ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ

hup UNICEF1

hup UNICEF2

ໃນຕອນເຊົ້າຂອງ ວັນທີ 17 ມັງ​ກອນ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Octavian Bivol, ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ກໍ່ຄື ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມການສຶກສາ, ສາທາລະນະສຸກ, ແມ່ຍິງ, ເດັກນ້ອຍ ແລະ ຊາວໜຸ່ມ, ວຽກງານໂພຊະນາການ, ວຽກງານນ້ຳສະອາດ ສຸຂະພິບານ ເປັນຕົ້ນ. ນອກຈາກນີ້, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຫວັງວ່າ ພາຍໃຕ້ການນຳ ພາຂອງຜູ້ຕາງໜ້າຄົນໃໝ່, ອົງການ UNICEF ຈະເພີ່ມທະວີການຮ່ວມມືສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ລວມທັງເປົ້າໝາຍການ ພັດທະນາແບບຍືນຍົງ (SDGs) ທີ່ກ່ຽວຂ້ອງກັບອົງການ UNICEF ໃຫ້ບັນລຸໄດ້ຕາມຄາດໝາຍ ແລະ ກໍ່ໄດ້ອວຍພອນໃຫ້ ທ່ານຜູ້ຕາງໜ້າອົງການ UNICEF ຄົນໃໝ່ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ຂອງທ່ານ.

ໃນໂອກາດດຽວກັນນີ້, ທ່ານ Octavian Bivol ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ຄື ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ສປປ ລາວ ແລະ ໃຫ້ຄຳໜັ້ນສັນຍາວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານ ສປປ ລາວ ຢ່າງເຕັມສ່ວນໃນການຈັດຕັ້ງປະຕິບັດແຜນ ການຮ່ວມມືລະຫວ່າງອົງການ UNICEF ແລະ ສປປ ລາວ ໃຫ້ໄດ້ຮັບໝາກຜົນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483919
ມື້ນີ້43
ມື້ວານ183
ອາທິດນີ້357
ເດືອນນີ້3224