ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບຄູ່ເຈລະຈາ ທີ່ຟີລິບປິນ

asean phillipin

​ໂດຍ​ໄດ້​ຮັບ​ການ​ມອບໝາຍຈາກ ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທີ່ຕິດພາລະກິດພາຍໃນ, ພາຍຫລັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫລວງມະນີລາ, ປະເທດຟິລິບປີນ ມາແຕ່ວັນທີ 12-13 ພະຈິກ 2017, ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີປະຈຳ​ສຳນັກງານ​ນາຍົກລັດ​ຖະມົນຕີ​ ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ ສືບຕໍ່​ເຂົ້າຮ່ວມ​ກອງປະຊຸມສຸດຍອດຕ່າງໆກັບ​ຄູ່​ເຈລະຈາ​ ໃນ​ວັນ​ທີ 14 ພະຈິກ 2017, ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມຄື: ກອງ​ປະຊຸມ​ສຸດ​ຍອດອາຊຽນບວກສາມ ຄັ້ງທີ 20, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ການາດາ ຄົບຮອບ 40 ປີ, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 12, ກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP), ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 15 ແລະ ພິທີມອບຮັບການເປັນປະທານຫມຸນວຽນອາຊຽນ ສໍາລັບປີ 2018.

          ຜູ້ເຂົ້າຮ່ວມກອງປະຊຸມສຸດຍອດບວກສາມ ຄັ້ງທີ 20, ປະກອບມີປະມຸກລັດ ແລະ ຫົວຫນ້າລັດຖະບານຈາກ 10 ປະເທດອາຊຽນ ແລະ 3 ປະເທດອາຊີຕາເວັນອອກ: ສປ ຈີນ, ສ. ເກົາຫລີ ແລະ ຍີ່ປຸ່ນ, ໄດ້ກ່າວສະແດງຄວາມຍິນດີຕໍ່ການ​ຮ່ວມ​ມືອາຊຽນບວກສາມ ໃນໄລຍະ​ 20 ປີຜ່ານມາ, ໂດຍ​ໄດ້​ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມືໃນດ້ານຕ່າງໆ ໂດຍສະເພາະແມ່ນການຄໍ້າປະກັນສະຖຽນລະພາບທາງການເງິນ, ຄວາມໝັ້ນຄົງທາງສະບຽງອາຫານ, ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ, ການສຶກສາ, ການແລກປ່ຽນດ້ານວັດທະນະທຳ, ການໄປມາຫາສູ່ລະຫວ່າງປະຊາຊົນ​ໃນພາກພື້ນ ແລະ ອື່ນໆ. ກອງ​ປະຊຸມໄດ້ເຫັນດີໃຫ້ເພີ່ມທະວີການຮ່ວມມືອາຊຽນບວກ​ສາມ ​​ໂດຍ​ຜ່ານ​ການ​ຮັບຮອງ​ເອົາ​ຖະ​ແຫຼງການ​ມະນິລາ ວ່າ​ດ້ວຍ​ອາຊຽນບວກ​ສາມ ຄົບຮອບ 20. ນອກ​ນັ້ນ, ​ກອງ​ປະຊຸມຍັງ​ໄດ້​ຕີ​ລາຄາ​ວ່າທ່າມກາງ​ສະພາບ​ແວດລ້ອມ​ພາກພື້ນ ​ແລະ ສາກ​ົນທີ່​ສັບສົນ​ເຊັ່ນ: ການ​ຕ້ານ​ຍຸກ​ໂລກາ​ພິວັດ ​ແລະ ການປົກ​ປ້ອງຕະຫຼາດພາຍ​ໃນ ບວກ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆດ້ານ​ການ​ທະຫານ ​ແລະ ບໍ່​ແມ່ນ​ການ​ທະຫານ, ອາຊຽນບວກ​ສາມ ​ຄວນເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ບັນຫາ​ສິ່ງ​ທ້າ​ທາຍ​ຂ້າມ​ແດນ​ເຊັ່ນ: ບັນ​ຫາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການກໍ່ການ​ຮ້າຍ, ພະຍາດ​ລະ​ບາດ, ​ແລະ ອື່ນໆ ​ແນ​ໃສ່ເສີມຂະຫຍາຍບົດບາດໃນການເປັນກຳລັງຂັບເຄື່ອນສຳລັບການເຊື່ອມໂຍງ ແລະ ຂະຫຍາຍຕົວທາງດ້ານເສດຖະກິດຢູ່ອາຊີຕາເວັນອອກທັງນີ້ກໍເພື່ອສ້າງພື້ນຖານ ໃຫ້ແກ່ການກ້າວໄປສູ່ການສ້າງປະຊາຄົມອາຊີຕາເວັນອອກໃນໄລຍະຍາວ. ໃນ​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ຜູ້ນຳ​ຍັງ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການ​ວ່າ​ດ້ວຍ​ຄວາມໝັ້ນຄົງ​ທາງ​ສະບຽງອາຫານ ​​​ແນ​ໃສ່​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ໃນຂົງ​ເຂດ​ທີ່​ເປັນໜຶ່ງ​ໃນ​ບູລິ​ມະ​ສິດ​ຫຼັກຂອງ​ອາຊຽນບວກສາມ​ນີ້​ ໃຫ້ນັບ​ມື້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ.

​ກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ການາດາ ຄົບຮອບ 40 ປີ, ເຊິ່ງເປັນ​ກອງ​ປະຊຸມ​​ລະດັບ​ຜູ້ນຳ​ຄັ້ງທຳ​ອິດ ນັບ​ແຕ່​ສອງ​ຝ່າຍ​ໄດ້​ສ້າງຕັ້ງການ​ພົວພັນ​​ໃນ​ຖານະ​ຄູ່​ເຈລະຈາ, ​ໄດ້​ສະ​ແດງ​ຄວາມໝາຍໝັ້ນທີ່​ຈະ​ຮັດ​ແໜ້ນການ​ຮ່ວມ​ມືອາຊຽນ-ກາ​ນາ​ດາ ​ໃຫ້ໜັກ​ແໜ້ນກວ່າ​ເກົ່າ. ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ການ​ສ້າງຕັ້ງສຳນັກງານ​ການ​ທູດ ແລະ ແຕ່ງຕັ້ງທູດ​ປະຈຳ​ອາຊຽນຂອງກາ​ນາ​ດາທີ່ຈາ​ກາກ​ຕາ ​ໃນ​ປີ 2016 ​ແລະ ການ​ສ້າງຕັ້ງສຳນັກງານ​ການ​ທູດ​ຂອງ​ກາ​ນາ​ດາ​ຢູ່​ຄົບ​ທຸກ​ປະ​ເທດ​ສະມາຊິກ​ອາຊຽນ​ໃນ​ປັດຈຸບັນ. ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການ​ວ່າດ້ວຍການ​ສະ​ເຫຼີມສະຫຼອງການ​ພົວພັນ​ອາຊຽນ-ກາ​ນາ​ດາ ຄົບຮອບ 40 ປີ, ເຊິ່ງໄດ້​ຢືນຢັນ​ຄວາມໝາຍໝັ້ນ​ໃນ​ການ​ສືບຕໍ່​ເພີ່ມ​ທະ​ວີການຮ່ວມມືໃນດ້ານ​ຕ່າງໆ ກວມ​ເອົາ​ຂົງ​ເຂດ​ການ​ເມືອງ-ຄວາມໝັ້ນຄົງ, ດ້ານເສດ​ຖະ​ກິດ, ການ​ເຊື່ອມ​ໂຍງ, ການ​ສົ່ງ​ເສີມ​ຂີດ​ຄວາມ​ສາ​ມາດ​ຂອງ​ແມ່​ຍິງ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ການ​ໄປ​ມາ​ຫາ​ສູ່ ລະ​ຫວ່າງ​ປະ​ຊາ​ຊົນສອງ​ພາກ​ພື້ນ ​ແລະ ອື່ນໆ. ພ້ອມ​ນັ້ນ, ບັນດາ​ຜູ້ນຳ​ອາຊຽນ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ກາ​ນາ​ດາ ທີ່ໄດ້​ປະ​ກາດ​ຈະ​ໃຫ້​ທຶນ​ການ​ສຶກ​ສາ ມູນ​ຄ່າ 10 ລ້ານ​ໂດ​ລາໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ພາຍ​ໃນ 5 ປີ​ຕໍ່​ໜ້າໆ.

          ກອງ​ປະຊຸມ​ສຸດ​ຍອດ​ອາຊຽນສະ​ເຫຼີມສະຫຼອງການ​ຮ່ວມ​ມື​ອາຊຽນ-ສະຫະພາບ ​ເອີຣົບ (ອີ​ຢູ) ຄົບຮອບ 40 ປີ, ເຊິ່ງເປັນ​ການພົບປະເປັນຄັ້ງທຳອິດ​ໃນ​ລະດັບ​ຜູ້ນຳ ລະຫວ່າງ​ອາຊຽນ ​ແລະ ອີ​ຢູ,ໄດ້ຕີລາຄາສູງຕໍ່ການພົວພັນອາຊຽນ​-​ອີຢູໃນໄລຍະ 40 ປີ​​ຜ່ານມາ, ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ຄືບໜ້າທີ່​ສຳຄັນ​ໃນ​ຫຼາຍດ້ານ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ຄວາມໝັ້ນຄົງ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ການ​ຄຸ້ມ​ຄອງ​ໄພພິບັດ, ການ​ເຊື່ອມ​ຈອດ, ການ​ໄປ​ມາ​ຫາ​ສູ່​ກັນ, ການ​ຄ້າ-ການ​ລົງທຶນ, ເຊິ່ງເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ອາຊຽນ ​ແລະ ​ເປັນຜູ້​ລົງ​ທຶນ​​ໃຫຍ່​ອັນ​ດັບໜຶ່ງຢູ່​ໃນ​ອາຊຽນ. ​ໃນ​ໂອກາດ​ນີ້, ຜູ້ນໍາທັງ​ສອງ​ຝ່າຍ ​​ໄດ້ເຫັນ​ດີ​ຮັບຮອງ​ເອົາ​ຖະ​ແຫຼງການສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 40 ປີ.

          ກອງປະຊຸມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ (EAS)ຄັ້ງທີ12 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ EAS(ການເງິນ, ພະລັງງານແລະສິ່ງແວດລ້ອມ, ການສຶກສາ, ບັນຫາສຸຂະພາບແລະພະຍາດລະບາດ, ການຄຸ້ມຄອງໄພພິບັດ, ແລະການເຊື່ອມຈອດອາຊຽນ) ​ໃນ​ໄລຍະ​ຜ່ານ​ມາ.ບັນດາຜູ້ນຳEAS ຍັງໄດ້ຢ້ຳຄືນຄວາມສຳຄັນຂອງEASໃນການເປັນເວທີປຶກສາຫາລືຂອງຜູ້ນຳກ່ຽວກັບບັນຫາຍຸດທະສາດ, ການເມືອງແລະເສດກິດທີ່ມີຄວາມສຳຄັນແນ່ໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນແລະການຮ່ວມມືກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນກໍ່ຄືໃນໂລກ, ໂດຍ​ໄດ້​ຮັບຮອງ​​ເອກະສານ​ສຳຄັນ​ຈຳນວນໜຶ່ງ​ຄື: 1). ຖະແຫຼງການຜູ້ນຳEASວ່າດ້ວຍການຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງເງິນໃຫ້ແກ່ການກໍ່ການຮ້າຍ, 2). ຖະແຫຼງການຜູ້ນຳEASວ່າດ້ວຍການຮ່ວມມືໃນການຫຼຸດຜ່ອນຄວາມທຸກຍາກ, 3). ຖະແຫຼງການຜູ້ນຳEASວ່າດ້ວຍອາວຸດເຄມີ, ​ແລະ 4). ຖະແຫຼງການຜູ້ນຳEASວ່າດ້ວຍອາວຸດເຄມີ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແຜ່ລາມຂອງແນວຄິດກໍ່ການຮ້າຍ. ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນແລະສາກົນທີ່ພົ້ນເດັ່ນເປັນຕົ້ນແມ່ນບັນຫາການກໍ່ການຮ້າຍແລະລັດທິຫົວຮຸນຮງຢູ່ຕາເວັນອອກກາງ, ບັນຫາອາຊະຍາກຳຂ້າມຊາດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດແລະບັນຫາອື່ນໆທີ່ມີຄວາມສົນໃຈແລະເປັນຫ່ວງຮ່ວມກັນ.

          ໃນກອງປະຊຸມສຸດຍອດຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP), ບັນດາຜູ້ນຳໄດ້ສະແດງຄວາມຍິນດີຕໍ່ຄວາມຄືບຫນ້າຂອງການເຈລະຈາສັນຍາ RCEP ແລະ ໄດ້ຊຸກຍູ້ໃຫ້ສຳເລັດການເຈລະຈາ ສັນຍາດັ່ງກ່າວໂດຍໄວ. ຈຸດປະສົງສຳຄັນຂອງສັນຍາ RCEP ແມ່ນແນໃສ່ການສ້າງໂອກາດທີ່ສຳຄັນທາງດ້ານເສດຖະກິດ ໃຫ້ແກ່ປະເທດສະມາຊິກ ໂດຍສະເພາະແມ່ນທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ.

          ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ອິນ​ເດຍ ຄັ້ງທີ 15 ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື ອາ​ຊຽນ-ອິນເດຍໃນ​ໄລ​ຍະ 25 ປີຜ່ານ​ມາ, ເຊິ່ງ​ເຫັນ​ວ່າ​ມີ​ຄວາມ​ຄືບໜ້າທີ່​ສຳຄັນ ​ແລະ ​ໄດ້​ຕີ​ຄາ​ສູງ​ຕໍ່ການ​ຕົກລົງ​ເຫັນ​ດີ​ຂອງ​ທັງ​ສອງ​ຝ່າຍ​ ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ເພື່ອ​ສະ​ເຫຼີມສະຫຼອງ​​ການ​ພົວພັນ​ອາຊຽນ-ອິນ​ເດຍ ຄົບຮອບ 25 ປີ ໃນວັນທີ 25-26 ມັງກອນ 2018 ທີ່ ນິວ​ເດັນ​ລີ, ປະເທດອິນ​ເດຍ, ເຊິ່ງ​ຈະ​ເປັນ​ໂອກາດ​ສຳຄັນ ​​ເພື່ອກຳນົດວິ​ໄສ​ທັດ​ຮ່ວມ​ກັນ ແນ​ໃສ່​ຮັດ​ແໜ້ນການ​ຮ່ວມ​ມື​ອາຊຽນ-ອິນ​ເດຍ ​ໃນ​ອະນາຄົດ. ກອງ​ປະຊຸມຍັງເຫັນ​ວ່າ, ​ໃນ​ຖານະ​ທີ່​ອາຊຽນ ​ແລະ ອິນ​ເດຍ ​ເປັນ​ເພື່ອນ​ບ້ານ ​ແລະ ມີ​ພື້ນຖານ​ການ​ພົວພັນທີ່​ດີ​​ທາງ​​ວັດທະນະທຳ, ​ສອງ​ຝ່າຍ ຄວນ​​ເສີມ​ຂະຫຍາຍ​ການຮ່ວມ​ມື​ດ້ານການເຊື່ອມຈອດ, ການຄ້າ-ການ​ລົງ​ທຶນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການແລກປ່ຽນຂໍ້ມູນຂ່າວສານ, ການທ່ອງທ່ຽວ, ການ​ແລກປ່ຽນວັດທະນະທຳ ​ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ ​​ໃຫ້​ນັບ​ມື້ນັບ​ຫຼາຍຂຶ້ນ.

    ໃນຕອນຄໍ່າຂອງວັນດຽວກັນ, ທ່ານລັດຖະມົນຕີ ອາລຸນແກ້ວ ກິດຕິຄຸນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີມອບຮັບການເປັນປະທານຫມຸນວຽນອາຊຽນຢ່າງເປັນທາງການ ໂດຍແມ່ນທ່ານ ໂຣດິກໂກ ດູເຕີເຕ, ປະທານາທິບໍດີແຫ່ງ ຟິລິບປີນ ໄດ້ກ່າວມອບການເປັນປະທານອາຊຽນ ສຳລັບປີ 2018 ຢ່າງເປັນທາງການ ໃຫ້ແກ່ທ່ານ ລີ ເຊີນ ຫລົງ, ນາຍົກລັດຖະມົນຕີແຫ່ງ ສິງກະໂປ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484375
ມື້ນີ້79
ມື້ວານ273
ອາທິດນີ້813
ເດືອນນີ້3680