ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ພົບປະກັບ ສະຫາຍ ເຈິ່ນ ດ໋າຍ ກວາງ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ

 

LaoPremetViet1 LaoPremetViet2 LaoPremetViet3

 

ໃນວັນທີ 20 ທັນວາ 2017, ທີ່ ທໍານຽບ​ປະ​ທານ​ປະ​ເທດ, ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ດ໋າຍ ກວາງ, ປະ​ທານ​ປະ​ເທດ ແຫ່ງ ສສ ຫວຽດນາມ. ໃນ​ການ​ພົບປະຄັ້ງນີ້, ສະຫາຍ ເຈິ່ນ ດ໋າຍ ກວາງໄດ້​ຕີ​ລາ​ຄາ​ສູງ​ການ​ມາ​ຢ້ຽມ​ຢາມ​ຂອງ ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ, ເຊິ່ງ​ເປັນ​​ການ​ປະ​ກອບ​ສ່ວນອັນ​ສຳ​ຄັນເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ທີ່​ປະ​ທານ​ໂຮ່​ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ປະ​ທານໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານສຸ​ພາ​ນຸ​ວົງທີ່​ເຄົາ​ລົບ​ຮັກເປັນ​ຜູ້​ສ້າງ, ຖະ​ນຸ​ຖະ​ໜອມ ແລະໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໂດຍ​ບັນ​ດາ​ການ​ນຳ​ຮຸ່ນ​ຕ່າງໆ, ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດໃຫ້​​ນັບ​ມື້​ນັບ​ໜັກ​ແໜ້ນ, ເລິກ​ເຊິ່ງ ແລະ ເກີດດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.ສະຫາຍ ບຸນ​ຍັງ​ ວໍລະ​ຈິດໄດ້ກ່າວ​ສະແດງຄວາມຍິນດີ ແລະ ຮູ້ສຶກດີໃຈ ທີ່ໄດ້ພົບປະກັບ ສະຫາຍປະທານປະເທດ ເຈິ່ນ ດ໋າຍ ກວາງ ອີກຄັ້ງໜຶ່ງ ແລະ ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສຳເລັດການເປັນເຈົ້າພາບກອງປະຊຸມ ສຸດຍອດເອເປັກ ຄັ້ງທີ 25 ຢ່າງຈົບງາມ​ ແລະສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງສົມກຽດ, ຊຶ່ງສະແດງໃຫ້ເຫັນສາຍພົພັນພິເສດ ລາວ-ຫວຽດນາມ ຢ່າງແທ້ຈິງ. ນອກຈາກນີ້, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ຕາງໜ້າ​ໃຫ້​ພັກ-ລັດ ​ແລະ ປະຊາຊົນ​ລາວບັນດາເຜົ່າ ສະແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໄຍ ຕໍ່ເຫດການໄພທໍາມະຊາດທີ່ຫວຽດນາມປະເຊີນຫຼາຍຄັ້ງ ໃນປີ 2017, ອັນສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ, ນໍາພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ ແລະ ລັດຖະບານຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງຈະສາມາດຜ່ານຜ່າທຸກໆ ຄວາມຍຸ້ງຍາກແລະ ສາມາດຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດັ່ງກ່າວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຫຼັງຈາກພົົບປະແລ້ວ, ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ເຈີ່ນ ດ໋າຍ ກວາງ ໄດ້ ເຂົ້າຮ່ວມພິທີຖະແຫຼງຂ່າວປິດປີສາມັກຄີມິດຕະພາບລາວ-ຫວຽດນາມ ແລະ ຫວຽດນາມ-ລາວ 2017, ທັງສອງສະຫາຍໄດ້ຜັດປ່ຽນກັນມີຄຳເຫັນ, ໂດຍ ສະຫາຍ ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນດັ່ງນີ້:

ມື້ນີ້, ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ສປປ ລາວ ມາຢ້ຽມຢາມ ສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017. ຂ້າພະເຈົ້າ ຮູ້ສຶກຊາບຊຶ້ງເປັນຢ່າງຍິ່ງ ຕໍ່ການຕ້ອນຮັບອັນອົບອຸ່ນ ສົມກຽດ ແລະ ເຕັມໄປດ້ວຍ ມິດຈິດ ມິດໃຈ ອັນດູດດື່ມ ຖານສະຫາຍອ້າຍນ້ອງ ຈາກບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ແລະ ປະຊາຊົນ ຊາວນະຄອນຫຼວງຮ່າໂນ້ຍ.

ການຢ້ຽມຢາມຄັ້ງນີ້ ຂອງຄະນະຜູ້ແທນພວກຂ້າພະເຈົ້າ ຢູ່ໃນບັນຍາກາດແຫ່ງປີສາມັກຄີມິດຕະພາບ ທີ່ປະຊາຊົນສອງຊາດ ໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ ຢ່າງເປັນຂະບວນຟົດຟື້ນ.

ຂ້າພະເຈົ້າ ເຫັນດີເປັນເອກະພາບກັບການຕີລາຄາຂອງ ສະຫາຍປະທານປະເທດ ເຈີ່ນ ດ໋າຍ ກວາງ ທີ່ໄດ້ກ່າວໄປແລ້ວ. ສາຍພົວພັນພິເສດ ລາວ-ຫວຽດນາມ ໄດ້ຮັບການກໍ່ຕັ້ງຖະນຸຖະໜອມ, ເພີ່ມພູນຄູນສ້າງ ໂດຍປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ຮັບການເອົາໃຈໃສ່ ສືບຕໍ່ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຈາກຜູ້ນຳຫຼາຍໆລຸ້ນຕໍ່ມາ ຈົນກາຍເປັນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນປັດໄຈຕັດສິນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ. ຄວາມສາມັກຄີພິເສດດັ່ງກ່າວ ໄດ້ກາຍເປັນກຳລັງແຮງມະຫາສານ ທີ່ສາມາດຕີຖອຍສັດຕູຕ່າງດ້າວ ທີ່ມີກຳລັງອຳນາດມະຫາສານເໜືອກວ່າພວກເຮົາຕັ້ງຫຼາຍເທົ່າໄດ້.

ປະຊາຊົນສອງຊາດ ລາວ-ຫວຽດນາມ ມີສິດທີ່ຈະເອກອ້າງ, ທະນົງໃຈທີ່ເຫັນວ່າ ເຖິງວ່າເວລາຈະຜ່ານໄປຍາວນານເທົ່າໃດ, ສະພາບການພາຍໃນປະເທດ, ສະພາບການສາກົນ ແລະ ພາກພື້ນ ຈະມີຄວາມສັບສົນ, ຜັນແປສະຫຼັບຊັບຊ້ອນປານໃດກໍ່ຕາມ ແຕ່ສາຍພົວພັນທີ່ບໍລິສຸດຜຸດຜ່ອງ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ບໍ່ມີວັນຈືດຈາງ, ກົງກັນຂ້າມຍິ່ງມີຄວາມແໜ້ນແຟ້ນ ແລະ ສວຍສົດງົດງາມກວ່າເກົ່າ.

ຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງລ້ຳຄ່າ, ຂອງພັກ ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ມີຕໍ່ພາລະກິດຂອງລາວ ພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍ່ຄື ແກ່ພາລະກິດປົກປັກຮັກສາລະບອບໃໝ່ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າໃນປະຈຸບັນ.

ເພື່ອລະນຶກເຖິງ ແລະ ສະເຫຼີມສະຫຼອງ ສອງວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ, ໃນປີ 2017 ນີ້, ສອງປະເທດ ພວກເຮົາກໍ່ໄດ້ຮ່ວມກັນຈັດຕັ້ງກິດຈະກຳຢ່າງຫຼວງຫຼາຍ: ມີການແລກປ່ຽນຢ້ຽມຢາມ ພົບປະເຊິ່ງກັນ ແລະ ກັນ ໃນທຸກລະດັບ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ, ແລກປ່ຽນສານອວຍພອນ, ການຈັດສຳມະນາ, ວາງສະແດງສິນຄ້າ, ພິມຈຳໜ່າຍປື້ມ, ສຳພາດບັນດາການນຳ ແລະ ນັກຮົບປະຕິວັດຂອງສອງປະເທດ. ນອກຈາກ ການຈັດກິດຈະກຳຢູ່ໃນປະເທດຂອງທັງສອງປະເທດແລ້ວ, ບັນດາສຳນັກງານຜູ້ຕາງໜ້າການທູດຂອງສອງປະເທດຢູ່ຕ່າງປະເທດ ກໍ່ໄດ້ຮ່ວມກັນຈັດກິດຈະກຳພົບປະ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ດ້ວຍບັນຍາກາດທີ່ຟົດຟື້ນທີ່ສຸດ.

ບັນດາກິດຈະກຳເຄື່ອນໄຫວເຫຼົ່ານັ້ນ ໄດ້ເຊື່ອມຊຶມເຂົ້າສູ່ອາລົມຈິດຂອງປະຊາຊົນທັງສອງປະເທດ, ພິເສດແມ່ນໄດ້ຊ່ວຍໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ປະຫວັດສາດຄວາມເປັນມາ ແລະ ຄວາມໝາຍອັນເລິກເຊິ່ງແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.

ມາຮອດນີ້ ເຖິງວ່າປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017 ຈະສິ້ນສຸດລົງ. ແຕ່ພວກຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນອັນເປັນມູນເຊື້ອ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຈະບໍ່ມີວັນຈືດຈາງ ແລະ ຈະສືບຕໍ່ຍືນຍົງຄົງໝັ້ນຢູ່ໃນດວງໃຈຂອງປວງຊົນທັງສອງຊາດພວກເຮົາຕະຫຼອດໄປ.

ໃນສະພາບການພາກພື້ນ ແລະ ສາກົນ ພວມຜັນແປຢ່າງສັບສົນ, ວ່ອງໄວ ຄືປະຈຸບັນນີ້ ຍິ່ງກວ່າເວລາໃດໝົດ ທີ່ປະຊາຊົນສອງຊາດ ໂດຍສະເພາະຄົນລຸ້ນໜຸ່ມຂອງສອງປະເທດ ຈະຕ້ອງໄດ້ມີໜ້າທີ່ ແລະ ຄວາມຮັບຜິດຊອບອັນສູງສົ່ງຂອງຕົນ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງເປັນມູນເຊື້ອອັນແສນປະເສີດສວຍງາມນີ້ ໃຫ້ຈະເລີນງອກງາມຕະຫຼອດໄປ ດັ່ງຄຳກອນອັນລືຊື່ ຂອງປະທານ ໄກສອນ ພົມວິຫານ ໄດ້ຂຽນໄວ້ວ່າ:

ຕາບໃດແມ່ນ້ຳຂອງບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ

ສາຍພູຫຼວງແສນສູງ ບໍ່ຕ່ຳລົງເປັນຄັງຫຍ້າ

ຮົງຮາວັງເວີນກວ້າງ ບໍ່ແປນດິນກະທ້າງໄຕ່

ສອງສາຍໃຈລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ ”..

ພັກ, ລັດ ແລະ ປະຊາຊົນພວກຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະຮ່ວມກັບບັນດາສະຫາຍຫວຽດນາມ ໃນການປົກປັກຮັກສາຄວາມສາມັກຄີພິເສດນັ້ນເໝືອນດັ່ງແກ້ວຕາຂອງຕົນ ແລະ ຖືສິ່ງນີ້ເປັນເຫງົ້າພະລັງ ບໍ່ເຫືອດແຫ້ງບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງສອງປະເທດຢ່າງໜັກແໜ້ນ.

ຂໍອວຍພອນໃຫ້ ປະຊາຊົນປະເທດຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນຖືກຕ້ອງ, ສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ຜູ້ມີກຽດສະຫງ່າ, ຈົ່ງສືບຕໍ່ຍາດເອົາຜົນສຳເລັດໃໝ່, ໃຫຍ່ກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ຫັນປະເທດເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝ, ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໃຫ້ປາກົດຜົນເປັນຈິງ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ຂໍອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວມສາມັກຄີພິເສດ ແລະ ກາມຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.

ຂ້າພະເຈົ້າປະກາດປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຢ່າງເປັນທາງການ ຮ່ວມກັບສະຫາຍ ປະທານປະເທດ ເຈິ່ນ ດ໋າຍ ກວາງ. (ຂໍຂອບໃຈ)

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະສະມາຄົມມິດຕະພາບ ຫວຽດນາມ-າລາວ, ຊຶ່ງນຳໂດຍ ສະຫາຍ ເຈີນ ວັນ ຕຸຍ, ກຳມມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ຄະນະ.

ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ເຈີນ ວັນ ຕຸຍ ພ້ອມດ້ວຍຄະນະໃນຄັ້ງນີ້, ໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ມີການສະເຫຼີມສະຫຼອງສອງປີສາມັກຄີມິດຕະພາບຢ່າງເປັນຂະບວນຟົດຟື້ນ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ສືບຕໍ່ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ລວງກວ້າງ ແລະ ແທດເໝາະກັບຕົວຈິງກວ່າເກົ່າ, ໄດ້ຕີລາຄາສູງ ຕໍ່ການປະຕິບັດງານຂອງ 2 ສະມາຄົມມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມກັນໃນປີສາມັກຄີມິດຕະພາບ ເປັນຕົ້ນແມ່ນ ການຈັດງານມະໂຫລານປະຊາຊົນສອງປະເທດ ຄັ້ງທີ 4, ຈັດຕັ້ງການຢ້ຽມຢາມຕາມຮອຍຂອງການນຳຂັ້ນສູງຂອງສອງປະເທດ ແລະ ອື່ນໆ, ເຊິ່ງເປັນການຊ່ວຍໃຫ້ຄົນຮຸ່ນໜຸ່ມຮັບຮູ້ຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ ກ່ຽວກັບ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນ​ໂອກາດ​ດຽວ​ກັນ​, ສະຫາຍ ເຈີນ ວັນ ຕຸຍ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ເຊິ່ງສະແດງເຖິງມິດຈິດມິດໃຈອັນດູດດື່ມ, ຄວາມມີຊີວິດຊີວາ ແຫ່ງສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາຍາກ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍ ຍັງໄດ້ລາຍງານໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຊາບກ່ຽວກັບ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ໃນປີ 2017 ແລະ ໄດ້ໃຫ້ຄໍາໝັ້ນໝາຍວ່າ ຈະຮ່ວມກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ເພື່ອພ້ອມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ທີ່ມີໜຶ່ງດຽວໃນໂລກນີ້ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນໆ ແລະ ຍືນຍົງຢູ່ຄູ່ພາລະກິດປະຕິວັດຂອງສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຕະຫຼອດໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485611
ມື້ນີ້116
ມື້ວານ196
ອາທິດນີ້647
ເດືອນນີ້4916