ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານທູດ ນິວຊີແລນ ປະຈຳ ສປປ ລາວ

fm greeting em new

      ໃນຕອນບ່າຍຂອງວັນທີ 23 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ເບັນ ຄິງ (Ben KING), ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ບາງກອກ, ປະເທດໄທ.

    ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງສະແດງ ຊົມເຊີຍທ່ານທູດ ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ເຂົ້າໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະ 1 ປີກວ່າຜ່ານມາ, ເຊິ່ງເຫັນໄດ້ຈາກຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ມີມາແລ້ວນັ້ນ ໃຫ້ໄດ້ຮັບການຂະຫຍາຍຕົວໄປໃນຫຼາຍຂົງເຂດຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນການຮ່ວມມືດ້ານກະສິກຳ, ເຊັ່ນ ໂຄງການຊ່ວຍເຫຼືອການຄວບຄຸມພະຍາດປາກເປື່ອຍລົງເລັບສັດລ້ຽງ (New Zealand-funded Foot and Mouth Disease Control Activity) ໃນໄລຍະ 5 ປີ (2016-2020) ແລະ ໂຄງການຄຸນນະພາບຊີ້ນງົວຢູ່ ສປປ ລາວ (Lao PDR Quality Beef Initiative) ແຕ່ປີ 2017-2021, ຊຶ່ງໄດ້ລົງນາມຮ່ວມກັນໃນເດືອນ ກໍລະກົດ 2017 ທີ່ຜ່ານມາ. ໃນຂະນະດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານທ່ານທູດ ໄປຍັງລັດຖະບານ ນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານ, ເປັນຕົ້ນແມ່ນທາງດ້ານການພັດທະນາຊັບພະຍາກອນມະນຸດ, ໂຄງການສົ່ງເສີມກິດຈະກຳການທ່ອງທ່ຽວ ໄລຍະ 1 ແລະ ໄລຍະ 2 ແຕ່ປີ 2015-2020 (Lao Tourism Support Activity), ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ການຊ່ວຍເຫຼືອໃນການກະກຽມຄວາມພ້ອມທາງດ້ານບຸກຄະລາກອນໃຫ້ແກ່ ສປປ ລາວ ເພື່ອເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ໃນປີ 2016 ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ.

   ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍທີ່ ທ່ານທູດ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ ນິວຊີແລນ ທີ່ຮັບຜິດຊອບຂົງເຂດອາເມລິກາ ແລະ ອາຊີ, ແລະ ເຊື່ອໝັ້ນວ່າ ພາຍຫຼັງທີ່ ທ່ານທູດ ເດີນທາງກັບຄືນປະເທດແລ້ວ ຈະສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການພົວພັນ ແລະ ຮ່ວມມື ລາວ-ນິວຊີແລນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

     ໃນໂອກາດດັ່ງກ່າວ, ທ່ານທູດ ເບັນ ຄິງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ສະຫຼະເວລາໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເຊື້ອເຊີນ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄປຢ້ຽມຢາມ ນິວຊີແລນ ໃນເວລາທີ່ເໝາະສົມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484520
ມື້ນີ້36
ມື້ວານ188
ອາທິດນີ້958
ເດືອນນີ້3825