ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ ສວນສາທາລະນະ ປະຕູໄຊ, ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກໍາທີ່ຈັດຂຶ້ນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/8/1967-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017).
ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນໍາ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕໍາຫຼວດຈາກບັນດາກະຊວງ ແລະ ຂະແໜງການຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍມວນຊົນຊາວນະຄອນ ຫລວງວຽງຈັນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີກ່າວເປີດ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມຫມາຍສໍາຄັນຂອງວັນອາຊຽນ ໂດຍສະເພາະຜົນສໍາເລັດຂອງອາຊຽນຕະຫຼອດໄລຍະ 50 ປີທີ່ຜ່ານມາ ອັນໄດ້ນໍາມາສູ່ການປະກາດສ້າງຕັ້ງປະຊາຄົມອາຊຽນຢ່າງເປັນທາງການ ໃນວັນທີ 31 ທັນວາ 2015. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ໃນທຸກໆຂົງເຂດການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວຈາກຂະບວນການສ້າງປະຊາຄົມອາຊຽນ ແລະ ພ້ອມຈະສືບຕໍ່ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ປີກາຍນີ້, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນຄັ້ງທີສອງ ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ ເຊິ່ງໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.
ການຈັດກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ ນອກຈາກເປັນການສະເຫລີມສະຫລອງ 2 ວັນສໍາຄັນດັ່ງກ່າວແລ້ວ, ຍັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ປວງຊົນລາວ ກ່ຽວກັບປະຊາຄົມອາຊຽນ ໂດຍລວມ.