ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານກຳມາທິການຕຸລາການ ລັດຖະສະພາສະຫະລັດ ອາເມລິກາ ເຂົ້າຢ້ຽມຂ່ຳນັບ ລັດຖະມົນຕີກະຊວງການຕ່າງປະເທດ

slk hup council usa2

slk hup council usa1

   ໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2018, ຢູ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂາໍ່ນັບຂອງຄະນະຜູ້ແທນລັດຖະສະພາ ສະຫະລັດ ອາເມລິກາ, ນຳໂດຍ ທ່ານ Bob Goodlatte, ປະ ທານກຳມາທິການຕຸລາການ, ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປລາວ ໃນລະຫວ່າງວັນທີ 23-25 ກຸມພາ 2018.

    ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງລັດຖະສະພາ ສະຫະລັດ ອາເມລິກາ ຄັ້ງນີ້ ແມ່ນຄະນະທີ່ສອງ ຖັດຈາກຄະນະກຳມາທິການຈັດສັນງົບປະມານ. ໃນໂອກາດດັ່ງກ່າວນີ້, ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງຄະນະລັດຖະສະພາສະຫະລັດ, ຊຶ່ງເປັນໂອກາດທີ່ສຳຄັນໃນການປຶກສາຫາລື ເພື່ອຊອກຊ່ອງທາງເພີ້ມທະວີການພົວພັນ ແລະ ຮ່ວມມືສອງຝ່າຍ ໂດຍສະເພາະໃນວຽກງານນິຕິ ບັນຍັດຂອງສອງປະເທດໃນຕໍ່ໜ້າ. ນອກນັ້ນ, ຍັງໄດ້ປຶກສາຫາລືໃນບັນຫາທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ ເພື່ອເປັນການເສີມຂະຫຍາຍການພົວພັນ-ຮ່ວມມື ລະຫວ່າງ ສອງປະເທດ. ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະວຽກງານເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ, ສາທາລະນະສຸກ, ການຄວບຄຸມ ແລະ ປາບປາມຢາເສບຕິດ ກໍຄື ໃນດ້ານການບັງຄັບໃຊ້ກົດໝາຍ ແລະ ອື່ນໆ.

      ໃນລະຫວ່າງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານປະທານກຳມາທິການຕຸລາ ການ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນ. ປານີ ຢາທໍ້ຕູ້, ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະ ພົບປະສອງຝ່າຍກັບ ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ, ປະທານກຳມາທິການ ການຕ່າງປະເທດ ເພື່ອຮັດແໜ້ນການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ - ສະຫະລັດ ອາເມລິກາ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຄະນະຜູ້ແທນລັດຖະສະພາອາເມລິກາຍັງໄດ້ໄປຢ້ຽມ ຢາມສູນການແພດຟື້ນຟູໜ້າທີ່ການ(COPE) ທີ່ນະຄອນຫຼວງວຽງຈັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484635
ມື້ນີ້151
ມື້ວານ188
ອາທິດນີ້1073
ເດືອນນີ້3940