ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVII ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

boder area1

boder area 2

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVII ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໄດ້ຈັດຂຶ້ນຢາງ​ເປັນ​ທາງ​ການ ​ໃນ​ລະຫວ່າງວັນທີ 9 ທັນວາ 2017, ທີ່ນະຄອນຫຼວງ​ຮ່າໂນ້ຍ, ສສ ຫວຽດນາມ. ຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ສປປ ລາວແລະ ຝ່າຍຫວຽດນາມນຳໂດຍທ່ານເລ ຮວ່າຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້​​ແທນຊາຍແດນ ສສ ຫວຽດນາມ. ​ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່​ກ່ຽວຂ້ອງຈາກ​ສູນ​ກາງແລະ ທ້ອງຖິ່ນໂດຍມີທ່ານຮອງ​ເຈົ້າ​ແຂວງຜູ້ຊີ້ນໍາວຽກງານຊາຍແດນຈາກ 10 ຄູ່ແຂວງ ທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ​ ​ແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດໄດ້ຮັບການເພີ່ມພູນຄູນສ້າງແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນສະເຫຼີມສະຫຼອງ 2 ວັນປະຫັວດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ​ ​.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ປະເທດລາວ-ຫວຽດນາມ ແລະບົດບັນທຶກກອງປະຊຸມຄະນະຜູ້​​ແທນຊາຍແດນ ລາວ-ຫວຽດນາມ ຄັ້ງນີ້ XXVI ໃນໜຶ່ງປີຜ່ານມາ, ​ຊຶ່ງສອງຝ່າຍໄດ້ສະຫຼຸບ, ສັງເກດຕີລາຄາຢ່າງຮອບດ້ານກ່ຽວກັບວຽກງານການຄຸ້ມອງຊາຍແດນ, ການພັດທະນາເສດຖະກິດ​, ການຄ້າ, ວັດທະນະທຳແລະ ທ່ອງທ່ຽວຊາຍແດນ, ການ​​ເຊື່ອມ​ຕໍ່​ເສັ້ນ​ຄົມມະນາ​ຄົມ, ການເຂົ້າ-ອອກຜ່ານແດນ, ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈແລະສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ມາແຕ່ດົນນານແລ້ວນັ້ນ ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງ.

ໃນກອງປະຊຸມນີ້, ສອງຝ່າຍໄດ້ເປັນເອກະພາບ​ກັນ​ວາງ​ທິດ​ທາງແຜນການ​ປະຕິບັດ​ວຽກ​ງານໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຄອງຊາຍແດນລະຫວ່າງສອງປະເທດ ​ໂດຍຈະຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນສອງປະເທດໃຫ້ທັນການ ແລະ ມີປະສິດທິຜົນຂຶ້ນຕື່ມ, ພ້ອມກັນນ້ັນ, ສອງຝ່າຍຈະສຸມໃສ່ວຽກງານ​ໂຄສະນາ​ເຜີຍ​ແຜ່​ລະບຽບ​ການຄຸ້ມຄອງຊາຍແດນ, ການ​ປົກ​ປັກ​ຮັກ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກໝາຍ​ຊາຍ​ແດນ​ປະ​ເທດ ​ໃຫ້​ແກ່ປະຊາຊົນ​ຢູ່​ຕາ​ມ ບໍລິ​ເວນ​ຊາຍ​ແດນເຂົ້າ​ໃຈ​ແຈ້ງ​ ກ່ຽວ​ກັບ​ເຂດ​ອຳນາດ​ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັບ​ຄົບ​ຖ້ວນ​ຂອງຊາດ; ​ສອງ​ຝ່າຍ​ຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້​​ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຍາຍຕົວ, ຂຶ້ນແຜແລະ ພັດທະນາດ່ານ, ການ​ພັດທະນາ​ລະບົບ​ເສັ້ນ​ທາງ​ຄົມມະນາຄົມ; ​ເພີ່ມ​ທະວີ​ການຈັດ​ຕັ້ງປະຕິບັດຂໍ້ຕົກລົງລະດັບລັດຖະບານ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈແລະສ້າງ​ຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484491
ມື້ນີ້7
ມື້ວານ188
ອາທິດນີ້929
ເດືອນນີ້3796