ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດອົດສະຕຣາລີ ປະຈໍາ ລາວ

 

paduplien 1

paduplien 2

paduplien 3

ໃນວັນທີ 18 ທັນວາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຈອນ ໂອເວັນ ວິນລຽມສ໌ (John Owen WILLIAMS), ເອກອັກຄະລັດຖະທູດ ວິສາມັນຜູ້ມິອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ, ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ເພື່ອເປັນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການເສີມຂະຫຼາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເປັນກ້າວໆ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຢ່າງຫ້າວຫັນໃນການຊຸກຍູ້ໃຫ້ການນໍາຂັ້ນຕ່າງໆຂອງລາວ ແລະ ອົດສະຕຣາລີ ໄດ້ແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນໃນໄລຍະປີທີ່ຜ່ານມາ. ພິເສດ ປີ 2017 ນີ້ ເປັນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 65 ປີ (15/01/1952-15/01/2017), ສອງປະເທດ ໄດ້ຮ່ວມກັນຈັດບັນດາກິດຈະກໍາ ແລະ ການເຄື່ອນໄຫວຕ່າງໆເຊັ່ນ: ການແລກປ່ຽນຢ້ຽມຢາມສອງຝ່າຍ, ການແລກປ່ຽນດ້ານວັດທະນະທໍາ, ການຈັດສໍາມະນາ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ງານວາງສະແດງສະແດງຮູບພາບ, ການແຂ່ງຂັນກິລາມິດຕະພາບ, ການຍ່າງເພື່ອການກຸສົນ ແລະ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ໃຫ້ການ​ສະຫນັບສະຫນູ​ນ​ເຊິ່ງກັນ ​ແລະ​ ກັນໃນເວທີພາກພື້ນ ແລະ ສາກົນ, ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ທີ່ມີມາດົນນານແລ້ວນັ້ນໃຫ້ແໜ້ນແຟ້ນ ແລະ ມີຜົນສໍາເລັດອັນຫຍິ່ງໃຫຍ່ກວ່າເກົ່າ. ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນ ທາງດ້ານການພັດທະນາການສຶກສາ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການພັດທະນາຊົນນະບົດ ແລະ ການຊ່ວຍເຫຼືອໃນການກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ໃຫ້ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຜ່ານມາ, ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.

ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍ່ຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມນີ້, ໃນພິທີປະດັບຫຼຽນກາມິດຕະພາບ ທ່ານທູດ ຍັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ, ເຊິ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ຂອງ​ການ​ພົວພັນ ​ແລະ ຮ່ວມ​ມື​ ລະຫວ່າງສອງປະເທດ ລາວ-ອົດສະຕຣາລີ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485753
ມື້ນີ້52
ມື້ວານ206
ອາທິດນີ້789
ເດືອນນີ້5058