ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ

kodmaiy 1

 

kodmaiy 2

 

ໃນ​ວັນ​ທີ 12 ທັນວາ 2017, ກະຊວງ​ການ​ຕ່າງປະ​ເທດ ​ໄດ້ຈັ​ດກອງ​ປະ​ຊຸ​ມ​ເຜີ​ຍ​ແຜ່ ກົດໝາຍວ່າ​ດ້ວຍ ສົນທິ​ສັນຍາ ​ແລະ ສັນຍາສາກົນ, ພາຍ​ໃຕ້ການ​ເປັນ​ປະທານ​ຂອງ ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ມີ​ຮອງ​ລັດຖະມົນຕີ,​ ຫົວໜ້າ ແລະ ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກກະຊວງ, ອົງການທີ່ອ້ອມຂ້າງສູນກາງ, ຜູ້ຕາງໜ້າຈາກສະພາປະຊາຊົນນະຄອນຫຼວງ ແລະ ອົງການປົກຄອງນະຄອນຫຼວງ​ ເຂົ້າຮ່ວມ.​

          ກອງ​ປະຊຸມ​ດັ່ງກ່າວ, ​ຈັດ​ຂຶ້ນ​ເພື່ອສ້າງ​ຄວາ​ມຮັບ​ຮູ້ເຂົ້າ​ໃຈ ກ່ຽວກັບ​​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກົ​ດໝາຍວ່າ​ດ້ວຍສົນທິສັນຍາ ​ແລະ ສັນຍາ​ສາກົນ ​ເພື່ອ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ​​ໃນການຈັດ​ຕັ້ງ​ປະຕິບັດຢ່າງມີ​ປະສິດ​ທິ​ຜົ​ນ. ກອງ​ປ​ະຊຸມ ​​ໄດ້​ຮັບ​ຟັງ​ການສະ​ເໜີບົດ​ຂອງ​ວິທະຍາກອນ​ ຂອງກົມ​ສົນທິ​ສັນ​ຍາ ​ແລະ ກົດ​ໝາຍ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຈະ​ມີ​ການ​ແລກປ່ຽນຄວາມ​ຄິດ​​ເຫັນ,​ ສົນທະ​ນາກ່ຽວກັບຫລັກການ​-ລະບຽບການ, ກ່ຽວກັບ​ການ​ສ້າງ​ ​ແລະ ຈັດຕັ້ງ​ປະຕິບັດ​ສົນທິສັນຍາ ​ແລະ ສາກົນ, ຊຶ່ງ​ໄດ້ກຳ​ນົດ​ໄວ້​ໃນ​ກົດໝາຍ​ສະບັບ​ດັ່ງ​ກ່າວ, ​ໂດຍ​ສົ​ມທຽບ​ໃສ່​ພາກປະຕິບັດ​ຂອງສາກົນ ​ແລະ ພາກ​ປະຕິບັດ​ຂອງ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ. ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນນີ້ ຈະເປັນບ່ອນອີງໃຫ້ແກ່ບັນດາອົງການ ແລະ ຂະແໜງການໃນການເຄື່ອນໄຫວວຽກງານການຕ່າງປະເທດຕາມພາລະບົດບາດຂອງຕົນ ໂດນຜ່ານການສະເໜີສ້າງ, ເຂົ້າຮ່ວມເປັນພາຄີ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ແນໃສ່ປະກອບສ່ວນເພີ້ມທະວີການພົວພັນ ແລະ ການຮ່ວມມືກັບຕ່າງປະເທດ, ການເຊື່ອມໂຍງພາກພື້ນ ແລະ ສາກົນຂອງ ສປປ ລາວ.

          ສໍາລັບກົດໝາຍດັ່ງກ່າວ, ​​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝສາ​ມັນ​ເທື່ອທີ່ 3 ຂອງ​ສະພາ​ແຫ່ງ​ຊາ​ດ ຊຸ​ດທີ VIII ວັນ​ທິີ 8 ພຶ​ດສະພາ 2017 ​ແລະຖື​ກປະກາດ​​ໃຊ້​ໂດຍ​ປະທານປະ​ເທດ ​ໃນ​ວັນ​ທີ 19 ມິຖຸນາ 2017, ​ໄດ້​ເອົາ​ລົງ​ໃນ​ຈົດໝາຍ​ເຫ​ດທາງ​ລັດຖະການ ​ໃນ​ວັນ​ທີ 02 ພະຈິກ 2017 ຕາມ​ມາ​ດຕາ 80,​ ວັກ​ທີ 1 ຂອງ​ກົດໝາຍວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ, ສະ​ບັບ​ເລ​ກທີ 19/ສພຊ, ລົງວັນ​ທີ 18 ພະຈິກ 2017 ​ເປັນ​ຕົ້ນມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101