ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8

 

8thMekong-Ganga

 

ໃນວັນທີ 7 ສິງຫາ 2017, ທີ່ນະຄອນຫລວງມະນິລາ, ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ - ແມ່ນໍ້າຄົງຄາ ຄັ້ງທີ 8 ພາຍໃຕ້ຫົວຂໍ້: "ເສີມສ້າງການເຊື່ອມຈອດທີ່ດີຂື້ນ ເພື່ອການພັດທະນາແບບຍືນຍົງ (Build Better Connectivity for Sustainable Development)" ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ຫົວຫນ້າຄະນະຜູ້ແທນມຽນມາ ແລະ ອິນເດຍ, ແລະ ມີບັນດາລັດຖະມົນຕີກະຊວງການຕ່າງປະເທດຈາກກຳປູເຈຍ, ໄທ ແລະ ຫວຽດນາມ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ການດຳເນີນຕາມແຜນປະຕິບັດງານ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ 2016-2018, ເຊິ່ງແນໃສ່ການເສີມສ້າງ ແລະ ເຊື່ອມໂຍງການຮ່ວມມືໃນ 4 ຂະແໜງບູລິມະສິດຄື: ທ່ອງທ່ຽວ, ສຶກສາ, ວັດທະນະທຳ ແລະ ຄົມມະນາຄົມຂົນສົ່ງ.

ນອກນັ້ນ, ບັນດາຜູ້ຕາງຫນ້າປະເທດສະມາຊິກ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງ ຍັງໄດ້ລາຍງານຄວາມຄືບ ຂອງໂຄງການຮ່ວມມືໃໝ່ຄື: ວິທະຍາສາດ ແລະ ເທັກໂນໂລຊີ, ສາທາລະນະສຸກ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. ພ້ອມດຽວກັນ, ກອງປະຊຸມຍັງໄດ້ປືກສາຫາລືກ່ຽວກັບ ແຜນການຮ່ວມມືໃນອະນາຄົດ ໂດຍສຸມໃສ່ວຽກງານການເຊື່ອມຈອດ ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງລັດຖະບານອິນເດຍ ໃນການເປັນເຈົ້າພາບຈັດກອງປະຊຸມເວທີປືກສາຫາລື ສົ່ງເສີມນະໂຍບາຍການເຊື່ອມຈອດ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ເມື່ອວັນທີ 8 ເມສາ 2017 ຜ່ານມາ, ທີ່ນະຄອນຫລວງນິວເດລີ, ເຊິ່ງໄດ້ສະແດງເຖິງການຮັດແໜ້ນການຮ່ວມມື ໃນຫລາຍຂະແໜງການເຊື່ອມໂຍງໃນພາກພື້ນ.

ສຸດ​ທ້າຍ, ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 8 ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621