ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງແຜນການປະຈຳປີ 2018 ຂອງກະຊວງການຕ່າງປະເທດ

saloup pajamp1

saloup pajamp2

ໃນວັນທີ 27ທັນວາ 2018, ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ຂອງກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຄະນະກົມ, ພະນັກງານອາວຸໂສ ແລະ ບໍານານພ້ອມດ້ວຍພະນັກງານພາຍໃນກະຊວງການຕ່າງປະເທດທັງໝົດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ສະເໜີບົດສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2017 ແລະ ແຜນວຽກຈຸດສຸມປະຈຳປີ 2018, ຊຶ່ງໄດ້ຍົກໃຫ້ເຫັນສະພາບແວດລ້ອມໃນພາກພື້ນ ແລະ ສາກົນທີ່ພວມຜັນແປໄປຢ່າງສັບສົນ, ສະຫຼັບຊັບຊ້ອນມີທັງການຕໍ່ສູ້ແກ່ງແຍ່ງ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍ, ແຕ່ທ່າອ່ຽງໂດຍລວມ ຍັງແມ່ນການເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງ.ໃນສະພາບການດັ່ງກ່າວ, ໂດຍພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ ແລະ ລັດຖະບານ, ການເຄື່ອນໄຫວວຽກງານການຕ່າງປະເທດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ, ເປັນຕົ້ນຜົນສໍາເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ຜ່ານມາ, ຊຶ່ງໄດ້ສະແດງອອກໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະຄັ້ງທີ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງ ອື່ນໆ ໄດ້ຢ່າງຈົບງາມ.ນອກນັ້ນ, ໃນໄລຍະປີ 2017 ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມສາກົນທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນກອງປະຊຸມສຸດຍອດ G20 ທີ່ ສປ ຈີນ, G7 ທີ່ ຢີ່ປຸ່ນ, ກອງປະຊຸມສຸດຍອດອາຊຽນ ທີ່ ມານິລາ, ຟີລິບປິນ, ກອງປະຊຸມ ສປຊ ແລະ ກອງປະຊຸມທີ່ສຳຄັນອື່ນໆ. ຜ່ານການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ັງໜ້າ ສປປ ລາວ ໄດ້ຂະຫຍາຍຕົວທັງລວງກ້ວາງ ແລະ ລວງເລິກຢ່າງມີປະສິດທິຜົນ, ສືບຕໍ່ບາດກ້າວແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ເຂົ້າຮ່ວມການເຄື່ອນໄຫວໃນຂອບການຮ່ວມມືຕ່າງໆຂອງພາກພື້ນ ແລະສາກົນ ຢ່າງຫ້າວຫັນ.​ ນອກນັ້ນ, ບັນດາສໍານັກງານການທູດລາວປະຈໍາຕ່າງປະເທດກໍໄດ້ເອົາໃຈໃສ່ເຄື່ອນໄຫວການທູດການເມືອງ, ການທູດເສດຖະກິດ ແລະການທູດວັດທະນະທໍາຢ່າງຕັ້ງໜ້າອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະທັງເປັນການຍາດແຍ່ງການຊ່ວຍເຫຼືອສາກົນ, ດຶງດູດການລົງທຶນ ແລະການພົວພັນດ້ານເສດຖະກິດ.     ປັດຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 140ປະເທດ ແລະ ມີສໍານັກງານຕາງໜ້າການທູດ ລວມທັງໝົດ 39 ແຫ່ງ, ໃນນັ້ນ ມີສະຖານທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສຸນໃຫຍ່ 9 ແຫ່ງ ແລະຫ້ອງການກົງສຸນ 1 ແຫ່ງ. ນອກຈາກນີ້, ຍັງມີສາຍພົວພັນກັບພັກການເມືອງໃນທົ່ວໂລກ ເກືອບ 130 ພັກ.ໃນບົດສະຫຼຸບຍັງໄດ້ວາງທິດທາງແຜນການຈຸດສຸມໃນການເຄື່ອນໄຫວວຽກງານໃນປີ 2018, ໂດຍສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ຕາມຜົນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ທີ່ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດໃນທ້າຍປີ 2016 ແລະສືບຕໍ່ຢືດໝັ້ນປະຕິບັດນະໂຍບາຍການຕ່າງປະເທດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງໜັກແໜ້ນ, ຄ່ອງແຄ້ວ, ນິ້ມນວນ ແລະ ມີຈຸດສຸມ.

ໃນໂອກາດດັ່ງກ່າວ, ທ່ານສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີສະຫຼຸບການເຄື່ອນໄຫວວຽກງານຂອກຊວງການຕ່າງປະເທດ, ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ໄດ້ພ້ອມກັນສັງເກດຕີລາຄາຄືນ ກ່ຽວກັບຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ໂດຍຍົກໃຫ້ເຫັນຜົນສຳເລັດ ກໍຄືສິ່ງທີ່ຄົງຄ້າງ ທີ່ຈະຕ້ອງເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເປັນເອກະພາບ ຕໍ່ບົດສະຫຼຸບສັງເກດຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ໃນປີ 2017 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2018, ຊຶ່ງເຫັນວ່າ ປີ 2017 ເປັນປີໜຶ່ງທີ່ກະຊວງການຕ່າງປະເທດ ໄດ້ມີປະລິມານວຽກຢ່າງຫຼວງຫຼາຍ ບໍ່ວ່າໃນດ້ານວຽກງານວິຊາສະເພາະ ກໍຄືການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງສຸດ ແລະ ລະດັບຕ່າງໆ ລວມເຖິງການເຄື່ອນໄຫວຂອງຂັ້ນວິຊາການ ກໍມີຈຳນວນບໍ່ໜ້ອຍ. ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເປັນຈິດໜຶ່ງໃຈດຽວ, ຄວາມປຸ້ມລຸມສາມັກຄີ, ການຍົກສູງຄວາມຮັບຜິດຊອບຂອງຄະນະນຳກະຊວງ ກໍຄືພະນັກງານຂັ້ນລຸ່ມທຸກຂັ້ນ ແລະ ສິ່ງສຳຄັນ ແມ່ນໄດ້ຮັບການຊີ້ນຳນຳພາຢ່າງໃກ້ຊິດຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ແລະ ການຮ່ວມມືຈາກບັນດາຂະແໜງການອ້ອມຂ້າງສູນກາງ ແລະ ອຳານາດການປົກຄອງທຸກຂັ້ນ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດຍາດໄດ້ຜົົນສຳເລັດທີ່ສຳຄັນຫຼາຍດ້ານດັ່ງກ່າວ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງເດັ່ນຂຶ້ນເປັນກ້າວໆ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ຊຸກຍູ້ສົ່ງເສີມຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍຕ່າງປະເທດ ຕາມທິດທາງມະຕິ X ຂອງສູນກາງພັກທີ່ວາງອອກ ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 13 ໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ໄດ້ຖືໂອກາດດັ່ງກ່າວ ອວຍພອນພະນັກງານລັດຖະກອນກະຊວງການຕ່າງປະເທດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີຜົນສຳເລັດໃນພາລະກິດອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນປີ 2018 ທີ່ຈະມາເຖິງນີ້.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480212
ມື້ນີ້42
ມື້ວານ157
ອາທິດນີ້610
ເດືອນນີ້6443