ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 25 ປີ

 asean India25

ໃນວັນທີ 25 ມັງກອນ 2018 ທີ່ ນິວເດັນລີ, ອິນເດຍ, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີມສະຫຼອງຄົບຮອບ 25​ ປີ​ແຫ່ງ​ການ​ພົວພັນ​ອາຊຽນ-ອິນ​ເດຍ ພາຍໃຕ້ຄຳຂວັນ ຄຸນຄ່າຮ່ວມກັນ, ຊະຕາກໍາດຽວກັນ. ​ກອງ​ປະຊຸມໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນຂອງ​ການ​ຮ່ວມ​ມື​​ ລະຫວ່າງ​ອາຊຽນ ​ແລະ ອິນ​ເດຍ ນັບ​ຕັ້ງ​ແຕ່​ໄດ້​ສ​້າງຕັ້ງການ​ພົວພັນນຳ​ກັນ​ໃນ​ປີ 1992 ​ເປັນຕົ້ນມາ ​ໂດຍ​ສະ​ເພາະ​ແມ່ນ​ການ​ຍົກ​ລະດັບ​ການ​ພົວພັນຂຶ້ນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃນ​ປີ 2012 ​ເຊິ່ງ​ເຫັນ​​ໄດ້ວ່າ​ມີ​ຄວາມ​ຄືບໜ້າອັນໜ້າ​ເພິ່ງ​ພໍ​ໃຈ​ໃນ​ຫຼາຍດ້ານ ກວມ​ເອົາ​ຂົງ​ເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.

    ບັນດາ​ຜູ້ນຳອາຊຽນ ແລະ ອິນເດຍ ໄດ້ປຶກສາຫາລື ກ່ຽວກັບ ​ທິດ​ທາງ​ການຮ່ວມມືອາຊຽນ-ອິນເດຍ ໃນຕໍ່ໜ້າ ແລະ ໄດ້ເຫັນດີສືບຕໍ່​ຮັດ​ແໜ້ນການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາຊຽນ-ອິນ​ເດຍ ​ໂດຍ​​ເນັ້ນຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານຕ່າງໆທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ ​ເປັນຕົ້ນ​ແມ່ນ​ການ​ເຊື່ອມ​ຈອດ ​ໂດຍ​ສະ​ເພາະ​ແມ່ນດ້ານ​ພື້ນຖານ​ໂຄງ​ລ່າງ ແລະ ດີ​ຈີ​ຕອນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານການ​ຄ້າ ​ແລະ ການ​ລົງທຶນ ​ໃຫ້ຫຼາຍຂຶ້ນ ​ໃນ​ຖານະ​ທີ່​ສອງ​ຝ່າຍ​ເປັນ​ຄູ່​ຄ້າ​ທີ່​ສຳຄັນ​ຂອງ​ກັນ ​ແລະ ກັນ (ອາຊຽນ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສີ່​ຂອງ​ອິນ​ເດຍ, ແລະ ອິນ​ເດຍ ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ເຈັດ​ຂອງ​ອາຊຽນ) ດ້ວຍ​ການ​ນຳ​ໃຊ້​ຜົນ​ປະ​ໂຫຍ​ດສູງ​ສຸດຈາກ​ເຂດ​ການ​ຄ້າ​ເສລີ​ ອາຊຽນ-ອິນ​ເດຍ, ການ​ເລັ່ງລັດ​ການ​ເຈລະຈາ​ສັນຍາການ​ເປັນ​ຄູ່​ຮ່ວມ​​ເສດຖະກິດ​ຮອບດ້ານ​ພາກພື້ນ ​ແລະ ສົ່ງເສີມການ​ຮ່ວມ​ມື​ລະຫວ່າງ​ພາກ​ທຸລະ​ກິດ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ-ວິທະຍາສາ​ດ, ພະລັງງານ, ກະສິກໍາ, ການທ່ອງທ່ຽວ, ​ວັດທະນະທຳ, ການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນ ​ແລະ ອື່ນໆ.

    ​ໃນ​ໂອກາດນີ້, ທ່າ​ນນາ​ຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້ສະ​ເໜີບາງ​ຈຸດ​ທີ່​ສຳຄັນ ​ເປັນຕົ້ນ​ແມ່ນ​ໄດ້​ເນັ້ນຄວາມ​ສຳຄັນ​ຂອງການ​ເຂົ້າ​ເຖິງ​ແຫຼ່ງທຶນ ​ສຳລັບຈຸນລະທຸລະກິດ, ທຸລະກິດຂະຫນາດນ້ອຍ ແລະ ກາງ (MSMEs), ຊຸກຍູ້​ການ​ຮ່ວມ​ມື​ໃນຂົງ​ເຂດການ​ປູກ​ຝັງ ​ແລະ ລ້ຽງສັດ, ການຈັດຕັ້ງປະຕິບັດມາດຕະການ ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນແລະການທ່ອງທ່ຽວ, ລວມທັງ​ສະ​ເໜີ​ໃຫ້ອິນ​ເດຍ ພິຈາລະນາ​ສະໜອງທຶນ​ການ​ສຶກສາ ​ໄລຍະ​ສັ້ນ ​ແລະ ໄລຍະ​ຍາວ​ ຢູ່ ອິນ​ເດຍ ໃນຂົງເຂດຕ່າງໆລວມທັງ ດ້ານວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃຫ້​ແກ່​ບັນດາ​ປະ​ເທດ​ອາຊຽນ, ພິ​ເສດ​ແມ່ນ​ປະ​ເທດ ລາວ-ຫວຽດນາມ-ກຳປູ​ເຈຍ-ມຽນມາ (CLMV), ສະ​ເໜີ​ຮັດ​ແໜ້ນການ​​ເຊື່ອມ​ຈອດ ລະຫວ່າງ​ອາຊຽນ ​ແລະ ອິນ​ເດຍ ລວມທັງການ​ເຮັດ​ວຽກຮ່ວມ​ກັນ ​ເພື່ອ​ເຮັ​​ດ​ໃຫ້​ມີ​ສາຍ​ການບິນ​ໂດຍ​ກົງຈາກ ອິນເດຍ ໄປຍັງບັນດາປະເທດ CLMV, ​ແລະ ​ການເຊື່ອມ​ຕໍ່ທາງດ່ວນ ອິນເດຍ-ມຽນມາ-ໄທ ໄປຍັງລາວ-ຫວຽດນາມ-ກໍາປູເຈຍ ​ໃນ​ອະນາຄົດ ພ້ອມ​ທັງສະ​ເໜີໃຫ້ ອິນເດຍ ສະໜັັບສະໜູນການພັດທະນາເສັ້ນທາງຫຼວງ ອິນເດຍ-ມຽນມາ-ລາວ-ຫວຽດນາມ-ກໍາປູເຈຍ, ເປັນຕົ້ນແມ່ນຍົກລະດັບເສັ້ນທາງບາງຈຸດຢູ່ທາງພາກເໜືອຂອງ ສປປ ລາວ ​ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງເຄືອຂ່າຍທາງຫຼວງອາຊຽນ ກັບລະບົບທາງຫຼວງທີ່ຢູ່ທາງພາກຕາເວັນອອກຂອງອິນເດຍ ພ້ອມທັງອໍານວຍຄວາມ​ສະດວກໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ​ແລະ ການ​ໄປມາຫາສູ່​ລະຫວ່າງ​ປະຊາຊົນ ອາຊຽນ ແລະ ອິນເດຍ.

    ກອງ​ປະຊຸມ ຍັງໄດ້​ປຶກສາ​ຫາລື ກ່ຽວກັບ​ການ​ຮ່ວມ​ມື ​ແລະ ຄວາມໝັ້ນຄົງ​ທາງ​ທະ​ເລ ​ເຊິ່ງກວມ​ເອົາ​ທັງການປົກປັກຮັກສາສິ່ງແວດລ້ອມ ​ແລະ ຊັບພະຍາກອນທາງທະເລ ​ແລະ ການຮ່ວມ​ມື​ເພື່ອ​ຮັບ​ມື​ກັບບັນຫາອາຊະຍະກໍາຂ້າມຊາດທາງທະເລ. ຄຽງຄູ່​ກັນນັ້ນ, ກໍ່ໄດ້​ແລກປ່ຽນຄວາມ​ຄິດ​ເຫັນ ກ່ຽວກັບ​ບັນຫາ​ພາກພື້ນ ​ແລະ ສາກົນ​ຕ່າງໆທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ ​​ເປັນຕົ້ນ​ແມ່ນການກໍ່ການຮ້າຍ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພພິບັດທາງທໍາມະຊາດ ແລະ ບັນຫາອື່ນໆ.

​    ​ໃນ​ກອງ​ປະຊຸມຄັ້ງນີ້ ບັນດາ​ຜູ້ນຳ​ອາຊຽນ ​ແລະ ອິນ​ເດຍ​ ໄດ້​ເຫັນ​ດີຮັບຮອງເອົາ​ ຖະແຫຼງການເດັນລີ ກ່ຽວກັບ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີມສະ​ຫຼອງການ​ພົວພັນອາຊຽນ-ອິນ​ເດຍ ຄົບຮອບ 25 ປີ ທີ່​​ໄດ້​ຢໍ້າຄືນຄວາມໝາຍໝັ້ນຂອງ​ອາຊຽນ ​ແລະ ອິນ​ເດຍ ​ໃນ​ການຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານ​ຕ່າງໆ​ໃນ​ຊຸມ​ປີຕໍ່ໜ້າ.

    ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງ​ໄດ້​ຮ່ວມ​ກັບຜູ້ນໍາປະ​ເທດອາຊຽນອື່ນ ​ແລະ ຜູ້ນຳ​ອິນ​ເດຍ ​ເປີດ​ສະ​ແຕມ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຫຼາກຫຼາຍ ແລະ ​ການ​ພົວພັນ​ທາງ​ດ້ານ​ວັດທະນະທຳ ລະຫວ່າງ​ອາຊຽນ ​ແລະ ອິນ​ເດຍ, ​ເຊິ່ງ​ເປັນໜຶ່ງ​ໃນ​ບັນດາ​ກິດຈະ​ກຳ​ສະ​ເຫຼີມສະຫຼອງ​ໂອກາດ​ສຳຄັນຂອງ​ການ​ພົວພັນ​ອາຊຽນ-ອິນ​ເດຍ ​ໃນ​ຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484634
ມື້ນີ້150
ມື້ວານ188
ອາທິດນີ້1072
ເດືອນນີ້3939