ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດປະເທດສະມາຊິກສະຫະພາບເອີຣົບ

DSC 0365

ໃນ​ວັນ​ທີ 08 ພະຈິກ 2017, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສປປປ ລາວ, ໄດ້ຕ້ອນຮັບການເຂົ້າ​ຢ້ຽມ​ຂໍ່ານັບຂອງບັນດາທູດປະເທດສະມາຊິກສະຫະພາບເອີຣົບ, ຊຶ່ງນໍາໂດຍທ່ານ ລີອົງ ໂປນ ຟາແບກ (Leon Paul Faber), ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດປະເທດສະມາຊິກສະຫະພາບເອີຣົບ ປະຈຳ ສປປ ລາວ ທີ່ບໍ່ມີສຳນັກງານຕັ້ງຢູ່ ສປປ ລາວ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານລັດ​ຖະ​ມົນ​ຕີ​​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະຜູ້​ແທນຢ່າງອົບ​ອຸ່ນ ແລະ ຕີ​ລາ​ຄາ​ສູງ​ຕໍ່ການ​ພົ​ວ​ພັນ​ຮ່ວມ​ມືສອງ​ຝ່າຍ, ຊຶ່ງ​ໃນ​ນັ້ນ ທ່ານ​ລັດ​ຖະ​ມົນ​ຕີ​​ໄດ້ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ສູງ​ຕໍ່​​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານສະ​ຫະ​ພາບເອີ​ຣົບ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສ​ປ​ປ​ ລາວ ໃນ​ໄລ​ຍະ​ຜ່ານ​ມາ, ຊຶ່ງ​ເປັນການ​ປະ​ກອບ​ສ່ວນ​ອັນ​ສຳຄັນ​ ເຮັດ​ໃຫ້ ສປ ລາວ ມີ​ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະຫວັດ​ ຂອງອົງການສະຫະ​ປະຊາ​ຊາດ ​ແລະ ນຳ​ເອົາ​ປະ​ເທດຊາດ​ອອກ​ຈາ​ກຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ​ ໃຫ້ດີຂຶ້ນເທື່ອ​ລະ​ກ້າວ.

ທ່ານທູດ ລີອົງ ໂປນ ຟາແບກ ຊຶ່ງຕ່າງໜ້າບັນດາທູດສະຫະພາບເອີຣົບ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ແຈ້ງໃຫ້ຊາບວ່າ ໃນການຢ້ຽມຢາມຄັ້ງນີ້, ໄດ້ສ້າງໂອກາດໃຫ້ບັນດາທູດສະຫະພາບເອີຣົບໄດ້ເຫັນສະພາບການຕົວຈິງຂອງການສ້າງສາພັດທະນາເສດຖະກິດ-ສັງຄົມ ຢູ່ລາວ ແລະ ເພື່ອຮັບຊາບນະໂຍບາຍ ແລະ ວິໄສທັດ ຂອງ ສປປ ລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃນໄລຍະໃໝ່.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສອງຝ່າຍ ລາວ-ອີຢູ ຍັງປຶກ​ສາ​ຫາ​ລື ​ແລກປ່ຽນຄຳຄິດຄຳເຫັນ ກ່ຽວ​ກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ທິດ​ທາງໃນ​ການ​ສືບ​ຕໍ່ເສີມຂະຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ເພື່ອແນໃສ່ການເສີມຂະຍາການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ສະຫະພາບເອີຣົບໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂື້ນ.

ໃນໄລຍະຜ່ານມາ, ສະຫະພາບເອີຣົບ ໄດ້ໃຫ້ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ໃນມູນຄ່າສູງສົມຄວນ, ໃນທ້າຍປີ 2014 ສະຫະພາບເອີຣົບ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນໄລຍະຍາວ ຄືແຕ່ປີ 2014-2020, ດ້ວຍມູນຄ່າ 207 ລ້ານເອີໂຣ, ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ສົກປີ 2014-2015, ຈໍານວນ 45 ລ້ານເອີໂຣ ແລະ ສົກປີ 2016-2020, ຈໍານວນ 162 ລ້ານເອີໂຣ ເຊິ່ງເນັ້ນໃສ່ວຽກງານທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາຂັ້ນພື້ນຖານ, ດ້ານສາທາລະນະ ສຸກ, ດ້ານວຽກງານສິດທິມະນຸດ ແລະ ກົດໝາຍ, ດ້ານການປົກຄອງທີ່ດີ ແລະ ອື່ນໆ.

 


ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484525
ມື້ນີ້41
ມື້ວານ188
ອາທິດນີ້963
ເດືອນນີ້3830