ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ສືບຕໍ່ປຶກສາຫາລືແກ້ໄຂບັນຫາຊາຍເເດນ

lc speech b1

lc speech b2

ໃນວັນທີ 01 ກັນຍາ 2017, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ພົບປະກັນ ເພື່ອສືບຕໍ່ປຶກສາຫາລື ກ່ຽວກັບທິດທາງການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ.

ໃນການພົບປະຄັ້ງນີ້ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ບົນພື້ນຖານສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດ ລະຫວ່າງ ສອງລັດຖະບານ ແລະ ການພົວພັນສ່ວນຕົວໃກ້ຊິດ ລະຫວ່າງສອງນາຍົກ ລາວ ແລະ ກຳປູເຈຍ, ໂດຍທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ ກ່ຽວກັບທິດທາງໃນການແກ້ໄຂຈຸດຄົງຄ້າງຊາຍແດນລະຫວ່າງສອງປະເທດຕາມ 4 ຈຸດໃຫຍ່ດັ່ງນີ້:

  1. ໃຫ້ລັດຖະມົນຕີກະຊວງການຕ່າງປະເທດຂອງສອງຝ່າຍ ລາວ ແລະ ກຳປູເຈຍ ພົບປະກັນໃນເວລາອັນໄວ ເພື່ອປຶກສາຫາລືໃນລາຍລະອຽດ ກ່ຽວກັບວິທີການແກ້ໄຂບັນຫາ.
  2. ໃຫ້ຄະນະກຳມະການຊາຍແດນຂອງສອງປະເທດ ລົງກວດກາພື້ນທີ່ຕົວຈິງເພື່ອແກ້ໄຂບັນຫາຊາຍແດນຢູ່ 4 ຈຸດທີ່ຍັງຄົງຄ້າງ.
  3. ໃຫ້ຄະນະກຳມະການຊາຍແດນຂອງສອງປະເທດ ລົງກວດກາຕົວຈິງຢູ່ບໍລິເວນແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ເພື່ອກຳນົດທີ່ຕັ້ງຂອງຫຼັກໝາຍຊາຍແດນ ແລະ ພ້ອມກັນຕົກລົງປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ, ຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ ກໍໃຫ້ປັກຫຼັກໝາຍໃນທັນທີ ເພື່ອກ້າວໄປສູ່ການປັກຫຼັກໝາຍຕໍ່ໆໄປໃຫ້ສຳເລັດ.
  4. ສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ຈະຂຽນຈົດໝາຍທາງການເຖິງປະທານາທິບໍດີຝຣັ່ງ ເພື່ອໃຫ້ລັດຖະບານຝຣັ່ງ ສົ່ງແຜນທີ່ ມາດຕາສ່ວນ 1:100.000 ແລະ 1:50.000 ທີ່ພິມໂດຍພະແນກແຜນທີ່ອິນດູຈີນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບການກຳນົດເສັ້ນຊາຍແດນ ລາວ ແລະ ກຳປູເຈຍ ສົ່ງໃຫ້ລັດຖະບານລາວ ແລະ ກຳປູເຈຍ ເພື່ອນຳໃຊ້ເປັນຂໍ້ມູນ ແລະ ຫຼັກຖານໃນການແກ້ໄຂບັນຫາເສັ້ນຊາຍແດນ ລະຫວ່າງສອງປະເທດ.

ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືເປັນເອກະພາບກັນ ວ່າຈະປົກປັກຮັກສາຄວາມສະຫງົບ ບໍ່ໃຫ້ມີຄວາມເຄັ່ງຕຶງໃນເຂດຊາຍແດນທີ່ບໍ່ທັນໄດ້ຕົກລົງກັນ ຊຶ່ງເປັນການຕົກລົງທີ່ມີຄວາມສໍາຄັນທີ່ສຸດ, ພ້ອມທັງເຊື່ອຫມັ້ນວ່າ ເສັ້ນຊາຍແດນຈະໄດ້ຮັບການສືບຕໍ່ແກ້ໄຂໃຫ້ສຳເລັດສົມບູນ ເພື່ອໃຫ້ເປັນມໍລະດົກຕົກທອດໃຫ້ລູກຫລານ ບົນພື້ນຖານນໍ້າໃຈມິດຕະພາບທີ່ມີມູນເຊື້ອ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126