ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານກຳມາທິການຈັດສັນງົບປະມານ ລັດຖະສະພາ ສ. ອາເມລິກາ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງການຕ່າງປະເທດ

slx hup america1

slx hup america2

   ໃນຕອນເຊົ້າຂອງ ວັນທີ 22 ກຸມພາ 2018, ຢູ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນລັດຖະສະພາ ສະຫະລັດ ອາເມລິກາ, ນຳໂດຍ ທ່ານ Rodney Frelinghuysen, ປະທານກຳມາທິການຈັດສັນງົບປະມານ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມ ຢາມ ສປປ ລາວ, ໃນລະຫວ່າງວັນທີ 21-23 ກຸມພາ 2018.

  ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທຳອິດຂອງ ຄະນະຜູ້ແທນລັດຖະສະພາ ສະຫະລັດ ອາເມລິກາ, ຊຶ່ງເປັນໂອກາດທີ່ສຳຄັນໃນການປຶກສາຫາລື ຊອກຊ່ອງທາງເພື່ອຊຸກຍູ້ ແລະ ເພີ່ມທະວີການພົວພັນ ແລະ ຮ່ວມມືສອງຝ່າຍ ໂດຍສະເພາະໃນວຽກງານນິຕິບັນຍັດຂອງສອງປະເທດໃນຕໍ່ໜ້າ. ສອງຝ່າຍ ໄດ້ມີຄວາມເຫັນທີ່ກົງກັນ ໃນການທີ່ຈະສ້າງຄວາມພະຍາຍາມຮ່ວມກັນຕໍ່ໄປຂ້າງໜ້າ ໃນການຮ່ວມມືໃນດ້ານຕ່າງໆ ທີ່ມີຜົນປະໂຫຍດແກ່ປະຊາຊົນທັງສອງປະເທດ. ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງລັດຖະບານ ສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະວຽກງານເກັບກູ້ລູກລະເບີດ ທີ່ຍັງບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ການຄວບຄຸມ ແລະ ປາບປາມຢາເສບຕິດ ກໍຄື ໃນດ້ານການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

  ໃນລະຫວ່າງການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານປະທານກຳມາທິການຈັດສັນງົບປະມານ ຍັງໄດ້ນຳພາຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ທີ່ ສະພາແຫ່ງຊາດ; ເຂົ້າຢ້ຽມຂ່ຳນັບ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສໍານັກງານນາຍົກລັດຖະມົນຕີ; ແລະ ພົບປະສອງຝ່າຍກັບ ທ່ານ ວິໄລວົງ ບຸດດາຄໍາ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ປະທານຄະນະກຳມະການມິດຕະພາບ ລັດຖະສະພາແຫ່ງຊາດລາວ ກັບ ລັດຖະສະພາອາເມລິກາ, ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ - ສ. ອາເມລິກາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484364
ມື້ນີ້68
ມື້ວານ273
ອາທິດນີ້802
ເດືອນນີ້3669