ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສປປ ລາວ

xi vl1 xi vl2

xi vl3 xi vl4

xi vl5

ໂດຍຕອ​ບ​ສະ​ໜອງຕາມການ​ເຊື້ອ​ເຊີນ​ຂອງ ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິປະ​ໄຕ ປະ​ຊາ​ຊົນ​ລາວ, ສະຫາຍ ສີ ຈິ້ນຜິງ, ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະກໍາມະການ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ , ປະທານປະເທດ ແຫ່ງ ສປ ຈີນ, ພ້ອມດ້ວຍ ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ພັກ, ລັດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະຊາຊົນຈີນ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ເພື່ອດໍາເນີນການຢ້ຽມ​ຢາມທາງລັດຖະກິດ ສປປ ​ລາວ ໃນລະຫວ່າງວັນ​ທີ 13-14 ພະຈິກ 2017.

​​          ອອກ​ຮັບ ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ ແລະ ​ຄະ​ນະ, ໃນຕອນບ່າຍຂອງວັນທີ 13 ພະຈິກ ທີ່​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ມີສະ​ຫາຍ ພັນຄໍາ ວິພາວັນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້ປະຈໍາການຄະນະເລຂາທິການສູງກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງ ສູນກາງພັກ, ເລຂາຄະນະພັກນະຄອນຫລວງ, ເຈົ້າຄອງນະຄອນຫລວງວຽງຈັນ; ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມ​ດ້ວຍບັນ​ດາ​ສະ​ຫາຍໃນຄະນະຕ້ອນຮັບຂອງຝ່າຍລາວ; ​ເອກອັກຄະລັດຖະທູດ ສປ ຈີນ ແລະ ພະ​ນັກ​ງານ​ສະ​ຖານ​ທູດ ສປ ຈີນ ປະຈໍາລາວ ແລະ ມີຊາວ​ໜຸ່ມ, ເຍົາວະຊົນ, ​ນັກ​ສຶ​ກ​ສາລາວ ແລະ ມວນ​ຊົນ​ຊາວ​ນະ​ຄອນຫຼວງວຽງ​ຈັນ ແລະ ຊາວຈີນ ​ຈຳ​ນວນຫຼວງຫຼາຍ, ໄດ້ຢືນໂບກ​ທຸງຊາດຂອງ​ສອງປະ​ເທດ ​ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ການ​ເດີນ​ທາງ​ມາ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ຄະ​ນະ​ຢ່າງຄຶກ​ຄື້ນຕາມເສັ້ນທາງ ຈາກສະຫນາມບິນຫາໂຮງແຮມແລນມາກ.

ພິ​ທີ​ຕ້ອນ​ຮັບ ສະ​ຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສປ ຈີນ ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ທີ່​​ທຳ​ນຽບ​ປະ​ທານ​ປະ​ເທດ ໃນຕອນບ່າຍຂອງວັນທີ 13 ພະຈິກ 2017, ໂດຍ​ສະຫາຍ​ເລຂາທິການໃຫຍ່ ບຸນ​ຍັງ ວໍລະ​ຈິດ, ຊຶ່ງມີບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ ພັກ-ລັດ ຂອງ ສປປ ​ລາວ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ສະຫາຍ ​ບຸນ​ຍັງ​ ວໍລະ​ຈິດ ໄດ້​ນຳ​ພາສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ​ສີ ຈິ້ນຜິງ ໄປ​ຍັງ​ແທ່ນ​ກຽດ​ຕິ​ຍົດ ​ເພື່ອ​ເຄົາ​ລົບ​ທຸງ​ຊາດຈີນ, ລາວ ຕາມ​ລຳ​ດັບ; ຕໍ່ຈາກນັ້ນ, ສະ​ຫາຍ​ ບຸນ​ຍັງ ວໍ​ລະ​ຈິດ ແລະ ສະ​ຫາຍ ສີ ຈິ້ນຜິງ ຍ່າງ​ກວດ​ແຖວທະ​ຫານ​ກອງ​ກຽດ​ຕິ​ຍົດກອງ​ທັບ​ປະ​ຊາ​ຊົນ​ລາວ ແລະ ຜູ້ນໍາທັງສອງສະຫາຍໄດ້ຮັບການແນະ​ນໍາຕໍ່ ຄະນະຕ້ອນ​ຮັບ​ທາງ​ການ​ຝ່າຍ ສປປ ​ລາວ ແລະ ຄະນະ​ຜູ້​ແທນຂັ້ນສູງຂອງ ສປ ຈີນ ໃນພິທີດັ່ງກ່າວ. ພາຍຫຼັງ​ສໍາ​ເລັດ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ແລະ ສະຫາຍ​​ ສີ ຈິ້ນຜິງ ໄດ້ນໍາພາຄະ​ນະ​​ຜູ້​ແທນ​ຂັ້ນ​ສູງ​ພົບປະສອງຝ່າຍ, ຊຶ່ງຈັດຂຶ້ນຢູ່ຫ້ອງປະຊຸມ ທີ່​ທຳ​ນຽບ​ປະທານ​ປະ​ເດ. ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິ້ງ ໃນຄັ້ງນີ້, ເປັນຂີດຫມາຍປະຫວັດສາດສໍາຄັນແຫ່ງການຮັດແຫນ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານຫມັ້ນຄົງຍາວນານຕາມທິດ 4 ດີ ທີ່ມີມູນເຊື້ອແຫ່ງມິດຕະພາບ ແລະ ການຮ່ວມມືອັນຫນັກແຫນ້ນຍາວນານມາແລ້ວນັ້ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ໃນ​ການພົບປະ​ຄັ້ງນີ້, ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ໄດ້ກ່າວ​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປ ຈີນ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພົບປະກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປ ຈີນ, ທີ່ໄດ້ນໍາພາຄະນະຜູ້ແທນ​ຂັ້ນ​ສູງ​ ພັກ-ລັດ ​ມາຢ້ຽມຢາມທາງ​ລັດຖະກິດ ສປປ ລາວ ພາຍຫລັງທີ່ພັກກອມມູນິດຈີນ ຫາກໍ່ສໍາເລັດກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກຢ່າງສະຫງ່າງາມ ແລະ ໃນບັນຍາກາດທີ່ການພົວພັນມິດ ຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ພວມຢູ່ໃນໄລຍະທີ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງຫນ້າ; ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊຢ່າງຈິງໃຈຕໍ່ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນອີກສະໄຫມຫນຶ່ງ, ເຊິ່ງເປັນການສະແດງໃຫ້ເຫັນຄວາມໄວ້ວາງໃຈ, ຄວາມເຊື່ອຫມັ້ນຢ່າງສູງຂອງທົ່ວພັກ ທີ່ມີຕໍ່ສະຫາຍເຊິ່ງເປັນຜູ້ມີປະສົບການໃນການນໍາພາອັນໂດດເດັ່ນໃນໄລຍະ 5 ປີທີ່ຜ່ານມາ ໃນການສ້າງສາພັດທະນາຕາມທິດສັງຄົມນິຍົມຕາມສີສັນພິເສດຂອງຈີນ ແລະ ໄດ້ຮັບຜົນສໍາເລັດຢ່າງສູງ ແລະ ແບບກະໂດດຂັ້ນເປັນທີ່ປະຈັກຕາຕໍ່ສາກົນ. ສະ​ຫາຍ ບຸນ​ຍັງ​ ວໍ​ລະ​ຈິດ ໄດ້​ຕີ​ລາ​ຄາ​ສູງຕໍ່ການ​ມາ​ຢ້ຽມ​ຢາມ ສປປ ລາວ ​ຂອງ ສະ​ຫາຍ ເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ,ເຊິ່ງ​ເປັນ​​ການສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຂອງພັກກອມມູນິດຈີນ, ລັດຖະບານຈີນ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມຍຸດທະສາດ ຮອບດ້ານຫມັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ, ເຊິ່ງເປັນການນໍາເອົາສາຍພົວພັນດັ່ງກ່າວ ກ້າວສູ່ລະດັບສູງອັນໃຫມ່ ແລະ ສະແດງຄວາມເຊື່ອຫມັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເປັນໂອກາດດີທີ່ສຸດໃຫ້ແກ່ການນໍາຂັ້ນສູງຂອງ 2 ປະເທດ ລາວ-ຈີນ ເພື່ອຮ່ວມກັນຕີລາຄາ ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປືກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ຫນ້າ ໃນການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງພັກ, ສອງລັດຢູ່ໃນສະພາບການໃຫມ່.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ, ເຊິ່ງໃນນັ້ນໄດ້ມີການກໍານົດເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນແນວຄິດຊີ້ນໍາຂອງພັກກອມມູນິດຈີນ ແລະ ອວຍພອນໃຫ້ປະຊາຊົນຈີນພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກຈົ່ງບັນລຸຜົນສໍາເລັດໃຫມ່ ໃຫຍ່ຫລວງກວ່າເກົ່າໃນການສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ກົມກຽວປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ສວຍງາມ.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ຕາງຫນ້າໃຫ້ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ, ໃຫ້ການສະຫນັບສະຫນູນອັນໃຫຍ່ຫລວງແກ່ປະຊາຊົນລາວໃນພາລະກິດຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ໃນການປົກປັກຮັກສາ ແລະ ສ້າງສາ ສປປ ລາວໃນປະຈຸບັນ.

ໂອກາດດຽວກັນນີ້, ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ​ສີ ຈິ້ນຜິງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ-ລັດ ສປ ຈີນ ຢ່າງອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບທີ່ສະຫນິດສະຫນົມຂອງສະຫາຍ ບຸນຍັງ ວໍລະຈິດ ແລະ ການນໍາຂັ້ນສູງຂອງລາວ ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນຢ່າງຫລວງ ຫລາຍ ແລະ ໄດ້ກ່າວ​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ພັກ-ລັດ ສປ ຈີນ ເດີນ​ທາງ​ມາ​ຢ້ຽມ​ຢາມທາງ​ລັດຖະກິດ ສ​ປ​ປ ລາວ ເປັນ​ຄັ້ງ​ທຳ​ອິດ​ ໃນຖານະ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອີກ​ຄັ້ງ​ໃໝ່​ໃນ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ເຊິ່ງ​ເປັນການສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການຊຸກຍູ້ສົ່ງເສີມ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ແລະ ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ, ແຕກດອກອອກຜົນຍິ່ງໆຂຶ້ນຕະຫລອດມາ. ພ້ອມດຽວກັນນັ້ນ, ສະ​ຫາຍ ສີ ຈິ້ນຜິງ ກໍໄດ້ຊົມເຊີຍປະຊາຊົນລາວອ້າຍນ້ອງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນໍາຫນ້າທີ່ຍາດໄດ້​ຜົນສໍາເລັດອັນໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ ສປ ຈີນ ຈະຮ່ວມກັບ ສປປ ລາວ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ແລະ ຮ່ວມມືດັ່ງກ່າວ ໃຫ້ນັບມື້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເຊິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ. ປະເທດບ້ານໃກ້ເຮືອນຄຽງທີ່ດີ, ລາວ-ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມທີ່ມີພັກກອມມູນິດນໍາພາ, ມີອຸດົມການ, ລະບອບການເມືອງ, ເສັ້ນທາງແຫ່ງການພັດທະນາທີ່ຄ້າຍກັນ, ສອງຝ່າຍ ໄດ້ຢຶດຫມັ້ນທິດທາງການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ, ເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການພົວພັນດ້ານການເມືອງໄດ້ມີການເສີມຂະຫຍາຍເປັນຢ່າງດີ ແລະ ໄດ້ເປັນພື້ນຖານອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງຝ່າຍໃນດ້ານຕ່າງໆ. ການພົວພັນຮ່ວມມືດ້ານທິດສະດີ, ບົດຮຽນການປົກຄອງລັດ-ບໍລິຫານປະເທດ, ການກໍ່ສ້າງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ອື່ນໆ ນັບມື້ມີບາດກ້າວຂະຫຍາຍຕົວໄປສູ່ຄຸນນະພາບໃຫມ່, ພວມນໍາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ພ້ອມດຽວກັນນີ້, ທັງສອງຝ່າຍເຫັນດີສືບຕໍ່ຮັກສາກົນໄກ ການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງ ລະຫວ່າງ 2 ພັກ ແລະ 2 ລັດຢ່າງເປັນປົກກະຕິ; ເອົາໃນໃສ່ເສີມຂະຫຍາຍກົນໄກການຮ່ວມມືຂອງສອງຝ່າຍທີ່ມີໃນປັດຈຸບັນ ໃຫ້ມີປະສິດທິຜົນກວ່າເກົ່າ; ສືບຕໍ່ສ້າງຄູ່ຮ່ວມຊາຕາກໍາທີ່ຕັດແຍກ ອອກຈາກກັນບໍ່ໄດ້; ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື 2 ພັກ ໄລຍະສົກປີ 2016-2020 ໃນການກໍ່ສ້າງພະນັກງານນໍາພາຄູ້ມຄອງ ຂອງພັກ-ລັດລາວ ຢູ່ຈີນ; ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອເຊື່ອມໂຍງຍຸດທະສາດ “ການຫັນປະເທດບໍ່ມີຊາຍແດນຕິດກັບທະເລເປັນປະເທດທາງຜ່ານເຊື່ອມໂຍງເຊື່ອມຈອດ” ຂອງລາວ ເຂົ້າກັບຍຸດທະສາດ“; ຫນື່ງແລວ ຫນຶ່ງເສັ້ນທາງ” ຂອງຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ.

ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ສະ​ຫາຍ​ເລ​ຂາ​ທິ​ການ​ໃຫ​ຍ່ ບຸນ​ຍັງ ວໍ​ລະ​ຈິດ ແລະ ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃນ​ການ​ລົງ​ນາມບັນ​ດາ​ເອ​ກະ​ສານການ​​ຮ່ວມ​ມື ຈຳ​ນວນ 17 ສະ​ບັບຄື: ສັນຍາການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃຫມ່; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນກໍ່ສ້າງແລວທາງເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄຫມດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ; ສັນຍາ ວ່າດ້ວຍການຮ່ວມມືດ້ານວິິທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງປະຕິບັດຮ່ວມໂຄງການໂຕແບບ ໃນການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກໍາຄົບວົງຈອນທີ່ທັນສະໄຫມ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄ່ງລ່າງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຊ່ວຍເຫລືອໃນ 3 ປີຕໍ່ຫນ້າ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ; ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກໍານົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ສັນຍາຂອບ ສະຫນອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງໃນ ສປປ ລາວ; ສັນຍາເງິນກູ້ພິເສດດອກເບ້ຍຕໍ່າໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນສ້າງໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ ຫາບໍ່ເຕັນຕອນທີ I ນະຄອນຫລວງວຽງຈັນ ຫາ ວັງວຽງ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.

ສປ ຈີນ ແຈ້ງໃຫ້ການຊ່ວຍເຫຼືອ ສປປ ລາວ 4 ຕື້ຢວນ ໃນໄລຍະ 3 ປີ ຕໍ່ໜ້າ ພ້ອມທັງໃຫ້ການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນລາວ ໃນ 8 ໂຄງການໃໝ່. ພ້ອມດຽວກັນນີ້, ສະຫາຍ ສີ ຈິ້ນຜິງ ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ ຢ້ຽມຢາມ ສປ ຈີນ ໃນເວລາເໝາະສົມ ໃນປີໜ້າ.

ໃນ​ຕອນ​ຄໍ່າຂອງວັນດຽວກັນ, ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ​ ວໍ​ລະ​ຈິດ ໄດ້ເປັນເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບເປັນ​ກຽດ​​ແດ່​ ສະ​ຫາຍເລ​ຂາ​ທິ​ການ​ໃຫຍ່ ສີ ຈິ້ນຜິງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ພັກ, ລັດ ຈີນ ທີ່​​ທ​ໍ​າ​ນຽບ​ປະ​ທານ​ປະ​ເທດ, ໂດຍມີບັນດາການນໍາຂັ້ນສູງພັກ-ລັດ ສປ ຈີນ ແລະ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484477
ມື້ນີ້181
ມື້ວານ273
ອາທິດນີ້915
ເດືອນນີ້3782