ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເລີ່ມຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ສສ. ຫວຽດນາມ

 

PresidentVvietnam1 PresidentVvietnam0 PresidentVvietnam2

 

ໃນຕອນເຊົ້າວັນທີ 19 ທັນວາ 2017, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ອອກຮັບ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ທີ່ສະໜາມບິນສາກົນໂນ້ຍບ່າຍ ມີສະຫາຍ ເຈິ່ນ ກວັກ ເວື້ອງ, ກໍາມະການກົມການເມືອງສູນກາງພັກ, ກຳມະການປະຈໍາຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກ; ສະຫາຍ ຫງວ້ຽນ ວັນ ເນນ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ຮວ່າງ ບິ່ງ ກວັນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ; ສະຫາຍ ດ່າວ ຫວຽດ ຈຸງ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ແລະ ບັນດາການນໍາຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ, ມີ ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ພະນັກງານສະຖານທູດ ສປປ ລາວ, ພ້ອມດ້ວຍມວນຊົນ, ນັກສຶກສາ, ຊາວໜຸ່ມເຍົາວະຊົນຂອງ ຫວຽດນາມ ຢ່າງຫຼວງຫຼາຍ.

ພິ​ທີ​ຕ້ອນ​ຮັບຢ່າງ​ເປັນ​ທາງ​ການ ສະ​ຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ ລາວ ​ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ໂດຍມີການກວດແຖວກອງກຽດຕິຍົດ ກອງທັບສາມເຫຼົ່າທັບຂອງຫວຽດນາມ, ທີ່ສໍານັກງານ​ປະ​ທານ​ປະ​ເທດ ໂດຍ​ສະຫາຍ​ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ໂດຍມີບັນ​ດາ​ສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ ພັກ-ລັດ ຂອງ ສສ.ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ພາຍຫຼັງ​ສໍາ​ເລັດ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ສະຫາຍ ຫງວຽນ ຟູ ຈ້ອງ ແລະ ສະຫາຍ​​ ບຸນ​ຍັງ​ ວໍລະ​ຈິດ ໄດ້ດໍາເນີນການ​ພົບປະສອງຝ່າຍ.

ໃນການ​ພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ; ສະຫາຍ ປະທານປະເທດ ເຈີນດ້າຍກວາງ ໃນທ່າມກາງບັນຍາກາດທີ່ທັງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ພວມອອກແຮງຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ແລະ ໃນບັນຍາກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017 ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດສໍາຄັນ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ຈາກການນຳຂັ້ນສູງພັກ-ລັດ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບຖານສະຫາຍອ້າຍນ້ອງ ນັບແຕ່ເວລາທີ່ເດີນທາງມາເຖິງນະຄອນ ຫຼວງຮ່າໂນ້ຍວິລະຊົນ ທີ່ສວຍງາມ ແລະ ຮັກຫອມແຂກ ເຊິ່ງເປັນການສະແດງເຖິງມິດຈິດມິດໃຈອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາຍາກ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມປິຕິຊົມຊື່ນ ພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ ທີ່ແຕ່ລະຄັ້ງມາຢ້ຽມຢາມ ຫວຽດນາມ ໄດ້ເຫັນບັນດາຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນ ສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງ ພັກກອມມູນິດຫວຽດນາມທີ່ມີກຽດສະຫງ່າ ໃນພາລະກິດປ່ຽນແປງໃໝ່ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກໃນໄລຍະ 2 ປີຜ່ານມາ.

ການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ເປັນການຢືນຢັນຄືນຄວາມມຸ່ງໝັ້ນ ແລະ ເຈດຈໍານົງອັນສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການສານຕໍ່ມູນເຊື້ອແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ    ສຸພານຸວົງ ທີ່ເຄົາລົບຮັກ ແລະ ບັນດາຮຸ່ນການນໍາຕ່າງໆຂອງສອງ ພັກ, ລັດ ແລະ ປະຊາຊົນສອງຊາດ ໄດ້ເພີ່ມພູນຄູນສ້າງ ຈົນກາຍເປັນມໍລະດົກອັນລໍ້າຄ່າລວມຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງແຕ່ລະປະເທດ, ເປັນປັດໃຈໜຶ່ງໃນການຕັດສິນໄຊຊະນະຂອງພາລະກິດການປະຕິວັດຂອງແຕ່ລະປະເທດ.

ໃນໂອກາດນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ລັດ ໃນໄລຍະຫຼັງໆມານີ້ ແລະ ພ້ອມກັນຕີລາຄາທົບທວນຄືນເຖິງການພົວພັນສອງຝ່າຍ, ໂດຍສະແດງຄວາມພາກພູມໃຈ ແລະ ທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ, ວ່ອງໄວ ເຊິ່ງມີຫຼາຍອັນມີການກະທົບຕໍ່ສອງປະເທດພວກເຮົາບວກກັບແຕ່ລະປະເທດກໍ່ຍັງມີຄວາມຫຍຸ້ງຍາກ, ແຕ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາວ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ທັງລວງເລິກ ແລະ ທັງລວງກ້ວາງ ໃນທຸກໆຂົງເຂດເຊັ່ນວ່າ ການພົວພັນດ້ານການເມືອງ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ; ພິເສດໃນກອບຂອງປີສາມັກຄີມິດຕະພາບ, ມີການແລກປ່ຽນການໄປມາຫາສູ່ກັນຢ່າງເປັນປະຈຳ ລະຫວ່າງການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດ ແລະ ບັນດາທ້ອງຖິ່ນ, ຂະແໜງການຕ່າງໆຂອງສອງປະເທດ, ການຮ່ວມມືດ້ານເສດຖະກິດ-ການຄ້າ ໂດຍລວມມີການຂະຫຍາຍຕົວຢ່າງຕັ້ງໜ້າ, ການພົວພັນດ້ານວຽກງານການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ກິລາ, ວັດທະນະທຳ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ເຕັກນິກ-ວິທະຍາສາດ, ກະສິກຳ ແລະ ອື່ນໆ ກໍ່ລ້ວນແຕ່ໄດ້ມີການພັດທະນາຢ່າງຕັ້ງໜ້າ, ແທດຕົວຈິງ ແລະ ນັບມື້ນັບມີປະສິດທິຜົນຫຼາຍກວ່າເກົ່າ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ, ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ; ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ແຈ້ງສະພາບການອັນພົ້ນເດັ່ນຂອງ ສສ ຫວຽດນາມ ໃນໄລຍະຫຼັງໆມານີ້ ໂດຍເນັ້ນເຖິງສະພາບການປັບປຸງກໍ່ສ້າງພັກ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ພາຍຫຼັງເກີດໄພທຳມະຊາດລຽນຕິດ ແຕ່ປະຊາຊົນຫວຽດນາມ ສາມາດບັນລຸ ແລະ ລື່ນຄາດໝາຍການພັດທະນາເສດຖະກິດ-ສັງຄົມ; ສະຫາຍ ໄດ້ແຈ້ງທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ, ການເຄື່ອນໄຫວຕ່າງປະເທດຂອງ ຫວຽດນາມ ໃນປີ 2017. ສະຫາຍ ຫງວຽນ ຟູ ຈ້ອງ ໄດ້ຕີລາຄາສູງການພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ໂດຍສະເພາະໃນປີສາມັກຄີ ມິດຕະພາບ 2017, ໄດ້ເນັ້ນໜັກເຖິງທິດທາງຮ່ວມມື ລະຫວ່າງ ສອງປະເທດ ໃນຕໍ່ໜ້າ, ໂດຍສະເພາະແມ່ນການເຮັດໃຫ້ການພົວພັນທາງດ້ານເສດຖະກິດ-ການຄ້າ, ການລົງທຶນ ມີປະສິດທິຜົນຍິ່ງໆຂຶ້ນ ໂດຍຈະປະຕິບັດຕາມຂໍ້ຕົກລົງຂອງສອງຝ່າຍ ໃນໄລຍະຜ່ານມາ. ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສຶກສາອົບຮົມປະຊາຊົນສອງຊາດ, ໂດຍສະເພາະຄົນລຸ້ນໜຸ່ມຂອງສອງປະເທດ ໃຫ້ເຂົ້າໃຈ ແລະ ຮັບຮູ້ກ່ຽວກັບສາຍພົວພັນພິເສດຫວຽດນາມ-ລາວ ແລະ ພ້ອມກັນປົກປັກຮັກສາຕະຫຼອດໄປ.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດການປະຕິວັດຂອງປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ ແລະ ສະແດງຄວາມຊາບຊຶ້ງເປັນຢ່າງຍິ່ງທີ່ເຫັນວ່າ ເຖິງ ສສ ຫວຽດນາມ ຍັງມີຄວາມຫຍຸ້ງຍາກ, ປະເຊີນໜ້າກັບໄພທໍາມະຊາດຫຼາຍຄັ້ງ, ແຕ່ປະຊາຊົນຫວຽດນາມ ໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ແລະ ສືບຕໍ່ປະຕິບັດບັນດາໂຄງການຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ, ໃນນັ້ນຫຼາຍໂຄງການໄດ້ສໍາເລັດ ແລະ ຈັດພິທີມອບຮັບເປັນທາງການ, ອັນພິເສດ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ກໍຈະໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນປີຫນ້າ.

ສອງຝ່າຍ ໄດ້ຕົກລົງເປັນເອກະພາບຈະສືບຕໍ່ປະຕິບັດໃຫ້ດີ, ມີປະສິດທິຜົນ, ສອດຄ່ອງກັບເນື້ອໃນຂອງການຕົກລົງຂັ້ນສູງ, ໂດຍຈະຈັດຕັ້ງປະຕິບັດໃຫ້ດີ ດ້ວຍການເພີ້ມທະວີການພົວພັນດ້ານການເມືອງ ແລະ ການຕ່າງປະເທດ, ເພີ້ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ- ການຄ້າ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ, ຍົກສູງຄຸນນະພາບການຮ່ວມມືລະຫວ່າງບັນດາຄະນະໃນດ້ານພັກ, ບັນດາກະຊວງ, ອົງການ, ຂະແໜງການສູນກາງ ແລະ ທ້ອງຖິ່ນ. ນອກນັ້ນ, ສອງພັກ, ສອງລັດ ລາວ-ຫວຽດນາມ ຈະໄດ້ສືບຕໍ່ປະສານສົມ ທົບກັນຢ່າງໃກ້ຊິດໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ພາຍຫຼັງການພົບປະສອງຝ່າຍ, ສອງເລຂາທິການໃຫຍ່ ຍັງໄດ້ເປັນສັກຂີພິຍານໃນການເຊັນສັນຍາ ລະຫວ່າງ ລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

ໃນຕອນບ່າຍຂອງວັນດຽວກັນ, ພາຍຫລັງສໍາເລັດການພົບປະກັບ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຊັວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ແລະ ຮູ້ສຶກດີໃຈ ທີ່ໄດ້ພົບປະກັບບັນດາສະຫາຍ ພ້ອມທັງສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສຳເລັດການເປັນເຈົ້າພາບກອງປະຊຸມ ສຸດຍອດເອເປັກ ຄັ້ງທີ 25 ຢ່າງຈົບງາມ. ພ້ອມທັງສະແດງຄວາມຂອບໃຈ ສະຫາຍຫວຽດນາມ ທີ່ໄດ້ເອົາໃຈໃສ່ຕໍ່ ໂຄງການທ່າເຮືອຫວຸງອາງ 1,2,3 ໃຫ້ ສປປ ລາວ, ຊຶ່ງຈະເປັນເງື່ອນໄຂດີຕື່ມອີກໃນການພັດທະນາປະເທດຊາດຂອງ ສປປ ລາວ. ພ້ອມດຽວກັນ, ກໍ່ສະແດງຄວາມຂອບອົກຂອບໃຈມາຍັງ ພັກ, ລັດຖະບານ ຫວຽດນາມ ທີ່ໃຫ້ທຶນຊ່ວຍເຫຼືອກ່ຽວກັບ ໂຄງການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ.

ນອກຈາກນີ້, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຍັງໄດ້ໄປຢ້ຽມຢາມ ອະດີດເລຂາທິການໃຫຍ່ ສສ ຫວຽດນາມ ສະຫາຍ ເລ່ ຂາ ຟ້ຽວ ແລະ ສະຫາຍ ນົງ ດຶກ ແມ້ງ ຕື່ມອີກ.

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ປະທານປະເທດ ເຈິ່ນ ດ໋າຍ ກວາງ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບເປັນກຽດແດ່ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ທີ່ສູນປະຊຸມສາກົນ ໂດຍມີບັນດາການນໍາຂັ້ນສູງພັກ-ລັດ ສສ ຫວຽມນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546