ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ຢູ່ຟີລິບປິນ

18th ASEAN3 FMM 2

7th EAS 24th ARF

    ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່​​ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນ +3 ຄັ້ງທີ 18, ກອງປະຊຸມລັດຖະມົນຕີ​​ຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 7 ແລະ ກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 24,ໃນວັນທີ 7 ສິງຫາ 2017, ທີ່ມະນິລາ, ຟີລິບປິນ, ໂດຍພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດຟີລິບປິນ.

    ກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນ +3 ຄັ້ງທີ 18 ໄດ້ສະແດງຄວາມຍິນດີຕໍ່ການພົວພັນອາຊຽນ +3 ​​ຄົບຮອບ 20 ປີນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 1997, ຊຶ່ງເຫັນວ່າມີຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການເງິນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການເຊື່ອມໂຍງພາກພື້ນ ແລະການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ​.​ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງອາຊຽນ ແລະ ​3 ​ປະເທດ: ຈີນ, . ເກົາຫຼີ ແລະ ຍີ່ປຸ່ນ ໃນຕໍ່ໜ້າ, ໂດຍໄດ້ຢ້ຳຄືນຄວາມສຳຄັນໃນການເສີມຂະຫຍາຍຂອບການຮ່ວມມືອາຊຽນ +3​​ ເພື່ອປົກປັກຮັກສາ ແລະ ສົ່ງເສີສັຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ,ແລະເສີມຂະຫຍາຍບົດບາດໃນການເປັນກຳລັງຂັບເຄື່ອນສຳລັບການເຊື່ອມໂຍງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດຢູ່ອາຊີຕາເວັນອອກທັງນີ້ກໍເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ພ້ອມນັ້ນ, ກອງປະຊຸມໄດ້ຮັບຮອງເອົາແຜນການຮ່ວມມືອາຊຽນ +3 ແຕ່ປີ 2018-2022 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນໄລຍະ 5 ປີຕໍ່ໜ້າແລະໄດ້ເຫັນດີໃນການກະຽມດ້ານຕ່າງໆໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ +3 ຄົບຮອບ 20 ປີໃນເດືອນພະຈິກ 2017 ທີ່ຟີລິບປິນ.

    ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກ (EAS) ຄັ້ງທີ 7 ໄດ້ສະແດງຄວາມຍິນດີຕໍ່ຄວາມ​​ຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ EAS ໃນໄລຍະ​ 1 ປີຜ່ານມາເຊັ່ນ: ການເງິນ, ພະລັງງານ ແລະ ສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບແລະພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະ ການເຊື່ອມຈອດອາຊຽນ. ກອງປະຊຸມໄດ້ເຫັນດີຈະຊຸກຍູ້ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເພີ່ມທະວີການຮ່ວມມື ແລະ ປະສານງານເພື່ອຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດດັ່ງກ່າວໃຫ້​​ມີປະສິດທິຜົນຫຼາຍຂຶ້ນ. ພ້ອມນັ້ນ, ບັນດາລັດຖະມົນຕີຕ່າງປະເທດEAS ກໍໄດ້ຢ້ຳຄືນຄວາມສຳຄັນຂອງEAS ໃນການເປັນເວທີປຶກສາຫາລືຂອງຜູ້ນຳ (Leaders-led Forum) ກ່ຽວກັບບັນຫາຍຸດທະສາດ, ການເມືອງແລະເສດກິດເພື່ອແນໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມື​​ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນ ແລະ ໃນໂລກ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນເປັນຕົ້ນແມ່ນບັນຫາການກໍ່ການຮ້າຍ ແລະ ລັດທິຫົວຮຸນຮງຢູ່ຕາເວັນອອກກາງ, ບັນຫາອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ ແລບັນຫາອື່ນໆທີ່ມີຄວາມສົນໃຈແລະ ເປັນຫ່ວງຮ່ວມກັນ.

  ໃນກອງປະຊຸມເວທີພາກພື້ນອາຊຽນ (ARF) ຄັ້ງທີ 24, ຄະນະຜູ້ແທນໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ພວມຜັນແປ, ເຕັມໄປດ້ວຍຄວາມສ່ຽງ ແລະ ບໍ່ສາມາດຄາດເດົາໄດ້, ໂດຍສະເພາະແມ່ນບັນຫາການກໍ່ການຮ້າຍ, ລັດທິຫົວຮຸນແຮງ, ການຄ້າມະນຸດ, ບັນຫາຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ສະພາບການຢູ່ຕາເວັນອອກກາງ ແລະ ສະພາບການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ. ກອງປະຊຸມໄດ້ຮັບຮອງເອົາບັນດາກິດຈະກໍາຂອງ ARF ທີ່ຈະຈັດຕັ້ງປະຕິບັດ ໃນສົກປີ 2017-2018, ຖະແຫຼງການ ARF ວ່າດ້ວຍການແກ້ໄຂ ແລະ ສະກັດກັ້ນບັນຫາຢາເສບຕິດ, ແລະ ຖະແຫຼງການ ARF ວ່າດ້ວຍການຮ່ວມມືເພື່ອປ້ອງກັນ,​ ສະກັດກັ້ນ ແລະ ກໍາຈັດການຫາປາທີ່ຜິດກົດໝາຍ,​ ບໍ່ມີການລາຍງານແລະບໍ່ມີການຄຸ້ມຄອງ.ພ້ອມນັ້ນ, ກອງປະຊຸມຍັງໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງຫລັກການໃນການປຶກສາຫາລືແລະຖືເອົາການຕົກລົງດ້ວຍຄວາມເປັນເອກະສັນ, ແລະ ຫລັກການໆດໍາເນີນໄປໃນຈັງຫວະທີ່ທຸກຝ່າຍມີຄວາມສະບາຍໃຈສໍາລັບການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923