ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະ ອາຣັບ ເອມິເຣດ

 

ArabPM1  ArabPM3

 

ໃນຕອນບ່າບຂອງວັນທີ 16 ພະຈິກ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ      (Sheikh Abdullah bin Zayed bin Sultan Al Nahyan), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະອາຣັບ ເອມິເຣດ ພ້ອມດ້ວຍຄະນະ, ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ໃນເວລາຕໍ່ມາ ພະນະທ່ານ ພັນຄໍາ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຄະນະດັ່ງກ່າວ, ທີ່ ທຳນຽບປະທານປະເທດ, ໃນໂອກາດທີ່ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ພະຈິກ 2017.

ໃນໂອກາດດັ່ງກ່າວ, ການນຳຂັ້ນສູງຂອງລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ແລະ ຄະນະໃນຄັ້ງນີ້, ຊຶ່ງເປັນຄັ້ງທຳອິດ ແລະ ເປັນປະຫວັດສາດແຫ່ງການພົວພັນ ລະຫວ່າງ ສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ຕຸລາ 1996 ເປັນຕົ້ນມາ ແລະ ເປັນຂີດໝາຍອັນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ມີບາດກ້າວອັນໃໝ່. ພ້ອມກັນນີ້, ການນຳລາວ ກໍ່ໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ຮ່ວມກັນລົງນາມສັນຍາ ວ່າດ້ວຍ ການຂົນສົ່ງທາງອາກາດ ຊຶ່ງມີຜົນບັງຄົບໃຊ້ໃນປີ 2016 ເປັນຕົ້ນມາ ແລະ ຫວັງວ່າສັນຍາດັ່ງກ່າວ ຈະເປັນພື້ນຖານໃຫ້ແກ່ການເປີດກວ້າງການໄປມາຫາສູ່ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ຫຼາຍຂຶ້ນໃນອະນາຄົດ; ຊົມເຊີຍທີ່ ສະຫະອາຣັບ ເອມິເຣດ ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາອົງການການບິນພົນລະເຮືອນ ສຳລັບສົກປີ 2017-2020 ແລະ ອົງການອື່ນໆໃນໄລຍະຜ່ານມາ; ແລະ ການກະກຽມເປັນເຈົ້າພາບຈັດງານວາງສະແດງໂລກ (World Expo 2020) ຂອງ ສະຫະອາຣັບ ເອມິເຣດ. ພ້ອມດຽວກັນນີ້, ການນໍາຂອງ ສປປ ລາວ ກໍ່ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນຄະນະຜູ້ແທນຂອງສອງປະເທດໃຫ້ຫຼາຍຂຶ້ນ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານຕ່າງໆ ແລະ ເສີມສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ປະຊາຊົນທັງສອງປະເທດ, ລວມທັງໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ເຊັກຄ໌ ອັບດູລາ ບິນ ຊາຢິດ ບິນ ຊຸນຕານ ອາລ ນາຢັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການນຳຂັ້ນສູງຂອງລາວ ທີ່ໄດ້ໃຫ້ກຽດຕ້ອນຮັບ, ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ຮອງປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ແຫ່ງ ສະຫະອາຣັບ ເອມິເຣດ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ, ສະແດງຄວາມເຫັນດີ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.

ໃນຕອນທ້າຍ, ການນຳຂັ້ນສູງຂອງ ສປປ ລາວ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ຄູ່ຮ່ວມຕຳແໜ່ງຝ່າຍ ສະຫະອາຣັບ ເອມິເຣດ ແລະ ອວຍພອນໃຫ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618