່າງເປັນປົກກະຕິ. ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ໂຍທາທິການ ແລະ ຂົນສົ່ງ, ສຶກສາ, ວັດທະນະທຳ-ສັງຄົມ, ທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ, ລວມທັງການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຟີລິບປິນ ໃຫ້ເກີດດອກອອກຜົນໃນອະນາຄົດ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນຈາກ ສະພາອຸດສາຫະກຳ ແລະ ການຄ້າ ຟີລິບປິນ ທີ່ໄດ້ເດີນທາງມາເຮັດວຽກ ຢູ່ ສປປ ລາວ ເພື່ອຊອກຫາຊ່ອງທາງໃນການຮ່ວມມືດ້ານການລົງທຶນ ຢູ່ ສປປ ລາວ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການທີ່ພົ້ນເດ່ັນ ໃນພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍທີ່ ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນໄດ້ຮັບການແຕ່ງຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີການຕ່າງປະເທດຄົນໃໝ່ ໃນເດືອນພຶດສະພາ 2017 ຜ່ານມາ, ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ລັດຖະບານ ຟີລິບປິນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ນະຄອນຫຼວງວຽງຈັນ ໃນປີຜ່ານມາເປັນຢ່າງດີ ແລະ ສະແດງຄວາມຊົມເຊີຍ ທີ່ ຟີລິບປິນ ໄດ້ເຮັດສຳເລັດ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ໃນເດືອນພຶດສະພາ ທີ່ຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ຟີລິບປິນ ໃນຖານະປະທານອາຊຽນໃນປີນີ້ ຈະສືບຕໍ່ເຮັດສຳເລັດ ການເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ຄັ້ງທີ 31 ໃນເດືອນພະຈິກນີ້ ຢ່າງຈົບງາມ.

ໃນໂອກາດດຽວກັນ, ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແກ່ການນຳຂັ້ນສູງຂອງ ຟີລິບປິນ ທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນປີ 2016 ຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ການເປັນປະທານອາຊຽນຂອງຟີລິບປິນ ໃນປີ 2017 ນີ້ ແລະ ການສະໝັກຮັບເລືອກຕັ້ງ ເປັນປະທານອົງການ ແລະ ສະມາຊິກ ຄະນະກຳມະການຕ່າງໆ ຂອງຟີລິບປິນ ຢູ່ໃນເຄືອຂ່າຍຂອງອົງການສະຫະປະຊາຊາດ. ໃນຕອນທ້າຍຂອງການພົບປະກັນຄັ້ງນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຊີນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ທ່ານສະດວກ.

ຫລັງຈາກການພົບປະສອງຝ່າຍແລ້ວ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄູ່ຕຳແຫນ່ງ ກໍໄດ້ເປັນກຽດເຂົາຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືວິຊາການດ້ານການສຶກສາຊັ້ນສູງ ລະຫວ່າງ ສປປ ລາວ ແລະ ສ. ຟີລິບປິ່ນ, ຊຶ່ງລົງນາມ ຕາງຫນ້າຝ່າຍລາວ ທ່ານ ໂພໄຊ ໄຂຄຳພິທູນ, ເອກອັກຄະລັດຖະທຸດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ຟີລິບປິ່ນ ແລະ ທ່ານ ນາງ ປະຕຼິກເຊຽ ບີ ລິກວານັນ (Patricia B. licuanan). ປະທານຄະນະກຳມາທິການ ການສຶກສາຊັ້ນສູງ ແຫ່ງ ສ. ຟີລິບປິ່ນ, ໂດຽການເຂົ້າຮ່ວມຂອງຄະນະຜູ້ແທນທັງສອງຝ່າຍ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສ. ຟີລິບປິນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ພົບປະກັບ ສະພາການຄ້າ ແລະ ອຸດສາຫະກຳ ຟີລິບປິນ-ລາວ, ພ້ອມທັງໄດ້ຂຶ້ນປາຖະກະຖາ ໃນຫົວຂໍ້: ສປປ ລາວ ແລະ ການເຊື່ອມໂຍງໃນພາກພື້ນ”, ທີ່ ສະຖາບັນການຕ່າງປະເທດ ຟີລິບປິນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484561
ມື້ນີ້77
ມື້ວານ188
ອາທິດນີ້999
ເດືອນນີ້3866