ໃນຕອນບ່າຍວັນທີ10 ພະຈິກ 2017,ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ພົບປະກັບ ທ່ານTomas Kuchta, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ເຊັກ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 09-10 ພະຈິກ 2017.
ໃນໂອກາດດັ່ງກ່າວ, ທ່ານນາງ ຄໍາເພົາ ເອີນທະວັນໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Tomas Kuchta ຢ່າງອົບອຸ່ນທີ່ມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຊຶ່ງປີນີ້ ເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເຊັກ ແລະ ທັງເປັນການປະກອບສ່ວນ ເພື່ອເສີມສ້າງການພົວພັນຮ່ວມມື ລະຫວ່າງສອງປະເທດໃນໄລຍະໃໝ່.
ໃນໂອກາດພົບປະດັ່ງກ່າວ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອໃນໄລຍະທີ່ຜ່ານມາ, ເຖິງແມ່ນວ່າສອງປະເທດບໍ່ມີສະຖານທູດຕັ້ງຢູ່ໃນປະເທດຂອງກັນ ແລະ ກັນກໍ່ຕາມ,ແຕ່ກໍ່ຍັງຮັກສາໄດ້ສາຍພົວພັນອັນເປັນປົກກະຕິ.ນອກນັ້ນ, ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ- ສ. ເຊັກ ທີ່ເຄີຍມີມາແຕ່ກ່ອນກ້າວໄປສູ່ລະດັບໃໝ່.
ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ເຊັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມເຊື່ອໝັ້ນວ່າ ຈະປະກອບສ່ວນຊຸກຍູ້ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບຜົນສຳເລັດ ຢ່າງຈົບງາມ.