ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ຄູ່ຮ່ວມຕໍາແໜ່ງ ແຫ່ງ ສສ. ຫວຽດນາມ ແລະ ສປ ຈີນ

 

MekLancangMetCV0

 

MekLancangMetCV1

 

ໃນວັນທີ 10 ມັງກອນ 2018, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມ ແລະ ຮອບດ້ານ ໃນການຮ່ວມກັນຈັດບັນດາກິດຈະກໍາ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2017 ຜ່ານມາ ດ້ວຍບັນຍາກາດຟົດຟຶ້ນ, ມີຄວາມໝາຍຄວາມສໍາຄັນ ແລະ ເຕັມໄປດ້ວຍເນື້ອໃນຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫຼືອຊຶ່ງກັນແລະກັນ; ພ້ອມທັງສະແດງຄວາມຊົມເຊີຍຕໍ່ໝາກຜົນການປະສານສົມທົບ ແລະ ການແລກປ່ຽນຄວາມຄິດເຫັນ ໃນຂອບຂອງກອງປະຊຸມຕ່າງໆທີ່ປິ່ນອ້ອມ ເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເຮັດໃຫ້ຜົນຂອງກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອກະກຽມໃຫ້ແກ່ສອງກອງປະຊຸມໃຫຍ່ ທີ່ຈະຈັດຂຶ້ນໃນເດືອນກຸມພາ 2018 ນີ້, ຄື: ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 40. ພ້ອມນັ້ນ, ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງປະເທດ ລາວ-ຫວຽດນາມ ໃນປີ 2018 ແລະ ຕໍ່ໜ້າ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີໝາກຜົນກວ່າເກົ່າ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງ ມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ເອົາໃຈໃສ່ຊຸກຍູ້ ແລະ ຊີ້ນໍາບັນດາຂະ ແໜງການກ່ຽວຂ້ອງຂອງຫວຽດນາມ ໃຫ້ມີການລົງນາມໃນສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ, ພົ້ນເດັ່ນແມ່ນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຫຼັງໃໝ່ຂອງລາວ.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຊວັນ ຟຸກ ກໍໄດ້ຖືໂອກາດນີ້ ສະແດງຄວາມຊົມເຊີຍຕໍ່ ລັດຖະບານລາວ ໃນການເຂົ້າຮັບເປັນປະທານຮ່ວມຂອງ ສປປ ລາວ ກັບ ສປ ຈີນ ສໍາລັບຂອບການຮ່ວມມື ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ແລະ ອວຍພອນໃຫ້ການເປັນປະທານຮ່ວມ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.

ໃນວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ສະຫາຍ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນຈົບງາມໃນການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໃນລະຫວ່າງວັນທີ 13-14 ພະຈິກ 2017 ຜ່ານມາ ແລະ ເຫັນດີສືບຕໍ່ຜັນຂະຫຍາຍຜົນການຢ້ຽມຢາມດັ່ງກ່າວ ໃຫ້ໄດ້ຮັບໝາກຜົນສູງສຸດ, ໂດຍສະເພາະແມ່ນສືບຕໍ່ຈັດຕັ້ງປະຕິບັດ 17 ໂຄງການ ທີ່ສອງຝ່າຍໄດ້ຕົກລົງກັນແລ້ວ ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້, ເປັນຕົ້ນແມ່ນ ໂຄງການລົດໄຟລາວ-ຈີນ ທີ່ເປັນໂຄງການຍຸດທະສາດ ແລະ ມີຄວາມໝາຍສໍໍາຄັນລະຫວ່າງສອງປະເທດ ກໍຄືພາກພື້ນ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອໃຫ້ການເປັນປະທານຮ່ວມຂອງ ສປປ ລາວ ກັບ ສປ ຈີນ ໃນຂອບການຮ່ວມມືແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຈະຈັດງານວາງສະແດງສາກົນ ການນໍາເຂົ້າຂອງຈີນ (China International Import EXPO), ທີ່ຈະຈັດຂຶ້ນໃນເດືອນພະຈິກ 2018 ນີ້, ທີ່ ນະຄອນຊຽງໄຮ, ສປ ຈີນ, ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ກໍຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານດັ່ງກ່າວ.

ໃນຕອນທ້າຍ, ທັງສອງຝ່າຍຕ່າງກໍ່ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈົ່ງສຶບຕໍ່ຈະເລີນງອກງາມຍິ່ງໆຂຶ້ນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485763
ມື້ນີ້62
ມື້ວານ206
ອາທິດນີ້799
ເດືອນນີ້5068