ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານທູດໄທ ປະຈຳ ລາວ

emt to lao1 emt to lao2

emt to lao3 emt to lao4

ໃນວັນທີ 07 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນົບພະດົນ ເທບພິທັກ, ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະຣາຊະທູດໄທ, ເພື່ອເປັນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ.

ໃນຕະຫຼອດໄລຍະເກືອບ 02 ປີ ຜ່ານມາ, ທ່ານທູດ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຢ່າງຫ້າວຫັນ ເພື່ອເສີມຂະຫຍາຍ ແລະຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໄກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ, ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຊຸກຍູ້ການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆຂອງສອງປະເທດ ຢ່າງເປັນປົກກະຕິ ນັບແຕ່ຂັ້ນວິຊາການຈົນຮອດການນຳຂັ້ນສູງ ອັນໄດ້ເຮັດໃຫ້ການໄປມາຫາສູ່ຊຶ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ນັບມື້ນັບມີການຂະຫຍາຍຕົວ ແລະ ເພີ່ມຂຶ້ນເລື້ອຍໆ. ພ້ອມກັນນັ້ນ,ທ່ານທູດ ຍັງໄດ້ປະກອບສ່ວນສົ່ງເສີມການພົວພັນຮ່ວມມື, ແລກປ່ຽນຄຳຄິດເຫັນ, ທັດສະນະ ແລະ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ນັບທັງດ້ານສອງຝ່າຍ ແລະ ຫຼາຍຝ່າຍ ໃນລະດັບພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງ, ໂດຍສະເພາະການຜັນຂະຫຍາຍຂອບການຮ່ວມມືຂອງ ຄະນະກຳມາທິການຮ່ວມ ລາວ-ໄທ (JC), ພ້ອມທັງໄດ້ປະກອບ ສ່ວນຊຸກຍູ້ ໃຫ້ມີການປະສານສົມທົບກັນຢ່າງໃກ້ຊິດ ແລະ ແໜ້ນແຟ້ນ ໃນເວທີພົບປະຕໍ່ການຮ່ວມມືສາກົນ, ພາກພື້ນ ແລະ ອື່ນໆ ຢ່າງໄດ້ຮັບຜົນດີ. ນອກນັ້ນ, ທ່ານທູດ ຍັງໄດ້ຊຸກຍູ້ການຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ລະຫວ່າງພາກລັດໃນຫຼາຍລະດັບ ແລະ ກອງປະຊຸມພົບປະປຶກສາຫາລືພາກທຸລະກິດ ລະຫວ່າງ ນັກທຸລະກິດຂອງສອງປະເທດຫຼາຍຄັ້ງ. ໂດຍສະເພາະການຈັດກອງປະຊຸມປຶກສາຫາລືພາກທຸລະກິດ ລາວ-ໄທ ໃນໂອກາດດານຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ສົມຄິດ ຈາຕຸສີພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ປີ 2017.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການເຄື່ອນໄຫວວຽກງານການທູດ ຢູ່ ສປປ ລາວ ຂອງທ່ານທູດໃນຄັ້ງນີ້, ພ້ອມທັງ ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນໃໝ່ຂອງທ່ານ.

ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງທ່ານ ຢູ່ ສປປ ລາວໃນຄັ້ງນີ້ ຈົນປະສົບຜົນສຳເລັດເປັນຢ່າງດີ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484527
ມື້ນີ້43
ມື້ວານ188
ອາທິດນີ້965
ເດືອນນີ້3832