ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີເປີດສະຖານກົງສຸນໃຫຍ່ ສປປ ລາວ ທີ່ ນະຄອນຊາງຊາ

 

1 2

 

ໂດຍອີງຕາມການຕົກລົງຂອງລັດຖະບານ ແຫ່ງ ສປປ ລາວ ແລະ ສປ ຈີນ ກ່ຽວກັບການເຫັນດີສ້າງຕັ້ງສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຊາງຊາ, ແຂວງຫູນານ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີເປີດສະຖານກົງສຸນໃຫຍ່ ສປປ ລາວ ແຫ່ງໃໝ່ ທີ່ ນະຄອນຊາງຊາ, ແຂວງຫູນານ, ສປ ຈີນ.

ໃນການເດີນທາງໄປແຂວງຫູຫນານຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ຕູ້ ເຈ່ຍຫາວ, ເລຂາພັກແຂວງ ແລະ ທ່ານ ສູ ຕາເຈີ, ເຈົ້າແຂວງໆຫູນານ. ໃນການພົບປະກັບການນຳຂອງແຂວງຫູນານ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການແລກປ່ຽນການຮ່ວມມືຕົວຈິງ ໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະ ສປປ ລາວ ແລະ ແຂວງຫູນານ, ຊຶ່ງທັງສອງຝ່າຍກໍເຫັນດີຕໍ່ທິດທາງທີ່ຈະສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງທັງສອງປະເທດ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ, ເປັນຕົ້ນແມ່ນຮ່ວມກັນຊຸກຍູ້ການແລກປ່ຽນຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ດ້ານກະສິກຳ, ການຂົນສົ່ງ, ດ້ານວັດທະນະທຳ-ສັງຄົມ, ການສຶກສາ ແລະ ດ້ານອື່ນໆທີ່ສອງຝ່າຍເຫັນວ່າມີທ່າແຮງ. ພ້ອມດຽວກັນນັ້ນ, ຝ່າຍລາວໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ສປ ຈີນ ກໍຄື ອຳນາດການປົກຄອງແຂວງຫູນານ ໂດຍສະເພາະແມ່ນຫ້ອງການພົວພັນຕ່າງປະເທດແຂວງຫູນານ ທີ່ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສະໜັບສະໜູນ ໃນວຽກງານກະກຽມເປີດສະຖານກົງສຸນໃຫຍ່ ສປປ ລາວ ທີ່ ນະຄອນຊາງຊາ.

ພິທີເປີດສະຖານກົງສຸນໃຫຍ່  ສປປ ລາວ ທີ່ ນະຄອນຊາງຊາ, ແຂວງຫູນານ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ທັນວາ 2017, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຕູ້ ເຈ່ຍຫາວ, ເລຂາພັກແຂວງໆຫູນານ ພ້ອມດ້ວຍຄະນະຜູ້ແທນຈາກ ສປປ ລາວ ແລະ ສປ ຈີນ ປະມານ 150 ຄົນ. ໃນພິທີເປີດດັ່ງກ່າວນີ້, ທ່ານ ນ. ວັນດີ ບຸດທະສະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ທ່ານ ສຸຍ ຕ້າເຈີ, ຮອງເລຂາພັກແຂວງ, ເຈົ້າແຂວງຫູຫນານ ໄດ້ຜັດປ່ຽນກັນມີຄຳເຫັນ.

ການເປີດສະຖານກົງສຸນໃຫຍ່ ສປປ ລາວ ທີ່ ນະຄອນຊາງຊາ ແມ່ນຈັດຂຶ້ນໃນໄລຍະທີ່ສຳຄັນແຫ່ງການພົວພັນລະຫວ່າງສອງປະເທດລາວ ແລະ ຈີນ ຄື: ພາຍຫຼັງການຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ໃນກາງເດືອນພະຈິກ ທີ່ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ, ໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງອະດີດປະທານປະເທດ ເໝົາ ເຈີຕຸງ ແລະ ໃນຊ່ວງສິ້ນສຸດປີ 2017, ຊຶ່ງສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ ໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ປັດຈຸບັນ, ສປປ ລາວ ມີສະຖານກົງສຸນໃຫຍ່ຂອງຕົນຕັ້ງຢູ່ ສປ ຈີນ ທັງໝົດ 6 ແຫ່ງ ຄື: ສະຖານກົງສຸນໃຫຍ່ລາວ ທີ່ ນະຄອນຄຸນມິງ ແຂວງຢຸນນານ, ນະຄອນໜານໜິງ ເຂດກວາງຊີ, ນະຄອນກວາງໂຈວ ແຂວງກວາງຕຸ້ງ, ນະຄອນຊຽງໄຮ້, ເຂດປົກຄອງພິເສດຮົງກົງ ແລະ ນະຄອນຊາງຊາ ແຂວງຫູນານ ແລະ ມີ 1 ຫ້ອງການກົງສຸນລາວ ທີ່ ຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ຊຶ່ງແຕ່ລະສະຖານກົງສຸນດັ່ງກ່າວໄດ້ເຄື່ອນໄຫວໃນຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ.

ສຳລັບສະຖານກົງສຸນໃຫຍ່ລາວ ທີ່ ນະຄອນຊາງຊາ ເປັນສະຖານກົງສຸນຕ່າງປະເທດ ແຫ່ງທຳອິດທີ່ສ້າງຕັ້ງຢູ່ແຂວງຫູນານ, ມີຂອບເຂດຮັບຜິດຊອບ 4 ແຂວງພາກກາງຕອນໃຕ້ຂອງຈີນ ລວມມີ: ແຂວງຫູນານ, ແຂວງຫູເປ, ແຂວງເຫີນານ ແລະ ແຂວງກຸ້ຍໂຈວ, ຊຶ່ງບັນດາແຂວງດັ່ງກ່າວລ້ວນແຕ່ເປັນແຂວງທີ່ມີເສດຖະກິດຂະຫຍາຍຕົວ, ມີທ່າແຮງຢ່າງຫຼວງຫຼາຍ, ມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊ່ຶງກັນແລະກັນ ເປັນຢ່າງດີກັບ ສປປ ລາວ ມາແຕ່ດົນນານ.

ການເປີດສະຖານກົງສຸນໃຫຍ່ແຫ່ງໃໝ່ຂອງລາວນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທຳ ລະຫວ່າງ ສປປ ລາວ ກັບ ແຂວງຫູນານ ແລະ ກັບບັນດາແຂວງທີ່ກົງສຸນຮັບຜິດຊອບ ໃຫ້ກ້າວໄປສູ່ບາດກ້າວໃໝ່ ແລະ ທັງເປັນການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ສະດວກຍິ່ງຂຶ້ນ ໂດຍສະເພາະໃນປີ 2018, ຊຶ່ງເປັນປີທ່ອງທ່ຽວລາວ.

ການເດີນທາງໄປແຂວງຫູນານຄັ້ງນີ້ຂອງທ່ານລັດຖະມົນຕີຕ່າງປະເທດ ໄດ້ເປັນຂີດໝາຍອັນສຳຄັນໃນການຊຸກຍູ້ການແລກປ່ຽນຮ່ວມມື ລະຫວ່າງ ສປປ ລາວ ແລະ ແຂວງຫູນານ, ໂດຍສະເພາະການເປີດສະຖານກົງສຸນໃຫຍ່ ຂອງ ສປປ ລາວ ຢ່າງເປັນທາງການ ທີ່ ນະຄອນຊາງຊາ ຊຶ່ງຈະເປັນທ່າແຮງໜຶ່ງທີ່ສາມາດນຳເອົາຜົນປະໂຫຍດມາສູ່ທັງສອງປະເທດ ກໍຄື ປະຊາຊົນສອງຊາດລາວ ແລະ ຈີນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480284
ມື້ນີ້114
ມື້ວານ157
ອາທິດນີ້682
ເດືອນນີ້6515