ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ອາເມລິກາ ຄັ້ງທີ 10

 

10thLMI-America

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສະຫະລັດ ອາເມລິກາ ຄັ້ງທີ 10 ໃນວັນທີ 6 ສິງຫາ 2017, ທີ່ນະຄອນຫລວງມະນີລາ, ຟີລິບປິນ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງທ່ານ ເຣັກສ ທິວເລີເຊິນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ, ໂດຍມີບັນດາລັດຖະມົນຕີ ກະຊວງການຕ່າງປະເທດຂອງ ກໍາປູເຈຍ, ສປປ ລາວ, ໄທ, ຫວຽດນາມ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນຂອງຕົນ ເຂົ້າຮ່ວມ.

ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆ ພາຍໃຕ້ຂອບຮ່ວມມືດັ່ງກ່າວໃນໄລຍະຜ່ານມາ, ຊຶ່ງໃນນັ້ນ ສປປ ລາວ ກໍໄດ້ຮ່ວມກັບ ສ. ອາເມລິກາ ກໍາລັງຈັດຕັ້ງປະຕິບັດໂຄງການໃຫມ່ ຈໍານວນ 2 ໂຄງການ ພາຍໃຕ້ແຜນວຽກຂອງໂຄງການ ພື້ນຖານໂຄງລ່າງທີ່ທັນສະໄໝ ສໍາລັບແມ່ນໍ້າຂອງ (Smart Infrastructure for the Mekong ຫລື SIM) ຢູ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ໂຄງການຝຶກອົບຮົມດ້ານເຕັກນິກຕ່າງໆ, ລວມທັງ ໂຄງການເຊື່ອມຈອດແມ່ນໍ້າຂອງ ໂດຍຜ່ານການສຶກສາ ແລະ ຝຶກອົບຮົມ (Connecting the Mekong through Education and Training ຫລື COMET) ຈໍານວນ 1 ໂຄງການ ຢູ່ ມະຫາວິທະຍາໄລແຫ່ງຊາດ.

ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ຂໍ້ສະເຫນີຂອງສະຫະລັດ ອາເມລິກາ ທີ່ມີຊື່ວ່າ: “ຂໍ້ລິເລີ່ມຂໍ້ມູນແມ່ນໍ້າຂອງ” ຫລື Mekong Water Data Initiative, ພ້ອມທັງ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ຂົງເຂດຈຸດສຸມຂອງການຮ່ວມມືໃນຊຸມປີຕໍ່ໜ້າ.

ສຸດທ້າຍ, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ - ສ. ອາເມລິກາ ຄັ້ງທີ 10 ແລະ ຂໍ້ລິເລີ່ມຂໍ້ມູນແມ່ນໍ້າຂອງ ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ດີຂຶ້ນເທື່ອລະກ້າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485475
ມື້ນີ້176
ມື້ວານ227
ອາທິດນີ້511
ເດືອນນີ້4780