ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດຈາກ ສ.ອາເມລິກາ ຢ້ຽມຢາມ ສປປ ລາວ ແລະ ແຂ່ງຂັນກ໊ອຟມິດຕະພາບຊິງຂັນທ່ານລັດຖະມົນຕີ ກະຊວງການຕ່າງປະເທດ

golf

​ວັນ​ທີ 04 ພະຈິກ 2017 ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດຈາກ ສ.ອາເມລິກາ ມາເຄື່ອນ ໄຫວຢ້ຽມຢາມ ສປປ ລາວ ແລະ ແຂ່ງຂັນກ໊ອຟມິດຕະພາບຊິງຂັນທ່ານລັດຖະມົນຕີ ກະຊວງການຕ່າງປະເທດ, ເຊິ່ງຈັດຂຶ້້ນຢູ່ສະໜາມກ໊ອຟ ເລກວິວ, ນະຄອນຫຼວງວຽງຈັນ.

ໃຫ້ກຽດເປີດພິທີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງ ລັດຖະມົນຕີ, ບັນດາຄະນະນຳຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການ, ບັນດາເອກອັກຄະລັດຖະທູດລາວປະຈຳ ຢູ່ຕ່າງປະເທດ, ຫົວໜ້າກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຄົນເຊື້ອຊາດລາວ ຈາກ ສ.ອາເມລິກາ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 70 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ສຸວັນນາ ຜຸຍຍະວົງ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງ ການຕ່າງປະເທດ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຈາກ ສ.ອາເມລິກາ ທີ່ເດີນທາງມາ ເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກີລາກ໊ອຟມິດຕະພາບຢູ່ ສປປ ລາວ ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍ ມິດຕະພາບ ລະຫວ່າງເຊື້ອຊາດລາວເຮົາຢູ່ຕ່າງປະເທດ ໂດຍສະເພາະຄົນເຊື້ອຊາດລາວຢູ່ ສ.ອາເມລິກາ ເຊິ່ງຍາມໃດ ພັກ-ລັດກໍ່ຍັງເປັນຫ່ວງເປັນໄຍສະເໝີ ເຖິງວ່າຈະໄປຢູ່ໃສ, ປະເທດໃດກໍ່ບໍສາມາດຕັດແຍກອອກຈາກວົງຄະນະຍາດ ເຊື້ອຊາດລາວເຮົາໄດ້.

ການເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບ ຂອງຄະນະຜູ້ແທນຄົນເຊື້ອຊາດລາວຈາກ ສ.ອາເມລິກາ ໃນຄັ້ງນີ້ແມ່ນຈະດຳເນີນຕັ້ງແຕ່ວັນທີ 4 -10 ພະຈິກ 2017 ໃນນັ້ນຍັງຈະໄດ້ເດີນທາງໄປເຄື່ອນໄຫວ ຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບຢູ່ ແຂວງຫຼວງພະບາງ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງຈະໄດ້ເຂົ້າ ຢ້ຽມ ຂໍ່ານັບບັນດາການນຳຂອງລາວຢູ່ນະຄອນຫຼວງວຽງຈັນເຊັ່ນ: ປະທານສູນກາງແນວລາວສ້າງຊາດ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ອະທິການບໍດີ ມະຫາວິທະ ຍາໄລແຫ່ງຊາດ.

ຕອນທ້າຍ ທ່ານ ສຸວັນນາ ຜຸຍຍະວົງກໍ່ໄດ້ກ່າວອວຍພອນໃຫ້ຄະນະດັ່ງກ່າວຈາກ ສ.ອາເມລິກາ ແລະ ບັນດາແຂກພາຍໃນທີ່ເຂົ້າຮ່ວມແຂ່ງຂັນທັງໝົດ ປະສົມຜົນສຳເລັດໃນໜ້າທີ່ການງານ, ມີຄວາມເບີກບານມ່ວນຊື່ນ, ແລະ ອວຍພອນ ໃຫ້ການແຂ່ງຂັນຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580