ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕາງໜ້າຖາວອນຍີ່ປຸ່ນ ປະຈໍາກອງປະຊຸມ ເພື່ອການຫຼຸດຜ່ອນອາວຸດ

slx hup emj to chanel1

slx hup emj to chanel2

     ໃນວັນ​ທີ 22 ກຸມພາ 2018, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ.​ ທ່ານ ສະເຫຼີມໄຊ ກົມມະສິດ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Nobushige Takamizawa, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງປະເທດຍີ່ປຸ່ນ ປະຈໍາກອງປະຊຸມ ເພື່ອການຫຼຸດຜ່ອນອາວຸດຂອງ ສປຊ (Conference on Disarmament- CD) ທີ່ ເຊີແນວ, ທັງເປັນປະທານກອງປະຊຸມສົນທິສັນຍາວ່າດ້ວຍການຄ້າຂາຍອາວຸດ​ (Arms Trade Treaty - ATT) ​ໃນໂອກາດທີ່ນໍາພາຄະ​ນະມາເຄື່ອນໄຫວວຽກງານຢູ່ ສປປ ລາວ ເພື່ອ​ປຶກ​ສາ​ຫາ​ລືກ່ຽວກັບ ການຮ່ວມມືໃນຂອບການຫຼຸດຜ່ອນອາວຸດໃນຂອບ ສປຊ ແລະ ວຽກງານການຮ່ວມມືຫຼາຍຝ່າຍອື່ນໆ.

  ໃນໂອກາດການພົບປະຄັ້ງນີ້, ທ່ານລັດຖະມົນຕີ ໄດ້ສະແດງການຕ້ອນຮັບອັນອົບອຸ່ນຕໍ່ ​ຄະ​ນະຜູ້ແທນຂອງຍີ່ປຸ່ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນຫຼາຍຂົງເຂດໃນໄລຍະຜ່ານມາ. ທ່ານ Nobushige ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລະ ໄດ້ກ່າວເຖິງຄວາມສໍາຄັນຂອງວຽກງານຫຼຸດຜ່ອນອາວຸດໃນປະຈຸບັນ ເຊິ່ງຍີ່ປຸ່ນໃນນາມປະທານກອງປະຊຸມສົນທິສັນຍາວ່າດ້ວຍການຄ້າຂາຍອາວຸດຄັ້ງທີ 4 ແມ່ນມີເປົ້າໝາຍສົ່ງເສີມ ແລະ ເປີດກວ້າງໃຫ້ບັນດາປະເທດສະມາຊິກ ສປຊ ມີສ່ວນຮ່ວມຫຼາຍຂຶ້ນໃນວຽກງານຫຼຸດຜ່ອນອາວຸດ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງສົນທິສັນຍາໃຫ້ມີໝາກຜົນຢ່າງເຕັມສ່ວນ.

    ການພົບປະດັ່ງກ່າວ ຍັງເປັນໂອກາດທີ່ສໍາຄັນ ເພື່ອສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມືໃນຂອບຫຼາຍຝ່າຍໂດຍສະເພາະໃນວຽກງານການຫຼຸດຜ່ອນອາວຸດ, ການຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກ ກໍ່ຄືການຮ່ວມມືໃນຂອບຫຼາຍຝ່າຍ ທັງໃນລະດັບພາກພື້ນ ແລະ ສາກົນຂອງສອງປະເທດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480401
ມື້ນີ້59
ມື້ວານ172
ອາທິດນີ້799
ເດືອນນີ້6632