ໃນຕອນເຊົ້າຂອງວັນທີ 11 ພະຈິກ 2017, ທີ່ ດານັງ, ສສ. ຫວຽດນາມ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ພະນະທ່ານ ເຈິນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດທີ່ ພະນະທ່ານ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ຢູ່ ດານັງ, ໃນລະຫວ່າງວັນທີ 10-11 ພະຈິກ 2017.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ຊຶ່ງນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງຂຶ້ນເລື້ອຍໆ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ທົບທວນຄືນເຖິງເຫດການສຳຄັນ ໃນປີ 2017 ຊຶ່ງເປັນປີພິເສດທີ່ສອງປະເທດ ລາວ-ຫວຽດນາມ ໄດ້ຮ່ວມກັນສະເຫລີມສະຫລອງ 02 ວັນປະຫວັດສາດ ເຊັ່ນ: ວັນການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນຄົບຮອບ 40 ປີ ແຫ່ງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ຢ່າງຄຶກຄື້ນ ແລະ ມີຄວາມໝາຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ ເຈິນ ດ້າຍ ກວາງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ຢູ່ ສສ. ຫວຽດນາມ ຂອງ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນຄັ້ງນີ້, ຊຶ່ງເປັນການຮັດແໜ້ນການຮ່ວມມື ລະຫວ່າງສະມາຊິກອາເປັກ ກັບບັນດາປະເທດອາຊຽນ ໃນການສ້າງຄວາມເຂັ້ມແຂງໃໝ່ໃຫ້ແກ່ການເຊື່ອມຈອດ ແລະ ການເຊື່ອມໂຍງອາຊີ-ປາຊີຟິກ ແບບຮອບດ້ານ ອັນຈະນຳໄປສູ່ການພັດທະນາແບບຍືນຍົງໃຫ້ແກ່ອາຊຽນ ແລະ ອາເປັກ. ພ້ອມນີ້, ພະນະທ່ານ ເຈິນ ດ້າຍ ກວາງ ຍັງໄດ້ເຊື້ອເຊີນ ພະນະທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມ ສສ. ຫວຽດນາມ ໃນທ້າຍປີ 2017 ນີ້, ເພື່ອເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ໃຫ້ນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ກໍເພື່ອສະຫລຸບການສະເຫລີມສະຫລອງ 02 ວັນປະຫວັດສາດ ທີ່ສອງປະເທດ ລາວ-ຫວຽດນາມ ໄດ້ຮ່ວມກັນສະຫລອງຜ່ານມາ.
ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ເຈິນ ດ້າຍ ກວາງ ແລະ ການເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາແບບບໍ່ເປັນທາງການ ລະຫວ່າງ ຜູ້ນໍາເສດຖະກິດອາເປັກ ແລະ ຜູ້ນຳອາຊຽນ ໃນຄັ້ງນີ້, ຊຶ່ງເປັນການເປີດໂອກາດໃຫ້ ສປປ ລາວ ໄດ້ແລກປ່ຽນຄວາມຄິດເຫັນກັບບັນດາສະມາຊິກອາເປັກ ກ່ຽວກັບ ການຮ່ວມມືໃນຍຸກແຫ່ງການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແລະ ສາກົນ, ພ້ອມທັງສະແດງຄວາມຍິນດີ ທີ່ ສສ. ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການຈັດກອງປະຊຸມສຸດຍອດອາເປັກ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນຄັ້ງນີ້, ຂໍຊົມເຊີຍ ແລະ ອວຍພອນໃຫ້ ສສ. ຫວຽດນາມ ຈົ່ງມີຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນການພັດທະນາປະເທດຊາດ. ນອກຈາກນີ້, ພະນະທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກລົມພາຍຸດຳຣີ ຫວ່າງບໍ່ດົນມານີ້, ຊຶ່ງ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວມອບເງິນຈຳນວນ 100.000 ໂດລາ ສະຫະລັດ, ເຂົ້າສານຈ້າວ, ໜຽວ ຈຳນວນ 20 ໂຕນ ແລະ ເຄື່ອງແຫ້ງອື່ນໆຕື່ມຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພຈາກພະຍຸດັ່ງກ່າວ ທີ່ພັດເຂົ້າທຳລາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ພາກກາງຫວຽດນາມ. ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ຕອບຮັບການເຊີນພະນະທ່ານ ໄປຢ້ຽມຢາມ ສສ. ຫວຽດນາມ ດ້ວຍຄວາມຍິນດີ, ສ່ວນລາຍລະອຽດ ທັງສອງຝ່າຍຈະປະສານກັນ ໂດຍຜ່ານສາຍທາງການທູດຕື່ມອີກ.