ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມງານສັບປະດາ ການຮ່ວມມືດ້ານວຽກງານການສຶກສາ ອາຊຽນ-ຈີນ ຄັ້ງທີ 10

sonesay 1

sonesay 2

ໃນວັນທີ 28-29 ກໍ​ລະ​ກົດ 2017 ທີ່ ນະ​ຄອນ​ກຸ້ຍ​ຢາງ, ​ແຂວງ​ກຸ້ຍ​ໂຈວ, ສປ ຈີນ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງສ​ປ​ປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານ​ສັບ​ປະ​ດາການ​ຮ່ວມ​ມື​ດ້ານ​ວຽກ​ງານ​ການ​ສຶກ​ສາ ອາ​ຊຽນ-ຈີນ ຄັ້ງ​ທີ 10 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລິວ ຈຽນ ຕົງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ. ຄຳ​ຂວັນ ສຳລັບ ງານສັບປະດາປີນີ້ ແມ່ນແບ່ງ​ປັນ​ຄວາມ​ສຳ​ເລັດ ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ເລີ່ມ​ຕົ້ນ​ບົດ​ຮຽນ​ໃໝ່ ໄປ​ພ້ອມ​ກັນກັບ ຂໍ້​ລິ​ເລີ້ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ. ຈຸດປະສົງຂອງງານ ແມ່ນເພື່ອສົ່ງເສີມການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ແລະ ເປີດໂອກາດໃຫ້ແກ່ອາຊຽນ ແລະ ຈີນ ໄດ້ຮຽນຮູ້ຊຶ່ງກັນ ແລະ ກັນ.

ໃນໂອກາດການເຂົ້າຮ່ວມງານຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ໄດ້ຖືກຮັບກຽດຂຶ້ນກ່າວຄຳປາໃສຕາງໜ້າບັນດາປະເທດສະມາຊິກອາຊຽນ, ຊຶ່ງໄດ້ຕີລາຄາສູງຕໍ່ໝາກຜົນຄວາມສຳເລັດຂອງການພົວພັນ ອາຊຽນ-ຈີນ ຕະຫຼອດໄລຍະສອງທົດສະວັດເຄິ່ງຜ່ານມາ ເປັນຕົ້ນແມ່ນ ໃນປີ 2016 ຜ່ານມາ ອາຊຽນ ແລະ ຈີນ ໄດ້ສະເຫຼີມ ສະຫຼອງວັນຄົບຮອບ 25 ປີແຫ່ງການສ້າງສາຍພົວພັນ ອາຊຽນ-ຈີນ, ຫຼາຍກິດຈະກໍາທີ່ສຳຄັນໄດ້ຖືກຈັດຕັ້ງປະຕິບັດ, ແລະ ສຳຄັນທີ່ສຸດແມ່ນໄດ້ຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງຂື້ນໃນເດືອນກັນຍາ 2016 ທີ່ນະຄອນວງວຽງຈັນ ພາຍໃຕ້ການເປັນປະທານຂອງ ລາວ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຊຶ່ງເປັນຂີດໝາຍທາງປະຫວັດສາດໃນການສ້າງກາລະໂອກາດທີ່ສຳຄັນສຳລັບອາຊຽນ ແລະ ຈີນ ແລະ ທັງເປັນພື້ນຖານທີ່ເຂັ້ມແຂງໃນການເສີມສ້າງການພົວພັນ ອາຊຽນ-ຈີນ ໃນທົດສະວັດຕໍ່ໆໄປ. ພ້ອມນີ້, ບັນດາຜູ້ນຳຂອງທັງສອງຝ່າຍ ໄດ້ຢືນຢັນເຖິງຄວາມໝາຍໝັ້ຂອງຕົນໃນການເສີມສ້າງການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາ​​ແຜນປະຕິບັດງານ ອາຊຽນ-ຈີນ 2016-2020 ຊຶ່ງຈະເປັນການສົ່ງເສີມ​​ການແລກປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ​​ໃນດ້ານການສຶກສາ, ກິລາ ແລະ ວັດທະນະທຳ, ການຮັດແຄບຄວາມແຕກໂຕນກັນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການເຊືອມໂຍງອາຊຽນ, ການສ້າງປະຊາຄົມອາຊຽນ ແລະ ຂໍ້ລິເລີ້ມໜຶ່ແລວທາງຶ່ເສັ້ນທາງໃນອານາຄົດ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ ເຖິງວ່າ ອາຊຽນໄດ້ປະກາດສ້າງປະຊາຄົມອາຊຽນແລ້ວ, ແຕ່ອາຊຽນຈະສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານວິໄສທັດປະຊາຄົມອາຊຽນ 2025, ລວມທັງແຜນແມ່ບົດການເຊື່ອມຈອດອາຊຽນ 2025. ໃນຂະນະດຽວກັນ, ​ຂໍ້ລິເລີ້ມໜຶ່ງແລວທາງຶ່ເສັ້ນທາງກໍ່ແມ່ນໜຶ່ງໃນບັນດາຂໍ້ລິເລີ້ມທີ່ສຳຄັນເພື່ອວາງທິດທາງຍຸດທະສາດໃນການຮ່ວມມືອາຊຽນ-ຈີນໃນອະນາຄົດ. ອາຊຽນ ຕີລາຄາສູງ ຕໍ່ການປະກາດຂອງລັດຖະບານຈີນເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອ ຂະແໜງການສືກສາເພີ້ມເປັນສອງເທົ່າໃຫ້ອາຊຽນ ເປັນຈໍານວນ 3 ແສນ ເທື່ອຄົນ ພາຍໃນປີ 2025 ໂດຍຜ່ານໂຄງການຮ່ວມມືເສັ້ນທາງສາຍໄໝ ແລະ ນອກນັ້ນ, ຈີນກໍໄດ້ຊ່ວຍທຶນສືກສາໃຫ້ໄດ້ 1000 ທຶນ ຕໍ່ອາຊຽນ ໃນປີ 2017 ນີ້, ຊຶ່ງຈະເປັນການປະກອບສ່ວນ ເຂົ້າໃນການແລກປ່ຽນການໄປມາຫາສູ່ກັນຂອງປະຊາຊົນ ແລະ ພາຍໃນປີ 2020 ໃຫ້ມີນັກທ່ອງທ່ຽວຈາກທັງສອງຝ່າຍ ເຖິງ 30 ລ້ານຄົນ.

ນອກຈາກເຂົ້າຮ່ວມງານສັບປະດາການຮ່ວມມືດ້ານວຽກງານການສຶກສາ ອາຊຽນ-ຈີນ ແລ້ວ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານນາງ ລິວ ຈຽນ ຕົງ, ຮອງນາຍົກລັດຖະມົນຕີແຫ່ງຈີນ, ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີ ທີ່ເຫັນວ່າການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫລາຍດ້ານ. ນອກນີ້, ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ສືບຕໍ່ແລກ ປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ໃນປີ 2016 ທີ່ຜ່ານມາ ການນຳຂັ້ນສູງຂອງລາວຫຼາຍທ່ານ ກໍໄດ້ເດີນທາງມາຢ້ຽມຢາມທາງການ ຢູ່ ສປ ຈີນ, ແລະ ທັງສອງຝ່າຍເຫັນດີສະໜັບສະໜູນໃຫ້ສືບຕໍ່ມູນເຊື້ອອັນດີງາມດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484362
ມື້ນີ້66
ມື້ວານ273
ອາທິດນີ້800
ເດືອນນີ້3667