ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສູນທອນພົດ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ

speech by

        ຮຽນ: ບັນ​ດາ​ສະ​ຫາຍ​ການ​ນຳ ພັກ ແລະ ລັດ ລາວ​ທີ່​ນັບ​ຖື!

ຮຽນ: ສະ​ຫາຍ ນາງ ຕ່ອງທິຝອງ, ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້​ປະ​ຈໍາການສະພາແຫ່ງຊາດ ສສ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ​ທີ່​ນັບ​ຖື!

-      ບັນ​ດາ​ສະ​ຫາຍ​ ແລະ ເພື່ອນ​ມິດ ທີ່​ຮັກ​ແພງ!

-      ຊາວ​ນະ​ຄອນຫຼວງວຽງ​ຈັນ ແລະ ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ.

ມື້​ນີ້ ເປັນມື້​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນຍິ່ງ ທາງ​ດ້ານ​ປະ​ຫວັດ​ສາດ ຂອງ​ສອງ​ຊາດ​ລາວ-ຫວຽດ​ນາມ ທີ່​ພວກ​ເຮົາ​ໄດ້​ພ້ອມ​ກັນ​ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ໃຫຍ່​ຂຶ້ນ ຢູ່​ນະ​ຄອນຫຼວງວຽງ​ຈັນ ເພື່ອ​ສະ​ເຫຼີມ​ສະຫຼອງ​ສອງວັນ​ປະ​ຫວັດ​ສາດ​ ລາວ-ຫວຽດ​ນາມ ຄື: ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຄົບ​ຮອບ 40 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ຄົບ​ຮອບ 55 ປີ.

ພາຍ​ໃຕ້​ບັນ​ຍາ​ກາດ​ແຫ່ງຄວາມ​ປິ​ຕິ​ຊົມ​ຊື່ນ ອັນສຸດຊຶ້ງ​ນີ້, ພັກ​-ລັດຫວຽດ​ນາມ ໄດ້​ສົ່ງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ຕົນ ນຳ​ໂດຍ​ ສະ​ຫາຍ ນາງ ຕ່ອງຖີຝອງ, ກຳມະການກົມການເມືອງ, ຮອງປະທານສະພາ ແຫ່ງສ.ສ.ຫວຽດນາມ ມາ​ຮ່ວມ​ສະ​ເຫຼີມ​ສະຫຼອງ​​ວັນ​ສຳ​ຄັນທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ດັ່ງ​ກ່າວ​ ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ. ອັນ​ນີ້​ເປັນ​ການ​ຢັ້ງ​ຢືນ​​ຢ່າງ​ໜັກ​ ແໜ້ນ​ອີກ​ເທື່ອ​ໜຶ່ງເຖິງ​ຄວາມ​ຜູກ​ພັນ​ອັນ​ໝັ້ນ​ໜຽວ ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ ທີ່​ເປັນ​ມູນ​ເຊື້ອອັນດີງາມ​ຕະຫຼອດ​ມາ. ພວ​ກເຮົາຂໍ​ສະ​ແດງ​ຄວາມ​ຂ່ຳ​ນັບ​ຊົມ​ເຊີຍ​ ແລະ ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​​ຄະ​ນະ​ຜູ້​ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສ.ສ.ຫວຽດນາມອ້າຍນ້ອງ ທີ່​ໄດ້​ນຳ​ເອົາ​ອາ​ລົມ​ຈິດ ມິດ​ຕະ​ພາບ​ອັນ​ຜ່ອງ​ໃສ ແລະ ຄວາມ​ສະ​ໜິດ​ສະ​ໜົມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ທຸກ​ຖ້ວນ​ໜ້າ ມາ​ສູ່​ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຢ່າງ​ສຸດ​ອົກ​ສຸດ​ໃຈ!

        ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດ ທີ່​ຮັກ​ແພງ!

      ​ສອງ​ຊາດ​ລາວ-ຫວຽດ​ນາມ ໄດ້​ມີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ນຳ​ກັນ ມາ​ແຕ່​ບູ​ຮານ​ນະ​ການ, ປະ​ຊາ​ຊົນ​ສອງ​ຊາດ ໄດ້​ດຳ​ລົງຊີ​ວິດ​ ແລະ ທໍາ​ມາ​ຫາ​ກິນ ບົນ​ຜືນ​ແຜ່ນ​ດິນ​ທີ່​ມີ​ສາຍ​ພູຫຼວງຍາວຢຽດ ແລະ ແມ່​ນ້ຳຫຼາຍສາຍ​ຕິດ​ຈອດ​ກັນແຕ່​ເໜືອ​ເຖິງ​ໃຕ້, ໄດ້​ມີ​ຄວາມ​ສາ​ມັກ​ຄີ​ ຊ່ວຍເຫຼືອເກື້ອກູນກັນ ເໝືອນ​ດັ່ງ​ອ້າຍນ້ອງຮ່ວມ​ອຸ​ທອນ​, ໃນ​ຍາມ​ທຸກກໍ່​ຮ່ວມ​ທຸກ ແລະ ຍາມ​ສຸກ​ກໍ່ຮ່ວມ​ສຸກນຳກັນຕະຫລອດມາ, ທັງໄດ້ຜ່ານການ​​ທົດ​ສອບ​ໃນ​ຂະ​ບວນ​ການ​ວິ​ວັດແຫ່ງການ​ຕໍ່​ສູ້ ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຕ່າງ​ດ້າວ​ ອັນ​ຍື​ດ​ເຍື້ອ​ຍາວ​ນານ ແລະ ສຸດ​ແສນ​ລະ​ອິດ​ລະ​ອ້ຽວ​ຂ້ຽວ​ຂາດ​ ເຊິ່ງສອງ​ຊາດ​ ລາວ-ຫວຽດ​ນາມ ໄດ້​ອີງຫຼັງ​ໃສ່​ກັນ, ຊ່ວຍ​ເຫຼືອ​ກັນ​ຖານ​ສະ​ຫາຍ​ອ້າຍ​ນ້ອງ ບົນ​ຈິດ​ໃຈ​ສາ​ກົນ​ອັນ​ຜຸດ​ຜ່ອງ ແລະ ໝົດ​ຈິດ​ໝົດ​ໃຈ; ໄດ້​ມີ​ຄວາມ​ຮັກ​ແພງ​ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ ອັນ​ເລິກ​ເຊິ່ງ, ຍອມ​ເສຍ​ສະຫຼະ​ເພື່ອ​ກັນ ແລະ ຮ່ວມ​ເປັນ​ຮ່ວມ​ຕາຍ​ນຳ​ກັນ. ອັນ​ນັ້ນ ແມ່ນ​ບໍ່​ເກີດ​ຂອງ​ການ​ພົວ​ພັນ ສາ​ມັກ​ຄີ​ພິ​ເສດ ທີ່​ກາຍ​ເປັນ​ປັດ​ໃຈ​ຕັດ​ສິນ​ຜົນ​ສຳ​ເລັດ ແລະ ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຢູ່​ສອງ​ປະ​ເທດ​ຂອງ​ພວ​ກ​ເຮົາ, ເຊິ່ງ​ເປັນ​ຕົວ​ແບບ ທີ່​ຫາ​ໄດ້​ຍາກ ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຢູ່​ໃນ​ໂລກ, ເປັນສາຍພົວພັນທີ່ຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລ້ຳຄ່າ ຂອງທັງສອງຊາດ ລາວ-ຫວຽດນາມ.

        ເມື່ອ​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ອັນ​ຍາວ​ນານ ດັ່ງ​ກ່າວ​ນັ້ນ ພັກ-ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ພວ​ກ​ເຮົາ ຍິ່ງ​ຈົດ​ຈຳ​ລຳ​ລຶກ ແລະ ຮູ້​ບຸນ​ຄຸນຢ່າງສຸດຊຶ້ງຕໍ່ ປະ​ທານ​ໂຮ​ຈີ່​ມິນ​ ຜູ້​ຍິ່ງ​ໃຫຍ່, ປະ​ທານ​ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພານຸ​ວົງ ທີ່​ແສນ​ເຄົາ​ລົບ​ຮັກ ຊຶ່ງ​ເປັນ​ຜູ້​ໃຫ້​ກຳ​ເນີດ ແລະ ໄດ້​ເປັນ​ແບບ​ຢ່າງ​ອັນ​ຈະ​ແຈ້ງ ແຫ່ງ​ການ​ຖະ​ນຸ​ຖະ​ໜອມ, ເພີ່ມ​ພູນ​ຄູນ​ສ້າງ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ສາ​ມັກ​ຄີ​ພິ​ເສດ ລະ​ຫວ່າງ​ສອງ​ຊາດ​ລາວ ແລະ ຫວຽດ​ນາມ ຂອງ​ພວກ​ເຮົາ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

        ພັກກອມມູນິດອິນດູຈີນ ໄດ້ສ້າງຕັ້ງຂຶ້ນໃນ​ປີ 1930 ໄດ້ເປັນກົກເຄົ້າເຫງົ້າກໍດຽວກັນຂອງສອງພັກ:​ ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​. ​ການກຳເນີດເກີດຂຶ້ນ ແລະ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ​ໄດ້​ເຮັດ​ໃຫ້​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ 3 ຊາດ​ອິນ​ດູ​ຈີນ ເວົ້າລວມ, ຂອງປະຊາຊົນຫວຽດນາມ, ປະຊາຊົນລາວ ເວົ້າສະເພາະ ກ້າວ​ສູ່​ໄລ​ຍະ​ໃໝ່ ດ້ວຍ​ຄຸນ​ນະ​ພາບ​ໃໝ່, ທັງເປັນປັດໃຈຊີ້ຂາດ ຂອງ​ການ​ຮ່ວມ​ສຳ​ພັນ​ສູ້​ຮົບ ແລະ ຕໍ່​ໄຊ​ຊະ​ນະ ແຫ່ງ​ການ​ຕໍ່​ສູ້ ຂອງ​ປະ​ຊາ​ຊົນ​ສອ​ງ​ຊາດ​ ນຳໄປເຖິງການເຮັດສຳເລັດການປະຕິວັດເດືອນສິງຫາ ຢູ່ຫວຽດນາມ ແລະ ການປະກາດເອກະລາດ ຢູ່ລາວ ໃນເດືອນຕຸລາ ປີ 1945. ເມື່ອພວກລ່າເມືອງຂຶ້ນຝຣັ່ງ ກັບມາຮຸກຮານອີກຄັ້ງ ອີງ​ຕາມ​ການ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ລາວ​ເອ​ກະ​ລາດ, ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ​ໄດ້​ຕົກ​ລົງ​ສົ່ງ​ພະ​ນັກ​ງານ-ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ມາ​ຊ່ວຍ​ເຫຼືອການ​ປະ​ຕິ​ວັດ​ລາວ ແລະ ມີ​ການ​ສ້າງ​ຕັ້ງ​ກອງ​ທະ​ຫານ​ປະ​ສົມ ລາວ-ຫວຽດ​ນາມ​ຂຶ້ນ​ຢູ່​ລາວ ໃນ​ເດືອນ ຕຸລາ ປີ 1945. ຈາກນັ້ນ ທະ​ຫານ​ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ທະ​ຫານ ແລະ ປະ​ຊາ​ຊົນ​ລາວ​ສູ້​ຮົບ​ແຕ່ເໜືອຮອດ​ໃຕ້ ຕີ​ສັດ​ຕູ​ຜູ້​ຮຸກ​ຮານ ແລະ ຍາດ​ເອົາ​ໄຊ​ຊະ​ນະ​ມາໄດ້​ຢ່າງ​ຕໍ່​ເນື່ອງຢູ່ສອງປະເທດ, ​ອັນ​ພົ້ນ​ເດັ່ນ ແລະ ເປັນ​ບາດ​ລ້ຽວ​ປະ​ຫວັດ​ສາດ ນັ້ນ​ແມ່ນ​ໄຊ​ຊະ​ນະ​ດຽນ​ບຽນ​ຟູທີ່ຂຶ້ນຊື່ລືຊາ ທີ່​ຈຳ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນແບບເກົ່າ ຕ້ອງຍອມ​ເຊັນ​ສັນ​ຍາ​ເຊີ​ແນວ ປີ 1954 ກ່ຽວ​ກັບ​ອິນ​ດູ​ຈີນ, ໂດຍຮັບຮູ້ຄວາມ​ເປັນ​ເອ​ກະ​ລາດ ແລະອະ​ທິ​ປະ​ໄຕ​ຂອງ​ສາມປະເທດອິນ​ດູ​ຈີນ​.

        ການ​ຮ່ວມ​ສຳ​ພັນ​ສູ້​ຮົບ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນດັ່ງ​ກ່າວ​ນັ້ນ ໄດ້​ເຮັດ​ໃຫ້​ການ​ຕໍ່​ສູ້​ປະ​ຕິ​ວັດ ຂອງ​ປະ​ຊາ​ຊົນ​ລາວ​ເຕີບ​ໃຫຍ່​ມີ​ໄຊ ແລະ ຂະ​ຫຍາຍ​ຕົວ​ກວ້າງອອກ, ຊຶ່ງ​ໄດ້​ເປັນ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ລາວ​ຂຶ້ນ ໃນ​ວັນ​ທີ 22 ມີ​ນາ 1955. ເຫດ​ການ​ປະ​ຫວັດ​ສາດ​ດັ່ງ​ກ່າວ ເປັນຂີດໝາຍໃໝ່ ແລະ ເປັນປັດໃຈຕັດສິນໂດຍກົງ ​ເຮັດ​ໃຫ້​ການ​ປະ​ຕິ​ວັດ ຢູ່​ປະ​ເທດລາວ​ເຮົາ​ ກ້າວ​ຂຶ້ນ​ສູ່​ຄຸນ​ນະ​ພາບ​ໃໝ່ ແລະ ມີ​ກຳ​ລັງ​ແຮງ​ຊະ​ນະ​ເລີດ​ ແລະ ຍາດໄຊຊະນະເໜືອສັດຕູຜູ້ຮຸກຮານ ແລະ ພວກລູກແລ້ງຕີນມື ຂອງພວກເຂົາ.

        ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຈໍາ​ນວນຫຼວງຫຼາຍ ລ້ວນ​ແຕ່​ໄດ້​​ເປັນ​ສັກ​ຂີພະ​ຍານ ຂອງ​ເຫດ​ການ​ປະ​ຫວັດ​ສາດ ອັນ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ສຳ​ພັນ​ສູ້​ຮົບ ລະ​ຫວ່າງ​ລາວ-ຫວຽດ​ນາມ ເຊິ່ງເຕັມໄປດ້ວຍຄວາມ​ທໍ​ລະ​ຫົດ​ອົດ​ທົນ​, ອາດ​ຫານ​ຊານ​ໄຊ​ ແລະ ຍາດໄດ້ໄຊຊະນະ​ຍິ່ງ​ໃຫຍ່​ທີ່​ສຸດໃນປະຫວັດສາດຂອງພວກເຮົາ. ພະ​ນັກ​ງານ - ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່ ກັ​ບ​ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ລາວ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ດຳ​ເນີນ​ການ​ຕໍ່​ສູ້ຢ່າງເດັດດ່ຽວ ໜຽວ​ແໜ້ນ ບົນ​ຈິດ​ໃຈ​ຮ່ວມ​ທຸກ​ຮ່ວມ​ສຸກ, ຮ່ວມ​ເປັນ​ຮ່ວມ​ຕາຍ​ນຳ​ກັນ; ໄດ້​ເປີດ​ບັ້ນ​ຮົບ ທັງ​ນ້ອຍ​ທັງ​ໃຫຍ່ ບໍ່​ຈັກ​ວ່າ​ທໍ່​ໃດ​ເທື່ອ ເພື່ອ​ທັບ​ມ້າງ​ກົນ​ອຸ​ບາຍ ແລະ ​ຍຸດ​ທະ​ສາດ ຂອງ​ພວກ​ຈັກ​ກະ​ພັດ ແລະ ລູກ​ແຫຼ່ງ​ຕີນ​ມື​ຂອງພວກເຂົາ. ໃນ​ນັ້ນ, ມີ​ຫຼາຍ​ບັ້ນ​ຮົບ ສະ​ພາບ​ການ​ຂັບຂັນ​ທີ່​ສຸດ, ເບິ່ງ​ຄື​ວ່າ​ກຳ​ລັງ​ຂອງ​ພວກ​ເຮົາ​ກຳ​ລັງ​ຈະຖືກ​ດັບ​ສູນ, ແຕ່​ດ້ວຍ​ມາ​ນະ​ຈິດ ແລະ ອຸ​ດົມ​ການ​ປະ​ຕິ​ວັດ​ອັນ​ເດັດ​ດ່ຽວ, ດ້ວຍ​ພະ​ລັງ​ຂອງ​ຄວາມ​ສາ​ມັກ​ຄີ ຮ່ວມ​ສຳ​ພັນ​ສູ້​ຮົບ​ຢ່າງ​ໜຽວ​ແໜ້ນ ເຕັມໄປດ້ວຍຄວາມເສຍສະຫຼະ ພວກ​ເຮົາ​ກໍ​ສາ​ມາດ​ຜ່ານ​ຜ່າ​ອຸ​ປະ​ສັກ ໄດ້ຈາກບັ້ນນີ້ ໄປສູ່ບັ້ນໃໝ່ຢ່າງເນື່ອງນິດລຽນຕິດ ຈົນສ້າງ​ວິ​ລະ​ກຳ​ອັນ​ຍິ່ງ​ໃຫຍ່​ຂຶ້ນ​ດ້ວຍ​ບັ້ນ​ຮົບ​ໂຮ​ຈີ່​ມິນ ອັນ​ເປັນ​ປະ​ຫວັດ​ການ​ໃນ​ລະ​ດູ​ບານ​ໃໝ່, ສາ​ມາດປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ແລະ ທ້ອນ​ໂຮມ​ປະ​ເທດ​ຫວຽດ​ນາມ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ປີ 1975. ​ຢູ່​ປະ​ເທດ​ລາວ​ພວກ​ເຮົາ ດ້ວຍການ​ລຸກ​ຮື​ຂຶ້ນ​ ໂດຍ​ໃຊ້ສາມ​ບາດ​ຄ້ອນ​ຍຸດ​ທະ​ສາດ. ​ໄດ້ ກ້າວໄປສູ່ ການຢຶດອຳນາດ ທົ່ວປະເທດ ແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ” ແລະ ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວຂຶ້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ ໃນ​ວັນ​ທີ 2 ທັນ​ວາ 1975.

        ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດ​ ທີ່​ຮັກ​ແພງ​ທັງຫຼາຍ!

       ເຖິງວ່າພວກເຮົາບໍ່ສາມາດຈົດຈຳ​ໄດ້​​ວ່າ ມີພູ​ຈັກ​ໜ່ວຍພູ​ ແລະ ມີຫ້ວຍ​ນ້ຳ​ລຳ​ເຊ​ຈັກ​ສາຍ, ມີ​​ດົງ​ໃຫຍ່ ແລະ ໂຄກກວ້າງຈຳນວນເທົ່າໃດ, ມີ​ທໍ່​ໃດ​ຄ້າຍ ແລະ ປ້ອມ​ປາ​ການ ຂອງ​ສັດ​ຕູ ທີ່​ພະ​ນັກ​ງານ-ນັກ​ຮົບ​ວິ​ລະ​ຊົນ ຂອງ​ສອງ​ຊາດ​ພວກ​ເຮົາ ໄດ້​ເດີນຜ່ານ​ຜ່າດ້ວຍຄວາມຍາກລຳບາກ ແລະ ຕີສັດຕູໃຫ້ແຕກ​ສະ​ລາຍ​ໄປ.

     ແຕ່ສິ່ງທີ່ບໍ່ມີນັກປະຕິວັດສອງຊາດໃດ​ລືມ​ໄດ້​ວ່າ ໃນ​ການ​ຮ່ວມ​ສຳ​ພັນ​ສູ້​ຮົບ​ແຕ່​ລະ​ຄັ້ງ ພະ​ນັກ​ງານ ແລະ ນັກ​ຮົບ​ປະ​ຕິ​ວັດ​ລາວ ແລະ ຫວຽດ​ນາມ ໄດ້​ຮ່ວມ​ຂຸມ​ຄອງ​ດຽວ​ກັນ, ​ເຂົ້າ​ເມັດ​ຫັກ-ຜັກ​ໃບ​ດຽວ​ກໍ​ໄດ້​ແບ່ງ​ປັນ​ກັນ​ກິນ, ໄດ້​ປ້ອງ​ກັນ ແລະ ຊ່ວຍ​ເຫຼືອ​ກັນ ໂດຍ​ບໍ່ຄິດເຖິງຊີ​ວິດຂອງຕົນເອງ, ໄດ້​ໃຫ້​ກຳ​ລັງ​ໃຈ​​ແກ່ກັນ ແລະ ຍອມ​ເສຍ​ສະຫຼະ​ເລືອດ​ເນື້ອ ເຫື່ອ​ໄຄ​ໃຫ້​ກັນ ເພື່ອ​ເປົ້າ​ໝາຍ​ໄຊ​ຊະ​ນະ​ຮ່ວມ​ກັນ. ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ບໍ່​ມີ​ວັນ​ລືມ​ວ່າ ບົນຜືນ​ແຜ່ນ​ດິນ​ອັນ​ເອ​ກະ​ລັກ​ບູ​ຊາ ຂອງ​ລາວ ລ້ວນ​ແຕ່​ມີ​ຢາດ​ເຫື່ອ ແລະ ຢາດ​ເລືອດ​ແຫ່ງ​ການ​ເສຍ​ສະຫຼະ ຂອງ​ພະ​ນັກ​ງານ​-ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ເຈືອ​ຈານ​ກັບ​ຢາດ​ເຫື່ອ ແລະ ຢາດ​ເລື່ອດ​ຂອງ​ພະ​ນັກ​ງານ-ນັກ​ຮົບ​ລາວ.

        ພາບ​ຂອງ​ຜູ້​ເປັນ​ພໍ່​ແມ່​ຊາວ​ ຫວຽດ​ນາມ-​ຊາວ​ລາວ ທີ່​ໄດ້​ສັ່ງ​ລາ-ອວຍ​ໄຊ​ໃຫ້​ພອນ​ແກ່​ລູກ​ຮັກ​ຂອງ​ຕົນ ກ່ອນອອກ​ສູ່​ແນວ​ໜ້າ; ພາບ​ອັນ​ສະ​ຫງ່າ​ງາມ ຂອງ​ພະ​ນັກ​ງານ-ນັກ​ຮົບ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ແລະ ທະ​ຫານ​ລາວ ທີ່​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ເດີນ​ອອກ​ສູ່​ສະ​ໜາມ​ຮົບ​ຢ່າງ​ພິ​ລາດ​ອາດ​ຫານ ແລະ ພ້ອມ​ກັນ​ມ່ວນ​ຊື່ນ​ຕໍ່​ໄຊ​ຊະ​ນະ​ທີ່​ຍາດ​ມາ​ໄດ້ ຍັງຈຳ​ຕິດ​ຕາ ແລະ ​ຝັງ​ເລິກ​ຢູ່​ໃນ​ຄວາມ​ຊົງ​ຈຳ ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ໂດຍ​ບໍ່​ມີ​ວັນ​ຈາງ​ຫາຍ​ໄປ.

        ພັກ-ລັດ ແລະ ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ມີ​ຄວາມ​ພາກ​ພູມ​ໃຈ ແລະ ​ເອກ​ອ້າງທະ​ນົງ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫຼອດ​ໄລ​ຍະຫຼາຍ​ສິບ​ປີ​ແຫ່ງ​ການ​ສຳ​ພັນ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ ພວກ​ເຮົາ​ໄດ້​ປະ​ກອບ​ສ່ວນຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເຂົ້າ​ໃນ​ການ​ຕໍ່​ສູ້​ມີ​ໄຊ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ. ການທີ່ມີ ເສັ້ນ​ທາງ​ໂຮ່​ຈີ​ມິນອັນ​ລື​ຊື່​ ໄດ້ກະຈາຍໄປທົ່ວພື້ນປ່າ, ສາຍພູ, ສາຍນ້ຳ ເປັນຫລາຍພັນຫລາຍໝື່ນກິໂລແມ໋ດຜ່ານ​ດິນ​ແດນ​ລາວ, ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກຫຼາຍ​ປະ​ການ​ເພື່ອໃຫ້ເປັນທາງເຄື່ອນ​ທັບ, ເປັນ​ບ່ອນ​ເຕົ້າ​ໂຮມ​ກຳ​ລັງ ແລະ ຂົນສົ່ງອາ​ວຸດ​ຍຸດ​ໂທ​ປະ​ກອນ ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ.

        ເສັ້ນ​ທາງ​ໂຮ່​ຈີ​ມິນທີ່ໄດ້ກາຍເປັນນະວະນິຍາຍໄປແລ້ວນັ້ນ ໄດ້ເຄີຍເປັນສະໜາມຮົບທີ່ດຸເດືອດເໜືອພັນລະນາ ຈາກຫ່າລະເບີດອັນໜັກໜ່ວງທີ່ສຸດໃນປະຫວັດສາດມວນມະນຸດ, ປະຊາຊົນລາວບັນດາເຜົ່າ, ທະຫານລາວ, ທະຫານຫວຽດນາມ ບໍ່ຈັກວ່າເທົ່າໃດ ຕ້ອງເສຍສະລະຊີວິດ ເລືອດເນື້ອ ເພື່ອປົກປັກເສັ້ນທາງລຳລຽງ, ເຄື່ອນທັບ, ທີ່ເປັນເໝືອນສາຍເລືອດໃຫຍ່ ເພື່ອເປົ້າໝາຍຢູ່ແນວໜ້າ; ເສັ້ນທາງໂຮ່ຈີມິນ ຜ່ານດິນແດນລາວ ໄດ້ກາຍເປັນເສັ້ນທາງຜູກແໜ້ນ ຄວາມສາມັກຄີຮ່ວມຮົບລະຫວ່າງທະ​ຫານລາວ, ທະຫານ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ​ບົນ​ຈິດ​ໃຈ​ສາ​ກົນອັນຜ່ອງໃສ, ຖານ​ສະ​ຫາຍ​ອ້າຍ​ນ້ອງ; ຢາດ​ເຫື່ອ ແລະ ນ້ຳ​ຕາ, ຊີ​ວິດ​ ແລະເລືອດຂອງ​ເຂົາ​ເຈົ້າ​ໄດ້​ເຈືອ​ຈານ​ເຂົ້າ​ກັນ ອຸ​ທິດ​ໃຫ້​ແກ່​ໄຊ​ຊະ​ນະ​ ຂອງ​ການ​ປະ​ຕິ​ວັດ​ປົດ​ປ່ອຍ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ ຂອງລາວ ແລະ ຫວຽດນາມ.

        ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຖື​ການ​ປະ​ກອບ​ສ່ວນ​ດັ່ງ​ກ່າວ​ນັ້ນ ເປັນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ກອນ​ອະ​ມະ​ຕະ ຍິ່ງຫວນຄືນຮູບພາບອາດີດທີ່ຝັງເລິກໃນຄວາມຊົງຈຳເຫລົ່ານັ້ນ ຍິ່ງຊາບຊຶ້ງເຖິງຄຳສອນ ຂອງ​ປະ​ທານ ໂຮ່​ຈີ່​ມິນ​ທີ່​ວ່າ:

ສອງ​ຊາດ​ລາວ-ຫວຽດ​ ໄດ້​ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ

ຮົ່ງ​ຮ່າ ທັງ​ແມ່​ຂອງ-ບໍ່​ເລິກ​ປຸນ​ປານ​ໄດ້​.

       

        ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດ​ທີ່​ຮັກ​ແພງ!

       ພາຍຫຼັງ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ ໃນ​ປີ 1975, ສອງປະ​ເທດ​ລາວ ແລະ ​ຫວຽດ​ນາມ ພວກ​ເຮົາ​ໄດ້​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່, ສັງ​ກາດ​ແຫ່ງ​ສັນ​ຕິ​ພາບ, ເອ​ກະ​ລາດ, ເອ​ກະ​ພາບ ແລະ ​ປະ​ຕິ​ບັດສິດ​ເປັນ​ເຈົ້າ​ຕົນ​ເອງ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ໄປ​ສູ່​ຈຸດ​ໝາຍສັງ​ຄົມ​ນິ​ຍົມ​ທີ່​ວາງ​ໄວ້. ໃນ​ເງື່ອນ​ໄຂ ແລະ ສະ​ພາບ​ແວດ​ລ້ອມ​ໃໝ່​​ນີ້, ສາຍ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ ຍິ່ງ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ສູ່ລະດັບອັນໃໝ່, ເປັນສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ລັດ ທີ່​ມີ​ເອ​ກະ​ລາດ-ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ຢ່າງ​ເຕັມ​ສ່ວນ. ການ​ເຊັນ ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ​ເຊິ່ງມາ​ຮອດ​ມື້​ນີ້​ແມ່ນ​ພໍ​ດີ​ຄົບ​ຮອບ 40 ປີ ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອສຳພັນສູ້ຮົບ, ນ້ຳໃຈສາກົນອັນຜ່ອງໃສ ຖານສະຫາຍອ້າຍນ້ອງແບບພິເສດ ແລະ ເປັນການຍົກລະດັບການພົວພັນການທູດລະຫວ່າງສອງຊາດ ທີ່ມາຮອດນີ້ພໍດີບັນຈົບຄົບຮອບ 55 ປີ, ຂຶ້ນສູ່ລະດັບ ແລະ ບາດກ້າວໃໝ່, ໄດ້​ເປັນ​ພື້ນ​ຖານ​​ອັນ​ໜັກ​ແໜ້ນໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່.

        ສາ​ມາດ​ເວົ້າ​ໄດ້​ວ່າ 55 ປີ ແຫ່ງ​ການ​ສ້າງ​ສາຍ​ພົວ​ພັນ​ການ​ທູດ ແລະ 40 ປີ ແຫ່ງ​ການ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຫວຽດນາມ​ແມ່ນ​ໄລ​ຍະ​ເວ​ລາແຫ່ງ​ການ​ທົດ​ສອບ​ຄວາມ​ໝັ້ນ​ແກ່ນ​ແໜ້ນ​ໜຽວ ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ເຖິງ​ແມ່ນ​ວ່າ ສະ​ພາບ​ແວດ​ລ້ອມຂ​ອງ​ໂລກ ກໍ​ຄື​ສາ​ກົນ​ໄດ້​ຜັນ​ແປ​ໄປ​ຢ່າງ​ໄວ​ວາ​ສັບ​ສົນ ທີ່​ມີ​ທັງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ນາ​ໆ​ປະ​ການ​ກໍ່​ຕາມ, ແຕ່ ພັກ​-ລັດ ແລະ ປະ​ຊາ​ຊົນ​ລາວບັນ​ດາ​ເຜົ່າ​ກໍ່​ໄດ້​ເອົາ​ໃຈ​ໃສ່ເພີ່ມ​ທະ​ວີ​ສ້າງ​ໃຫ້​ການ​ພົວ​ພັນຮ່ວມ​ມື​ຂອງ​ສອງ​ຊາດ ຍິ່ງເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອຸ​ດົມ​ສົມ​ບູນ ແລະ ໄດ້​ຮັບ​ການ​ປັບ​ປຸງ​ຍົກ​ລະ​ດັບ​ ​​ທັງ​ທາງ​ດ້ານ​ປະ​ລິ​ມານ ແລະ ​ຄຸນ​ນະ​ພາບ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ. ເນື້ອ​ໃນ​ຂອງການ​ຮ່ວມ​ມື​ນັບ​ມື້​​ນັບ​ເຂົ້າ​ສູ່​ລວງ​ເລິກ​ແທດ​ຕົວ​ຈິງ; ກົນ​ໄກ​ ແລະ ​ວິ​ທີ​ການ​ຕ່າງໆ​​ແມ່ນ​ນັບ​ມື້​​ຄ່ອງ​ຕົວ​ຍິ່ງ​ຂຶ້ນ; ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ, ຂະ​ແໜງ​ການ​ມີ​ປະ​ສິດ​ທິ​ຜົນຫຼາຍ​ຂຶ້ນ ແລະ ຂົງ​ເຂດ​ຕ່າງໆ​ນັບ​ມື້​ເປີດ​ກວ້າງ​ອອກ ເຊິ່ງ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ. ອັນ​ນີ້​ແມ່ນສະ​ແດງ​ອອກ​ໃຫ້​ເຫັນ​ລັກ​ສະ​ນະ​ພິ​ເສດ ຂອງ​ການ​ພົວ​ພັນ​ຮ່ວມ​ມື​ລາວ-ຫວຽດ​ນາມ ທີ່​ໄດ້​ກາຍ​ເປັນ​ປັດ​ໄຈ ຊ່ວຍ​ໜູນ​ທີ່​ສຳ​ຄັນ​ໃຫ້​ແກ່ ການ​ພັດ​ທະ​ນາ​​ປະ​ເທດ​​ຊາດ​ຂອງ​ພວກ​ເຮົາ.

        ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດ ທີ່​ຮັກ​ແພງທັງຫຼາຍ!

       ​ມູນ​ເຊື້ອ​ອັນ​ດີ​ງາມ​ແຫ່ງ​ການ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ ແລະ ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ດ້ວຍ​ໄມ​ຕີ​ຈິດ​ອັນ​ບໍ​ລິ​ສຸດ​ຜຸດ​ພ່ອງນັ້ນ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ພວກ​ເຮົາ ມີ​ຄວາມ​ເຊື່ອ​ໝັ້ນຢ່າງ ​ໜັກ​ແໜ້ນ ຕໍ່​ບາດ​ກ້າວ​ຂະ​ຫຍາຍ​ຕົວ ກໍ​ຄື​ອາ​ນາ​ຄົດ​ອັນ​ສະ​ຫວ່າງ​ສະ​ໄຫວໃນ​ການ​ນຳ​ພາ​ສອງ​ປະ​ເທດ​ພວກ​ເຮົາ​ກ້າວ​ຂຶ້ນ, ເປັນ​ເສັ້ນ​ທາງກ້າວ​ສູ່​ຄວາມ​ວັດ​ທະ​ນະ​ຖາ​ວອນ ຕາມ​ຈຸດໝາຍ​ສັງ​ຄົມ​ນິ​ຍົມ.

        ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ມີ​ຄວາມ​ຊື່ນ​ຊົມ ຍິນ​ດີ​ຕໍ່​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານ ທີ່​ພັກ-ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​​ບັນ​ລຸ​ໄດ້​ໃນຊຸມ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຊຶ່ງ​ໄດ້​ສ້າງ​ພື້ນ​ຖານ ແລະ ຖ່ວງ​ທ່າ​ໃໝ່ ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໄປ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ-ຫັນ​ເປັນ​ທັນ​ສະ​ໄໝ ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​ຢ່າງ​ໜັກ​ແໜ້ນ. ຜົນ​ສຳ​ເລັດ​ດັ່ງ​ກ່າວ​ນັ້ນ ໄດ້​ເປັນ​ບົດ​ຮຽນ​ອັນ​ມີ​ຄ່າ​ແກ່​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ພວກ​ເຮົາ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່​ເປັນ​ສິ່ງ​ຊຸກ​ຍູ້​ປຸກ​ລະ​ດົມ​ໃຈ​ອັນ​ແຂງ​ແຮງ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ຕົນ.

        ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ​ພາຍ​ໃຕ້​ການ​ນຳ​ພາ​ອັນປີ​ຊາ​ສາ​ມາດ ແລະ ສະຫຼາດ​ສ່ອງ​ໃສ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ພັກ​ທີ່​ສືບ​ທອດ​ແນວ​ຄິດ ແລະ ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່ ຂອງ​ປະ​ທານ ໂຮ່​ຈີ​ມິນ ຈະ​ເຮັດ​ໃຫ້​ຈຸດ​ໝາຍ​​ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ​ຜາ​ສຸກ, ປະ​ເທດ​ຊາດ​ເຂັ້ມ​ແຂງປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ ບົນ​ດິນ​ແດນ​ຂອງ​ປະ​ເທດ​ຫວຽດ​ນາມ ວິ​ລະ​ຊົນ​ນັ້ນ ຈະ​ປະ​ກົດ​ຜົນ​ເປັນ​ຈີງ​ຢ່າງ​ແນ່ນອນ.

        ພວກ​ຂ້າ​ພະ​ເຈົ້າ​ເວ​ລາ​ໃດ ກໍ​ຢຶດ​ໝັ້ນ ​ການເສີມ​ຂະ​ຫຍາຍມູນ​ເຊື້ອ​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ ແລະ ​ການ​ຮ່ວມ​ມື​ຮອບ​ດ້ານ ໃຫ້​ຍືນ​ຍົງ​ຄົງ​ຕົວ​ໄປຈົນເທົ່າກາ​ລະ​ນານ ດັ່ງຄຳກອນອັນລືຊື່ ຂອງ​ປະ​ທານ ​ໄກ​ສອນ ພົມ​ວິ​ຫານ​ ໄດ້ຂຽນໄວ້ວ່າ: ​

ຕາບ​ໃດ​ແມ່​ນ້ຳ​ຂອງ​ບໍ່​ເຫືອດ​ແຫ້ງ ເຂີນ​ຂາດ​ແປນ​ຊາຍ

ສາຍ​ພູຫຼວງ​ແສນ​ສູງ ບໍ່​ຕ່ຳ​ລົງ​ເປັນ​ຄັງ​ຫຍ້າ

ຮົງ​ຮາ​ວັງ​ເວີນກວ້າງ​ບໍ່​ແປນ​ດິນ​ກະ​ທ້າງ​ໄຕ່

ສອງ​ສາຍ​ໃຈ​ລາວ-ຫວຽດ​ນາມ ພີ່​ນ້ອງ ບໍ່​ໄກ​ຂ້າງ​ຫ່າງ​ກັນ​ນັ້ນ​ແລ້ວ.

       ພັກ-ລັດ ພວກ​ຂ້າ​ພະ​ເຈົ້າ ຈະ​ພະ​ຍາ​ຍາມ​ເຮັດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແລະ ຈະ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າ​ການ​ຮັບ​ຜິດ​ຊອບ​ໃຫ້​ສູງ​ຂຶ້ນ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ, ສັນ​ຍາ ແລະ ຂໍ້​ຕົກ​ລົງ​ຕ່າງໆ ລະ​ຫວ່າງ​ສອງ​ພັກ-ສອງ​ລັດ​ພວກ​ເຮົາ; ພິ​ເສດ​ແມ່ນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ ແລະ ການ​ແລກ​ປ່ຽນ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ແນວ​ຄິດ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ;ດ້ານ​ການ​ກໍ່​ສ້າງ​ບຳ​ລຸງ​ຍົກ​ລະ​ດັບ​ພະ​ນັກ​ງານ; ການຮ່ວມມືປະສານງານໃນການພົວພັນສາກົນ ແລະ ການປະສານສົມທົບດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ເພີ່ມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ອື່ນໆ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ໄດ້ຫຼາຍ​ຂຶ້ນ​ເລື້ອຍໆ.

        ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ​ ແລະ ບົນ​ເວ​ທີ​ອັນ​ຄຶກ​​ຂຶມ​ນີ້ໃນ​ນາມ​ພັກ-ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອ​ບອົກ​ຂອບ​ໃຈ ອັນ​ຈິງ​ໃຈ ແລະ ຄວາມ​ຮູ້​ບຸນ​ຄຸນ​ອັນ​ລົ້ນ​ເຫຼືອ​ຕໍ່​ ພັກ-ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ທັນ​ການ ແລະ ມີ​ຜົນ​ສັກ​ສິດ​ແກ່​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​​ຂອງ​ພວກ​ຂ້າ​ພະ​ເຈົ້າໃນ​ປະ​ຈຸ​ບັນ.

        ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດທັງຫຼາຍ!

       ມື້​ນີ້ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ພິ​ທີ​ໂຮມ​ຊຸມ​ນຸມ​ໃຫຍ່​ລະ​ດັບ​ຊາດ ຂຶ້ນ​ຢ່າງ​ສົມ​ກຽດ ເພື່ອ​ສະ​ເຫຼີມ​ສະຫຼອງ​ສອງເຫດການ​ປະ​ຫວັດ​ສາດ ລາວ-ຫວຽດ​ນາມ, ຫວຽດ​ນາມ-ລາວ. ນອກ​ຈາກ​ນີ້, ພວກ​ເຮົາ​ຍັງ​ຈະ​ໄດ້​ຈັດ​ຕັ້ງ​ກິດ​ຈະ​ກຳ​ອັນ​ສຳ​ຄັນ​ອື່ນໆ​ອີກ​ຈົນ​ຮອດ​ສິ້ນ​ປີ.

       

        ພວກ​ເຮົາ​ຈົ່ງ​ພ້ອມ​ກັນ ເຮັດ​ໃຫ້​ປີ 2017 ເປັນ​ຂີດ​ໝາຍ​ແຫ່ງ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ມິດຕະພາບອັນຍິ່ງໃຫຍ່, ຄວາມສາ​ມັກ​ຄີ​ພິ​ເສດ ແລະ ​ການ​ຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຫວຽດ​ນາມ​ອ້າຍ​ນ້ອງ ໃຫ້​ຈະ​ເລີນ​ງອກ​ງາມ ແລະ ເກີດດອກ​ອອກ​ຜົນຫຼາຍ​ຂຶ້ນ​ຕື່ມ​ອີກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ການ​ເສີມ​ສ້າງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ເພື່ອ​ຄວາມ​ສັນ​ຕິ​ສຸກ ແລະ ຄວາມ​ຈະ​ເລີນ​ວັດ​ທະ​ນາ​ຂອງ​ບັນ​ດາ​ປະ​ຊາ​ຊາດ.

        ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ອັນ​ເປັນ​ມູນ​ເຊື້ອ ລະ​ຫວ່າງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກັບ​ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ,ລະ​ຫວ່າງ ​ສປ​ປ​ ລາວ ກັ​ບ ສ​ສ ຫວຽດ​ນາມ, ລະ​ຫວ່າງ​ປະ​ຊາ​ຊົນ​ລາວ​ ກັບ​ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​ໝັ້ນ​ຍືນ!

        ພາ​ລະ​ກິດ ແລະ ແນວ​ຄິດ​ຂອງ​ປະ​ທານ​ໂຮ​ຈີ່​ມິນ ຜູ້​ຍິ່ງ​ໃຫຍ່ ແລະ ຂອງປະ​ທານ​ໄກ​ສອນ​ພົມ​ວິ​ຫານ ທີ່​ແສນ​ເຄົາ​ລົບ​ຮັກ ຍືນ​ຍົງ​ຢູ່​ກັບ​ພວກ​ເຮົາ​ຕະ​ຕອດ​ໄປ.

ຂໍ​ຂອບ​ໃຈ

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480385
ມື້ນີ້43
ມື້ວານ172
ອາທິດນີ້783
ເດືອນນີ້6616