ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

bounyang sp1

bounyang sp2 bounyang sp3

ໃນຕອນເຊົ້າວັນທີ 20 ທັນວາ 2017, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ສປປ ລາວ ໄດ້ໄປວາງພວງມາລາ ທີ່ ສຸສານປະທານໂຮ່ຈິມິນ, ອານສາວະລີນັກຮົບວິລະຊົນຫວຽດນາມ ໂດຍມີ ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດຂອງສູນກາງພັກກອມມູນິດຫວຽດນາມ, ສະຫາຍຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ສສ ຫວຽດນາມ, ສະຫາຍປະທານຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ.

ຫຼັງຈາກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ໄດ້ຢ້ຽມຊົມການວາງສະແດງຮູບພາບ ມິດຕະພາບ ຄວາມສາມັກຄີພິເສດ ຫວຽດນາມ-ລາວ ທີ່ ຈັດຂຶ້ນຢູ່ຫໍປະຊຸມກະຊວງປ້ອງກັນປະເທດ ແລະ ໄດ້ພົບປະໂອ້ລົມບັນດາ ສະຫາຍອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ບັນດານັກສຶກສາລາວ ທີ່ຮຽນຢູ່ ສສ ຫວຽດນາມ ແລະ ຊາວຫນຸ່ມຫວຽດນາມ ຈຳນວນຫລາຍຮ້ອຍຄົນ. ໃນການພົບປະໂອ້ລົມຄັ້ງນີ້ ໄດ້ມີການເຂົ້າຮ່ວມຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ບັນດາສະຫາຍການນຳຂັ້ນສູງພັກ, ລັດ ຂອງ ຫວຽດນາມ ແລະ ລາວ ຫຼາຍສະຫາຍ.

ເນື້ອໃນໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ ມີດັ່ງນີ້:

ມື້ນີ້, ໃນໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປປ ລາວ ມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການທີ່ສສຫວຽດນາມຕາມຄຳເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ປະທານປະເທດ ເຈິ່ນ ດ້າຍ ກວາງ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ມາພົບປະກັບບັນດາສະຫາຍອາດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຜູ້ທີ່ເປັນເພື່ອນຮ່ວມຮົບກັບພວກຂ້າພະເຈົ້າ ໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດຂອງສອງຊາດ ລາວ-ຫວຽດນາມ ແລະ ໄດ້ພົບກັບບັນດາຜູ້ຕາງໜ້າຄົນຮຸ່ນໜຸ່ມຂອງ ສອງປະເທດ, ຜູ້ເຊິ່ງຈະເປັນຜູ້ສານຕໍ່ສາຍພົວພັນພິເສດທີ່ຫາຍາກລະຫວ່າງ ລາວ-ຫວຽດນາມ.

ການມາຢ້ຽມຢາມຫວຽດນາມຂອງຄະນະໃນຄັ້ງນີ້ ພໍດີຖືກກັບບັນຍາກາດແຫ່ງປີສາມັກຄີມິດຕະພາບເຊິ່ງປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມ ຄົບຮອບ 40 ປີ (18/7/1977-18/7/2017) ຢ່າງເປັນຂະບວນຟົດຟື້ນ ດ້ວຍຮູບການທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ, ເຊິ່ງເປັນໂອກາດທີ່ປະຊາຊົນສອງຊາດ ໄດ້ທົບທວນຫວນຄືນມູນເຊື້ອແຫ່ງຄວາມສາມັກຄີພິເສດທີ່ການນຳລຸ້ນກໍ່ຕັ້ງຄື: ປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ພ້ອມກັນກໍ່ສ້າງ ແລະ ຖະນຸຖະໜອມມາເປັນເວລາຫຼາຍທົດສະວັດຜ່ານມາ ແລະ ໄດ້ຮັບການສືບທອດ, ເສີມຂະຫຍາຍດ້ວຍເລືອດເນື້ອ ເຫື່ອໄຄ ຂອງບັນດາລຸ້ນການນຳປະຕິວັດ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົນໄດ້ກາຍເປັນສາຍພົວພັນພິເສດທີ່ຫາຍາກ, ເປັນມໍລະດົກລວມອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໃຈຕັດສິນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ.

ບັນດາສະຫາຍທີ່ຮັກແພງ,

ພວກຂ້າພະເຈົ້າມີຄວາມເອກອ້າງ, ທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າເຖິງວັນເວລາໄດ້ຜ່ານພົ້ນໄປຫຼາຍສິບປີແລ້ວກໍ່ຕາມ, ສະພາບການໃນພາກພື້ນ ແລະ ສາກົນມີຄວາມສັບສົນ, ຜັນແປຢ່າງວ່ອງໄວ ແລະ ຄາດເດົາໄດ້ຍາກ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງ, ໃກ້ຊິດ ສະໜິດສະໜົມລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ໄດ້ຈືດຈາງລົງຕາມການເວລາແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ, ນັບມື້ມີປະສິດທິຜົນ ແລະ ພວມນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ ເຊິ່ງສະແດງອອກໃນການພົວພັນດ້ານການເມືອງ ສືບ​ຕໍ່ມີຄວາມໜັກແໜ້ນ, ເປັນພື້ນຖານໃຫ້ແກ່ການພົວພັນໃນຂົງເຂດອື່ນໆ, ການນຳຂັ້ນສູງຂອງສອງພັກ, ສອງລັດ, ທຸກຂະແໜງການແຕ່ສູນກາງຮອດທ້ອງຖິ່ນ ກໍ່ລ້ວນແລ້ວແຕ່ມີການໄປມາຫາສູ່ກັນຢ່າງຫຼວງຫຼາຍ, ມີການຊ່ວຍເຫຼືອສະໜັບສະໜູນກັນ, ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ; ການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດສືບຕໍ່ມີໜັກແໜ້ນ, ມີການປະສານສົມທົບຢ່າງກົມກຽວໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ຕີຖອຍກົນອຸບາຍທຳລາຍມ້າງເພຂອງບັນດາອິດທິກຳລັງປໍລະປັກ, ມີການປະສານສົມທົບຢ່າງສະໜິດແໜ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນແລະໃນໂລກ; ການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ສຶກສາ, ວັດທະນະທຳແລະດ້ານອື່ນໆລ້ວນແລ້ວແຕ່ມີຄວາມຄືບໜ້າສິ່ງທີ່ເຫັນໄດ້ປະຈັກຕາແມ່ນການລົງທຶນຂອງຫວຽດນາມຢູ່ລາວ ແມ່ນນອນຢູ່ໃນແຖວໜ້າຂອງບັນດາປະເທດ ທີ່ມີການລົງທຶນຢູ່ລາວ, ຈຳນວນນັກສຶກສາຂອງລາວຢູ່ຫວຽດນາມ ນັບມື້ນັບເພີ່ມຂຶ້ນ ເຊິ່ງໄລ່ມາຮອດປະຈຸບັນໄດ້ມີລູກຫຼານຂອງປະຊາຊົນລາວຈຳນວນ 14.000 ກວ່າຄົນ ພວມສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມແຕ່ເໜືອເຖິງໃຕ້ ແລະ ພວມໄດ້ຮັບການສຶກສາອົບຮົມ, ຕັກເຕືອນຈາກຄູອາຈານຫວຽດນາມເປັນຢ່າງດີອັນໄດ້ເຮັດໃຫ້ນັກສຶກສາລາວ ທີ່ຮຽນຈົບຢູ່ຫວຽດນາມພວມມີໜ້າທີ່ຕຳແໜ່ງສຳຄັນຢູ່ໃນກົງຈັກຂອງພັກ, ລັດ ສປປ ລາວ ໃນປະຈຸບັນ. ນີ້ເປັນທຶນຮອນອັນປະເສີດໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ແສນຮັກຂອງຕົນໃນໄລຍະໃໝ່.

ບັນດາສະຫາຍທີ່ນັບຖື ແລະ ​ຮັກ​ແພງ,

ເມື່ອຫວນຄືນເຖິງມູນເຊື້ອແຫ່ງສາຍພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມໃນ​ໄລ​ຍະ​ຜ່ານ​ມາ, ພວກເຮົາຍິ່ງມີຄວາມຊາບ​ຊຶ້ງ​ເປັນ​ຢ່າງ​ຍິ່ງ ຕໍ່ການປະກອບສ່ວນອັນໃຫ່ຍຫລວງ, ສຳຄັນຂອງບັນດາການນຳລຸ້ນກໍ່ຕັ້ງ, ພວກເພິ່ນທັງເປັນຜູ້ໄດ້ສ້າງ ແລະຖະນຸຖະໜອມສາຍພົວພັນນັ້ນດ້ວຍເຫື່ອແຮງ, ເລືອດເນື້ອ, ດ້ວຍສະຕິປັນຍາ, ໄດ້ຮ່ວມຂຸມຄອງດຽວກັນ, ສຸກທຸກຢູ່ຄຽງຂ້າງກັນ, ຊ່ວຍເຫຼືອກັນແບບເຂົ້າເມັດຫັກ, ຜັກເສັ້ນແບ່ງ, ຍອມເສຍສະຫຼະໃຫ້ແກ່ກັນ ແລະ ກັນເພື່ອພວກເຮົາມີສັນຕິສຸກຄືວັນນີ້. ຂ້າພະເຈົ້າມີຄວາມຊາບຊຶ້ງທີ່ເຫັນວ່າພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນທີ່ປະທານໂຮ່ຈີມິນສ້າງຕັ້ງ​ຂຶ້ນໃນປີ 1930,ບັນດາສະຫາຍອາດີດທະຫານອາສາສະໝັກ, ຊ່ຽວຊານທະຫານຫວຽດນາມເຊິ່ງຍາມນັ້ນອາຍຸບາງສະຫາຍບໍ່ທັນເຖິງ 20 ປີ ແຕ່ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ: “ຊ່ວຍເພື່ອນແມ່ນຊ່ວຍຕົນເອງໄດ້ພ້ອມກັນພາຍບາໂລ ຂ້າມສາຍພູຫຼວງທີ່ຍິ່ງໃຫຍ່ໄປປະເທດລາວຂອງພວກຂ້າພະເຈົ້າເພື່ອປະຕິບັດພັນທະສາກົນຮ່ວມກັບກອງທັບ ແລະ ປະຊາຊົນລາວຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຈັກກະພັດແບບເກົ່າແລະແບບໃໝ່, ມີການຮ່ວມສຳພັນສູ້ຮົບນຳກັນ, ປະສານສົມທົບກັນໃນບັ້ນຮົບຕ່າງໆ, ພ້ອມກັນສ້າງວິລະກຳອັນລໍ້າເລີດ ຈົນສາມາດຍາດໄດ້ໄຊຊະນະເປັນຂັ້ນໆມາ ເຊິ່ງເດັ່ນກ່ວາໝູ່ແມ່ນການປະກາດເອກະລາດໃນປີ 1945 ຢູ່ທັງສອງປະເທດ, ພ້ອມກັນສືບຕໍ່ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງທີ່ກັບມາຮຸກຮານປະເທດຂອງພວກເຮົາເປັນຄັ້ງທີ່ 2, ຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງໃນບັ້ນຮົບດຽນບຽນຟູ້ ທີ່ລືຊື່ໃນ ເດືອນ ພຶດສະພາ ປີ 1954 ອັນໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ເປັນການສິ້ນສຸດແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ...

ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບໃໝ່ ແຕ່ ປີ 1955 ເປັນຕົ້ນມາ, ບັນດາສະຫາຍທະຫານອາສາສະໝັກຫວຽດນາມຍັງໄດ້ສືບຕໍ່ຮ່ວມກັບກອງທັບແລະປະຊາຊົນລາວຕໍ່ສູ້ຢ່າງພິ ລະອາດຫານ, ທໍລະຫົດອົດທົນ, ຍອມເສຍສະຫລະເພື່ອກັນແລະກັນ, ຄຽງບ່າຄຽງໄຫ່ລກັນ ພ້ອມກັນຍາດເອົາໄຊຊະນະລຽນຕິດໃນບັນດາບັ້ນຮົບທີ່ຂ້ຽວຂາດ ຈົນກ້າວໄປເຖິງໄຊຊະນະປະຫວັດສາດໃນປີ 1975 ເຊິ່ງຢູ່ຫວຽດນາມ ແມ່ນບັ້ນຮົບໂຮ່ຈີມິນໃນລະດູບານໃໝ່ 1975, ສໍາເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດຢ່າງເປັນເອກະພາບ, ສ່ວນຢູ່ລາວແມ່ນການຍຶດອໍານາດແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແລະ ສະຖາປະນາສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975, ສອງປະເທດໄດ້ສຳເລັດການປະຕິວັດຊາດປະຊາທິປະໄຕ ແລະ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

   ພວກຂ້າພະເຈົ້າຕີລາຄາສູງ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ການເສຍສະຫຼະອັນສູງສົ່ງຂອງບັນດາສະຫາຍທະຫານອາສາສະໝັກຫວຽດນາມໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ, ເຊິ່ງໃນຈຳນວນນັ້ນ, ຫລາຍສະຫາຍກໍ່ບໍ່ສາມາດເຫັນໄດ້ໄຊຊະນະສຸດທ້າຍຂອງການປະຕິວັດສອງປະເທດ ແລະ​ ໃນ​ການ​ພົບ​ປະມື້ນີ້, ພວກເຮົາສາມາດພົບປະກັບບັນດາສະຫາຍຈຳ​ນວນ​ໜຶ່ງທີ່​ເປັນຜູ້ຕາງໜ້າຂອງທະຫານລຸງໂຮ່ຈໍານວນໜຶ່ງເທົ່ານັ້ນ, ມີທະຫານອາສາສະໝັກຈຳນວນບໍ່ໜ້ອຍໄດ້ເສຍຊີວິດເລືອດເນື້ອຂອງ​ຕົນ ເພື່ອພາລະກິດຂອງການປະຕິວັດຢູ່ບົນດິນແດນພວກຂ້າພະເຈົ້າ, ເຊິ່ງມື້ນີ້ກໍ່ມີຜູ້ຕາງໜ້າຂອງຄອບຄົວອາດີດທະຫານອາສາສະໝັກຫວຽດນາມ​ຈຳ​ນວນ​ໜຶ່ງທີ່ເສຍຊີວິດຢູ່ລາວ ມາ​ຮ່ວມ. ພວກຂ້າພະເຈົ້າສຸດທີ່ຊາບຊຶ້ງຕໍ່ຄວາມເປັນຈິງທີ່ວ່າ ບົນດິນແດນຂອງ​ປະ​ເທດລາວຢູ່ທຸກຮ່ອງຫ້ວຍ,ພູເຂົາ, ປ່າເລິກດົງໜາກໍ່ລ້ວນແຕ່ມີຢາດເຫື່ອ, ຢາດເລືອດຂອງນັກຮົບປະຕິວັດລາວ​ແລະຫວຽດນາມໄດ້ເຈືອຈານ​ເຂົ້າ​ກັນເພື່ອຍາດເອົາເອກະລາດມາໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ ດັ່ງທີ່ ປະທານ ໄກສອນ ພົມວິຫານໄດ້ຕີລາຄາການພົວພັນພິເສດ ລາວ-ຫວຽດນາມໃນພິທີລະນຶກວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ ຄົບຮອບ 100 ປີ ໃນເດືອນພຶດສະພາ 1990 ດ້ວຍຄຳເວົ້າທີ່ຊາບຊຶ້ງຈາກນ້ຳໃສໃຈຈິງທີ່ວ່າ: “ໃນປະຫວັດສາດຂອງການປະຕິວັດໂລກ ໄດ້ມີຫຼາຍແບບຢ່າງ ອັນໃສແຈ້ງກ່ຽວກັບນ້ຳໃຈສາກົນກຳມະຊີບ, ແຕ່ບໍ່ທັນມີເວລາໃດ ແລະ ສະຖານທີ່ໃດທີ່ມີຄວາມສາມັກຄີ ຮ່ວມສຳພັນສູ້ຮົບແບບພິເສດ ທີ່ຍາວນານ ແລະ ຮອບດ້ານ ຄືສາຍສຳພັນ ລາວ-ຫວຽດ. ໃນໄລຍະເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ໄດ້ມີລູກຫຼານຫຼາຍຮຸ່ນຄົນ ຂອງປະຊາຊົນຫວຽດນາມ ໄດ້ຊ່ວຍເຫຼືອປະຊາ ຊົນລາວ ສູ້ຮົບ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ສ້າງສາຊີວິດໃໝ່ ເພື່ອໃຫ້ມີຄວາມອີ່ມໜຳສຳລານ ແລະ ຄວາມຜາສຸກ; ມີສະຫາຍຫຼາຍຄົນທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນ ເພື່ອຮັບໃຊ້ການປະຕິວັດລາວ, ຖືປະເທດລາວປຽບເໝືອນປະເທດຊາດທີ່ສອງຂອງຕົນ. ໃນທົ່ວທຸກແຫ່ງຫົນຂອງປະເທດລາວ, ໄດ້ມີເລືອດເນື້ອຂອງນັກຮົບຫວຽດນາມ ເຈືອຈານເຂົ້າກັບເລືອດເນື້ອຂອງພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວ ເພື່ອຄວາມເປັນຕາຍຂອງຊາດລາວ. ປະຊາຊົນລາວກໍ່ໄດ້ເສຍສະຫຼະເລືອດເນື້ອບໍ່ຈັກວ່າເທົ່າໃດ ເພື່ອປະກອບສ່ວນເຂົ້າໃນ ການປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ທີ່ສັກກາລະບູຊາຍິ່ງ. ປະຊາຊົນລາວສຸດເອກອ້າງທະນົງໃຈ ທີມີເສັ້ນທາງລຽບຕາມທິດຕາເວັນຕົກຂອງສາຍພູຫຼວງ ທີ່ມີຊື່ຂອງ ປະທານ ໂຮ່ຈີມິນ. ເສັ້ນທາງດັ່ງກ່າວໄດ້ຄົງຢູ່ຢ່າງສະຫງ່າຜ່າເຜີຍຕໍ່ໜ້າລູກລະເບີດຂອງສັດຕູນັບເປັນລ້ານໂຕນ. ພ້ອມກັບເສັ້ນທາງໃນທິດຕາເວັນອອກຂອງສາຍພູຫຼວງ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົດປ່ອຍປະເທດລາວ ແລະ ພາກໃຕ້ຫວຽດນາມ. ເພື່ອປະຕິບັດຕາມຄຳພິໄນກຳ ຄຳສັ່ງສອນຂອງລຸງໂຮ່ ແລະ ໃຫ້ສົມກັບເລືອດເນື້ອເຫື່ອໄຄຂອງນັກຮົບວິລະຊົນ ບໍ່ຈັກວ່າເທົ່າໃດຄົນ ທີ່ໄດ້ເສຍສະ ຫຼະຊີວິດເພື່ອຊາດ ແລະ ຢາດນ້ຳຕາແຫ່ງຄວາມເຈັບປວດທໍລະມານຂອງຜູ້ເປັນແມ່, ເປັນເອື້ອຍ ບໍ່ຈັກວ່າເທົ່າໃດຄົນ, ສົມ​ກັບກຳລັງເຫື່ອແຮງ ແລະ ຄວາມເດັດດ່ຽວຂອງພີ່ນ້ອງຮ່ວມຊາດ, ບັນ​ດາ ສະຫາຍຂອງທັງສອງຊາດພວກເຮົາ, ພວກຂ້າພະເຈົ້າ​ໃຫ້​ຄວາມ​ໝັ້ນ​ໝາຍ​ວ່າ ຈະຮ່ວມກັບປະຊາ ຊົນຫວຽດນາມໃນ​ການປົກປັກຮັກສາຄວາມສາມັກຄີແບບພິເສດນັ້ນຕະຫຼອດກາລະນານ, ຈາກ ລຸ່ນຄົນປະຈຸບັນຮອດລຸ່ນຄົນຕໍ່ໆໄປ; ຄວາມສາມັກຄີ ບໍລິສຸດຜຸດຜ່ອງນັ້ນ ເປັນມູນເຊື້ອອັນປະເສີດຕະຫຼອດກາລະນານ ຂອງປະຊາຊົນ ສອງປະເທດ ​ລາວ- ຫວຽດນາມ ເຊິ່ງບໍ່ມີສັດຕູໂຕໃດສາມາດທຳລາບມ້າງເພໄດ້....”

     ປະຊາຊົນສອງຊາດລາວ-ຫວຽດນາມ ທຸກໄວ, ທຸກ​ເພດ ລ້ວນແຕ່ຈື່ຈຳ ແລະ ຊາບຊຶ້ງຕໍ່ເນື້ອໃນ ແລະ ຄວາມໝາຍຂອງກາບກອນອະມະຕະຂອງປະທານໂຮ່ ຈີມິນ ທີ່ເພິ່ນຂຽນອອກໃນໃນປີ 1963 ກ່ຽວກັບການພົວພັນພິເສດຫວຽດ​ນາມ-ລາວ ທີ່ວ່າ:

     ຮັກຫອມກັນໝາຍໝັ້ນ           ຫຼາຍສັນພູກໍ່ປີນໄຕ່

     ຫຼາຍນໍ້າໃຫຍ່ແລະໂຄກຄ້ອຍ     ຂວາງຂັ້ນກໍ່ເດີນດັ້ນດຸ່ງໄປ

     ສອງຊາດລາວ-ຫວຽດໄດ້           ຝັງຄວາມຮັກຢູ່ໃນໃຈ

     ຮົ່ງຮ່າທັງແມ່ຂອງ                  ບໍ່ເລິກປຸນປານໄດ້.

ປະທານ ສຸພານຸວົງໄດ້ໃຫ້ການຕີລາຄາທີ່ສັ້ນໆ, ມີການປຽບທຽບທີ່ງ່າຍດາຍ ແຕ່ມີຄວາມໝາຍເລິກເຊິ່ງກ່ຽວກັບຄວາມສາມັກຄີພິເສດລາວ-ຫວຽດນາມ ທີ່ວ່າ:ສາຍພົວພັນລາວ-ຫວຽດນາມແມ່ນສາຍພົວພັນພິເສດ,ສາຍພົວພັນນັ້ນສູງກ່ວາພູເຂົາ, ຍາວກ່ວາແມ່ນຳ້, ກ້ວາງ   ກ່ວາມະຫາສະມຸດ, ງາມກ່ວາເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດໃນໂລກ...”

ບັນດາສະຫາຍ ທີ່ຮັກແພງ,

ການຫວນຄືນປະຫວັດສາດແຫ່ງການຕໍ່ສູ້ຮ່ວມຂຸມຄອງດຽວກັນໃນມື້ນີີ້, ດ້ານໜຶ່ງກໍ່ເພື່ອຫວນຄືນເຖິງມູນເຊື້ອແຫ່ງການຮ່ວມ​ສຳ​ພັນ​ສູ້​ຮົບ, ການຊ່ວຍເຫຼືອຊຶ່ງກັນແລະກັນຂອງກອງທັບແລະປະຊາຊົນສອງຊາດລາວ-ຫວຽດນາມ, ແຕ່ດ້ານໜຶ່ງແມ່ນເພື່ອເປັນການປະກອບຂໍ້ມູນຕົວຈິງໃຫ້ແກ່ຄົນລຸ້ນໜຸ່ມຂອງສອງປະເທດກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ, ການເສຍສະຫຼະອັນສູງສົ່ງຂອງບັນພະບູລຸດແລະນັກຮົບປະຕິວັດລຸ້ນຕ່າງໆຂອງລາວແລະຫວຽດນາມເພື່ອອະນາ ຄົດອັນສະຫວ່າງສະໄຫວຂອງສອງປະເທດພວກເຮົາ,ເພື່ອໃຫ້ຄົນລຸ້ນໜຸ່ມ, ໄວໜຸ່ມ ນັກສຶກສາ ຂອງສອງປະເທດທີ່ເປັນອະນາຄົດຂອງຊາດສາມາດເຫັນໄດ້ຄຸນຄ່າຂອງສັນຕິພາບ, ຄຸນຄ່າຂອງເອກະລາດແຫ່ງຊາດທີ່ຍາດມາໄດ້ດ້ວຍເລືອດເນື້ອເຫື່ອໄຄຂອງຜູ້ເປັນພໍ່, ເປັນລຸງ, ເປັນອາວ, ເປັນປ້າ, ເປັນເອື້ອຍຂອງພວກເຮົາ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນ, ສາມັກຄີກັນຢ່າງແໜ້ນແຟ້ນ ຕໍ່ສູ້ຢ່າງທໍລະຫົດອົດທົນ ບົນແປວໄຟຂອງສົງຄາມທີ່ໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດຕ່າງ​ດ້າວ​ຜູ້​ຮຸກ​ຮານ; ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈາກ​ສັດ​ຈະ​ທຳ​ນີ້, ໄວ​ໜຸ່ມ​ຂອງ​ສອງ​ປະ​ເທດ ຈະ​ພ້ອມ​ກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມໃຫ້ນັບມື້ນັບມີປະສິດທິຜົນ, ມີຄວາມຮັບຜິດຊອບໃນການປົກປັກຮັກສາມິດຕະພາບທີ່ຫາຍາກດັ່ງກ່າວ, ຊ່ວຍ​ເຫລືອ​ກັນພັດທະ ນາປະເທດຊາດຂອງຕົນໃຫ້ນັບມື້ນັບເຂັ້ມແຂງ ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາ​ກົນ, ເດີນຕາມແນວ ທາງຂອງພັກ, ລັດຂອງສອງປະເທດເພື່ອໃຫ້ສົມກັບການເສຍສະຫຼະອັນສູງສົ່ງ, ໃຫຍ່ຫຼວງຂອງບັນດາລຸ້ນການນຳ, ນັກຮົບປະຕິ ວັດຂອງສອງຊາດພວກເຮົາ.

ບັນດາສະຫາຍ,

ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ55 ປີແລະວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດຄົບຮອບ 40 ປີ ໃນປີສາມັກຄີ ມິດຕະພາບໃນປີ 2017ນີ້ ແລະໃນເງື່ອນໄຂທີ່ສະພາບການຂອງໂລກ, ພາກພື້ນພວມມີການຜັນແປຢ່າງສັບສົນວ່ອງໄວບວກກັບບັນດາອິດທິກຳລັງປໍລະປັກແລະພວກບໍ່ຫວັງດີພວມຫາທຸກວິທີການໃສ່ຮ້າຍປ້າຍສີແລະທຳລາຍຄວາມສາມັກຄີພິເສດລາວ - ຫວຽດ ນາມນີ້ຍິ່ງກວ່າຍາມໃດໝົດທີ່ປະຊາຊົນສອງຊາດ, ໂດຍສະເພາະຄົນລຸ້ນໜຸ່ມຂອງສອງປະເທດຕ້ອງໄດ້ມີຄວາມຮັບຜິດຊອບອັນສູງສົ່ງຂອງຕົນໃນການປົກປັກຮັກສາແລະເສີມຂະຫຍາຍສາຍພົວພັນທີ່ຫາຍາກ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ນັບມີປະສິດທິຜົນ, ມີຄວາມສວຍສົດງົດງາມແລະໝັ້ນຄົງຍືນຍົງຕະຫຼອດໄປເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບແລະການຮ່ວມມືເພື່ອພັດທະນາໃນພາກພື້ນແລະໃນໂລກ.

ພວກຂ້າພະເຈົ້າຈະສືບຕໍ່ຮ່ວມກັບພັກ, ລັດແລະປະຊາຊົນຫວຽດນາມສືບຕໍ່ປົກປັກຮັກສາແລະຖະນຸຖະໜອມສາຍພົວພັນແບບພິເສດນີ້ເໝືອນແກ້ວຕາຂອງຕົນເພື່ອເປັນມໍລະດົກສືບທອດໃຫ້ແກ່ລູກຫຼານຄົນລຸ້ນໜຸ່ມຕໍ່ໄປ.

ໃນເວທີທີ່ຄຶກຂຶມນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ພັກ, ລັດຖະບານແລະປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຂອບໃຈຢ່າງຈິງໃຈແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດແລະປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອອັນລໍ້າຄ່າໃຫຍ່ຫຼວງມີປະສິດທິຜົນແລະທັນການໃຫ້ແກ່ພາລະກິດປະຕິວັດຂອງລາວໃນໄລຍະຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໄລຍະປົກປັກຮັກສາແລະສ້າງສາປະເທດຊາດຂອງຕົນໃນປັດຈຸບັນ.

ຂໍຖືໂອກາດນີ້ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມຜູ້ມີກຽດສະຫງ່າ, ຈົ່ງຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມໃຫ້ປະກົດຜົນເປັນຈິງ, ຫັນປະເທດຫວຽດນາມ​ໃຫ້ເປັນປະເທດອຸດສາ ຫະກຳຕາມທິດທັນສະໄໝ​ໃນ ປີ 2020 ໜ້ານີ້, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງ​ຄັ່ງ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳແລະສີວິໄລ.

ເນື່ອງໃນໂອກາດປີໃໝ່ສາກົນ 2018 ແລະ ປີໃໝ່ປະເພນີຂອງປະຊາຊົນຫວຽດນາມທີ່ຈະມາເຖິງນີ້, ຂໍອວຍພອນໃຫ້ສະຫາຍ ເລຂາທິການໃຫຍ່ຫງວຽນຟູຈ້ອງຈົ່ງມີສຸຂະພາບເຂັ້ມແຂງ, ຄອບຄົວມີຄວາມຜາສຸກ, ປະສົບຜົນສຳເລັດໃຫ່ຫລວງກ່ວາເກົ່າໃນການສືບຕໍ່ນຳພາປະເທດຊາດຫວຽດນາມກ້າວຂຶ້ນຢ່າງໜັກແໜ້ນ.

ຂໍອວຍພອນໃຫ້ບັນດາສະຫາຍອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ, ບັນດາຕາງໜ້າຄອບຄົວຜູ້ເສຍຊີວິດເພື່ອພາລະກິດປະຕິວັດຂອງປະຊາຊົນລາວຈົ່ງມີສຸຂະພາບເຂັ້ມ ແຂງ, ສືບຕໍ່ປະກອບສ່ວນເຂົ້າໃນການສຶກສາອົບຮົມຄົນລຸ້ນໜຸ່ມໃຫ້ສານຕໍ່ສາຍສຳພັນພິເສດທີ່ຫາຍາກລະຫວ່າງຫວຽດນາມແລະລາວ, ສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນຄົບຮອບ 70 ປີ ຂອງທະຫານອາສາສະໝັກຫວຽດນາມ ໃນປີ 2019 ທີ່ຈະມາເຖິງ.

ອວຍພອນບັນດາສະຫາຍການນຳຂັ້ນສູງຫວຽດນາມແລະລາວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະມີຜົນສຳເລັດໃນ​ໜ້າ​ທີ່​ການ​ງານ​ທີ່​ສູງ​ສົ່ງ​ຂອງ​ຕົນ.

ອວຍພອນໃຫ້ບັນດາລູກຫຼານຂອງທັງສອງປະເທດມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນການສຶກສາ​ຮ່ຳ​ຮຽນ, ສືບຕໍ່ປົກປັກຮັກສາມິດຕະພາບທີ່ຍິ່ງໃຫຍ່ຂອງສອງຊາດໃຫ້ໝັ້ນຄົງຕະຫຼອດໄປ.ຂໍຂອບໃຈ

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485775
ມື້ນີ້74
ມື້ວານ206
ອາທິດນີ້811
ເດືອນນີ້5080